ກອງປະຊຸມສະຫລຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດ III ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດທີ IV ປີ 2022 ຂອງ ທະນາຄານ ພັດທະນາລາວ ຈໍາກັດໃນວັນທີ 22 ຕຸລາ 2022 ທະນາຄານ ພັດທະນາລາວ ຈໍາກັດ

(ທພລ) ໄດ້ເປີດກອງປະຊຸມ ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດທີ III ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດທີ IV ປີ 2022 ທີ່ ສຳນັກງານ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທພລ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທພລ ໂດຍມີ ບັນດາຄະນະທີ່ປຶກສາ, ຄະນະຜູ້ອຳນວຍການຝ່າຍ, ຄະນະຝ່າຍ, ຄະນະສາຂາພາກ, ສາຂານ້ອຍ ແລະ ພະນັກງານຂອງ ທະນາຄານ ພັດທະນາລາວ ຈໍາກັດ ທົ່ວລະບົບ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ມີການປະກາດການຈັດຕັ້ງ ຂັ້ນຄະນະຜູ້ບໍລິຫານ ເຊັ່ນ: ຄະນະອໍານວຍການຝ່າຍ, ຄະນະຝ່າຍ ແລະ ຄະນະສາຂາ; ພ້ອມດຽວກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ປະເມີນຕີລາຄາ ຜົນການຈັດຕັ້ງປະຕິບັດ ແຜນການດໍາເນີນທຸລະກິດຂອງ ທພລ ປະຈໍາໄຕມາດທີ III ໂດຍໄດ້ຍົກໃຫ້ເຫັນ ເຖິງຜົນງານທີ່ສໍາຄັນ ແລະ ເຫັນໄດ້ເຖິງບັນຫາ ຂໍ້ຄົງຄ້າງຕ່າງໆ ຂອງແຕ່ລະຫນ້າວຽກ ຢ່າງຊັດເຈນ ເພື່ອຖອດຖອນບົດຮຽນ ແລະ ປັບປຸງແກ້ໄຂຮ່ວມກັນ ລະຫວ່າງ ຄະນະຜູ້ບໍລິຫານຂັ້ນສູງ ແລະ ບັນດາຄະນະຝ່າຍ, ຄະນະສາຂາພາກ ແລະ ສາຂານ້ອຍ ທພລ ທົ່ວລະບົບ ເພື່ອເຮັດໃຫ້ ການກຳນົດແຜນການດໍາເນີນທຸລະກິດ ສໍາລັບໄຕມາດ ທີ IV ເຊິ່ງເປັນໄຕມາດສຸດທ້າຍ ຂອງປີ 2022 ສາມາດປະຕິບັດ ໄດ້ຢ່າງມີປະສິດທິຜົນ ແລະ ຖືກຕ້ອງຕາມເປົ້າໝາຍທີ່ວາງໄວ້. ທັງນີ້ ກໍ່ເພື່ອເປັນການສ້າງໃຫ້ ທພລ ກາຍເປັນທະນາຄານ ທີ່ມີຄວາມເຂັ້ມແຂງ ແລະ ມີຜົນປະກອບການ ເພີ່ມຂື້ນຢ່າງຕໍ່ເນື່ອງ. ສຳລັບຜົນສຳເລັດ ຂອງການດໍາເນີນທຸລະກິດ ປະຈໍາໄຕມາດທີ III ປີ 2022 ນີ້ ທພລ ສາມາດສ້າງຜົນກໍາໄລໄດ້ ຈໍານວນ 309 ຕື້ກີບ ເຊິ່ງເປັນຈໍານວນຜົນປະກອບການທີ່ເພີ່ມຂຶ້ນ ເມື່ອທຽບກັບໄຕມາດທີ່ຜ່ານມາ.

ສຳລັບໄຕມາດທີ IV ປີ 2022 ນີ້ ທພລ ຈະໄດ້ພ້ອມກັນສຸມໃສ່ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ໃຫ້ສຳເລັດ ເພື່ອເຮັດໃຫ້ອົງກອນ ທພລ ສາມາດບັນລຸເປົ້າໝາຍ ໃນການບໍລິຫານງານຍຸກໃໝ່. ໃນນັ້ນ ດ້ານວຽກງານການບໍລິຫານ ແມ່ນຕ້ອງໄດ້ສືບຕໍ່ປັບປຸງປ່ຽນແປງ, ປະຕິຮູບວັດທະນະທຳອົງກອນ ແລະ ວິທີການບໍລິຫານ ໃຫ້ມີຄວາມເປັນເອກະພາບ ໃນການປະຕິບັດ ຕາມແນວທາງ, ວິໄສທັດ ແລະ ການບໍລິຫານຍຸກໃຫມ່ຂອງ ອົງກອນ ທພລ, ການປະຕິບັດແບບແຜນວິທີການເຮັດວຽກເປັນທີມ, ມີການປະສານງານກັນຢ່າງໃກ້ຊິດ ແລະ ເປັນກົນໄກທີ່ເປັນມາດຕະຖານ ລະຫວ່າງ ສຳນັກງານໃຫຍ່ ແລະ ບັນດາສາຂາພາກ ໃນຂອບເຂດທົ່ວປະເທດ; ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນໃຫ້ມີຫລັກຄິດ ກ້າເຮັດ ກ້າຮັບຜິດຊອບ ແລະ ສ້າງຕົນເອງໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ, ມີຄວາມໂປ່ງໃສ-ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອບັນລຸເປົ້າໝາຍແຜນຍຸດທະສາດ ແລະ ແນວທາງການດໍານີນທຸລະກິດ ຂອງ ທພລ ໃຫ້ກ້າວສູ່ຄວາມສຳເລັດ. ດ້ານວຽກງານການບໍລິການລູກຄ້າ ທພລ ຈະໄດ້ສຸມໃສ່ການຂະຫຍາຍຈຸດບໍລິການຂອງ ທພລ ໃນຂອບເຂດທົ່ວປະເທດຕື່ມອີກ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ກໍ່ຄືລູກຄ້າໃນແຕ່ລະທ້ອງຖິ່ນ ສາມາດເຂົ້າເຖິງການບໍລິການຂອງ ທພລ ໄດ້ຢ່າງສະດວກສະບາຍ. ພ້ອມດຽວກັນນັ້ນ ກໍ່ຍັງຈະໄດ້ສືບຕໍ່ພັດທະນາ ແອັບ LDB TRUST ໃຫ້ມີຄວາມທັນສະໄຫມ ຕອບໂຈດການນໍາໃຊ້ ແລະ ເຂົ້າກັບວິຖີຊີວິດຍຸກໃຫມ່ຂອງລູກຄ້າ ທພລ ເພີ່ມຂຶ້ນຕື່ມອີກ ພາຍຫລັງທີ່ ທພລ ໄດ້ມີການປັບປຸງຫນ້າຕາແອັບ ທີ່ມີຄວາມທັນສະໄຫມ ແລະ ພັດທະນາຟັ່ງຊັນຕ່າງໆ ທີ່ສາມາດສ້າງຄວາມສະດວກສະບາຍ ໃຫ້ແກ່ລູກຄ້າມາແລ້ວ.

ພາຍໃຕ້ການບໍລິຫານ ແລະ ການຂັບເຄື່ອນທຸລະກິດ ທີ່ມີຄວາມສອດຄ່ອງ, ມີປະສິດທິພາບ ແລະ ສາມາດແຂ່ງຂັນໄດ້ ຈຶ່ງເຮັດໃຫ້ ທພລ ມີການປ່ຽນແປງ ດ້ານການບໍລິຫານທຸລະກິດ ກໍ່ຄື ຜົນປະກອບການທີ່ດີຂຶ້ນ ຢ່າງວ່ອງໄວ ແລະ ຕໍ່ເນື່ອງ ນັບຕັ້ງແຕ່ໄດ້ມີການຫັນປ່ຽນ ການບໍລິຫານຍຸກໃໝ່. ອົງກອນ ທພລ ກໍາລັງສືບຕໍ່ພາລະກິດທີ່ຍິ່ງໃຫຍ່ ແລະ ຕອບສະໜອງ ດ້ານການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍອັນໜັກແໜ້ນ ກໍ່ຄືການສ້າງຜົນກໍາໄລ ໃນທຸກໆໄຕມາດ ເພື່ອປະກອບສ່ວນ ໃນການປະຕິບັດພັນທະ ເຂົ້າງົບປະມານຂອງລັດຖະບານ. ພ້ອມນີ້, ກໍ່ຍັງຈະໄດ້ສືບຕໍ່ປະຕິບັດໜ້າທີ່ວຽກງານ ຄື: ການໃຫ້ບໍລິການທາງດ້ານການເງິນ ການທະນາຄານ ແກ່ລູກຄ້າ ກໍ່ຄືສັງຄົມ ຢ່າງມີຄຸນນະພາບ ແລະ ເປັນມາດຕະຖານ ພາຍໃຕ້ຄໍາຂວັນທີ່ວ່າ: “ມິດທີ່ດີ ຢູ່ຄຽງຂ້າງທ່ານ ການຮ່ວມທຶນແບບຍືນຍົງ”

.#LDB

#ທະນາຄານພັດທະນາ

Comments