ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ!

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ! ຍ້ອນເນັ້ນການສຶກສາ ຄຸນນະພາບແຮງງານພາຍໃນ ສຳຄັນ “ການບໍລິຫານທີ່ດີ”

ລັກເຊມເບີກ (Luxembourg) ເປັນປະເທດນ້ອຍ ມີເນື້ອທີ່ປະມານ 2,600 ກມ2 ແຕ່ວ່າເປັນປະເທດທີ່ມີ GDP ຕໍ່ປະຊາກອນສູງສຸດໃນໂລກ! ມີປະຊາກອນປະມານ 650,000 ຄົນ ແຕ່ມີຂະໜາດເສດຖະກິດ ຫຼື GDP ໃຫຍ່ເປັນອັນດັບທີ 67 ຂອງໂລກ

ສະຫຼຸບ ສາເຫດທີ່ເຮັດໃຫ້ປະຊາຊົນລັກເຊມເບີກ ລວຍຂະໜາດນີ້ ເວົ້າສັ້ນໆຄື “ລະບົບການບໍລິຫານທີ່ດີ”

ແຕ່ກ່ອນອາໄສອຸດສະຫະກຳຂະໜາດນ້ອຍ ແລະ ການກະເສດ ແຕ່ປັດຈຸບັນຫັນມາປ່ຽນທິດທາງ ເນັ້ນອຸດສະຫະກຳການເງິນ ແລະ ການທະນາຄານແທນ ປັດຈຸບັນເປັນສູນກາງທາງການເງິນໃຫຍ່ເປັນອັນດັບ 3 ຂອງໂລກ ຮອງຈາກ ຊູລິກ ແລະ ລອນດອນ.

ເປັນປະເທດຂະໜາດນ້ອຍ ບໍ່ຕິດທະເລ ສ່ວນໃຫຍ່ຈະເຮັດການຄ້າກັບປະເທດທີ່ມີຊາຍແດນຕິດກັນເທົ່ານັ້ນ! ແລະ ຍັງໃຫ້ຄວາມສຳຄັນກັບການພັດທະນາແຮງງານພາຍໃນ ໃຫ້ມີທັກສະສູງຜ່ານລະບົບການສຶກສາ ປັດຈຸບັນ ຖືວ່າເປັນປະເທດທີ່ມີແຮງງານ ມີການສຶກສາດີທີ່ສຸດໃນໂລກ. ເມື່ອການສຶກສາຂັ້ນພື້ນຖານດີ ແລະ ເປັນລະບົບ ຄວາມຫຍໍ້ທໍ້ໃນປະເທດ ຈຶ່ງຢູ່ໃນລະດັບຕໍ່າ ແລະ ຄວາມມັ່ງຄັ່ງຮັ່ງມີກໍກະຈາຍໂຕດີ!

ຂໍ້ມູນ: BillionMoney

#TargetMagazine

Comments