ຄະນະ ທຫລ ເຂົ້າຮ່ວມປະຊຸມຂອງ IMF ແລະ WBG ຫາລືບັນຫາເສດຖະກິດ-ການເງິນທົ່ວໂລກ!

ຄະນະ ທຫລ ເຂົ້າຮ່ວມປະຊຸມຂອງ IMF ແລະ WBG ຫາລືບັນຫາເສດຖະກິດ-ການເງິນທົ່ວໂລກ!

ໃນລະຫວ່າງວັນທີ 10-16 ຕຸລາ 2022, ຄະນະຂອງທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ,​ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີຂອງກອງທຶນການເງິນສາກົນ (IMF)​ ແລະ ທະນາຄານໂລກ (WBG) ທີ່ຈັດຂຶ້ນຢ່າງເປັນທາງການທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສ. ອາເມລິກາ.

ມີຈຸດປະສົງໃນການນໍາຜູ້ເເທນ ມາປຶກສາຫາລືກ່ຽວກັບເສດຖະກິດໂລກ, ສະຖຽນລະພາບທາງດ້ານການເງິນໂລກ ແລະ ການພັດທະນາເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ ແລະ ປະສິດທິພາບຂອງການຊ່ວຍເຫຼືອຕ່າງໆ.ໄດ້ເຂົ້າຮ່ວມຫຼາຍກອງປະຊຸມທີ່ມີຄວາມສໍາຄັນ ເປັນຕົ້ນເເມ່ນ:

1. ກອງປະຊຸມໂຕະມົນລະຫວ່າງຜູ້ອໍານວຍການໃຫ່ຍຂອງ IMF ແລະ ຄະນະຜູ້ວ່າການຂອງກຸ່ມປະເທດອາຊຽນ (ASEAN Roundtable)

2. ກອງປະຊຸມຄະນະກໍາມະການການເງິນສາກົນ (International Monetary Financial Committee ຫຼື IMFC) ເພື່ອຮັບຟັງການລາຍງານສະພາບເສດຖະກິດໂລກ, ເເລກປ່ຽນມຸມມອງກ່ຽວກັບຄວາມສ່ຽງ ແລະ ມາດຕະການຮັບມື.

3. ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ (ASEAN Finance Minister and Central Bank Governors) ແລະ ພົບປະສອງຝ່າຍກັບກົມວິຊາການຂອງ IMF​ ຈໍານວນໜຶ່ງເພື່ອປຶກສາຫາລືກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ແລະ ພາກພື້ນ.

ທີ່ມາ: ທະນາຄານແຫ່ງ ສປປ ລາວ #TargetMagazine

Comments