ປະທານສະພາແຫ່ງຊາດ ຮ່ວມກອງປະຊຸມ ຫາລືລັດຖະສະພາອາຊີ-ປາຊີຟິກ APPF ຄັ້ງທີ 30

ປະທານສະພາແຫ່ງຊາດ ຮ່ວມກອງປະຊຸມ ຫາລືລັດຖະສະພາອາຊີ-ປາຊີຟິກ APPF ຄັ້ງທີ 30


ໃນຕອນບ່າຍວັນທີ 26 ຕຸລາ 2022 ນີ້, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ(APPF) ຄັ້ງທີ 30 ທີ່ ບາງກອກ, ຣາຊະອານາຈັກໄທ.


ກອງປະຊຸມ APPF ພາຍໃຕ້ຄໍາຂວັນຂອງກອງປະຊຸມທີ່ວ່າ: “ລັດຖະສະພາ ແລະ ການພັດທະນາແບບຍືນຍົງ ພາຍຫລັງການແພ່ລະບາດຂອງພະຍາດ ໂຄວິດ-19 (Parliaments and the Post-COVID-19 Sustainable Development)” ຊຶ່ງຈະໄດ້ດຳເນີນເປັນເວລາ 3 ວັນ ໃນລະຫວ່າງວັນທີ 26-28ຕຸລາ 2022.


ຄະນະຜູ້ແທນສະພາແຫ່ງຊາດລາວ ຈະໄດ້ຮ່ວມຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊູມ ກ່ຽວກັບບັນຫາຕ່າງໆຈຳນວນ 10 ສະບັບ ເພື່ອຢັ້ງຍືນຄືນຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ ແລະ ບົດບາດອັນສໍາຄັນຂອງສະມາຊິກລັດຖະສະພາໃນພາກພື້ນອາຊີ-ປາຊີຟິກ ເປັນຕົ້ນ ບັນຫາການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ບົດບາດຍິງ-ຊາຍ.


ທີ່ມາ: ຂປລ

#TargetMagzine

Comments