ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ລົງຢ້ຽມຢາມກອງພົນທະຫານຮາບທີ 1

ວັນທີ 2 ພະຈິກ 2018ນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ກອງພົນທະຫານຮາບທີ 1 ຢູ່ເມືອງວັງວຽງ ແຂວງວຽງຈັນ, ໂດຍມີບັນດາອໍານາດການປົກຄອງແຂວງວຽງຈັນ, ນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ .


ກອງພົນດັ່ງກ່າວ,ມີໜ້າທີ່ເປັນກໍາລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ, ປະສານກັບບັນດາກົມກອງເພື່ອເຮັດໜ້າທີ່ປົກປັກຮັກສາ

ນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂດໃຈກາງ, ເຮັດໜ້າທີ່ເກາະຫ້ອຍຢູ່ພື້ນທີ່ສ່ວນ ໃຫຍ່ຂອງແຂວງ, ຂອບເຂດຊາຍແດນ ເຊື່ອມຕໍ່ລະຫວ່າງບັນດາແຂວງຕ່າງໆ. ພ້ອມທັງເປັນກໍາລັງລົງກໍ່ສ້າງຮາກຖານການເມືອງປັບປຸງກໍ່ສ້າງກໍາລັງ.

ຂໍ້ມູນຈາກ: ຂປລ.

Comments