ລາວ ກຽມສົ່ງຄະນະນໍາແລະ ນັກກີລາເກືອບ 500 ຄົນຈາກ 29 ປະເພດກີລາຮ່ວມຊີເກມ ທີ່ຫວຽດນາມ

ລາວ ກຽມສົ່ງຄະນະນໍາ, ຄູຝຶກ, ກໍາມະການ ແລະ ນັກກີລາເກືອບ 500 ຄົນຈາກ 29 ປະເພດກີລາຮ່ວມຊີເກມ ທີ່ຫວຽດນາມ ຈັດຂຶ້ນວັນທີ 12-23 ພຶດສະພາ 2022.


ພິທີຖະແຫລງຂ່າວກ່ຽວກັບການກະກຽມສົ່ງຄະນະນໍາ ແລະ ນັກກິລາເຂົ້າຮ່ວມງານມະຫາກໍາກິລາດັ່ງກ່າວຢ່າງເປັນທາງການຈັດຂຶ້ນໃນຕອນບ່າຍວັນທີ 4 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສະຫມອນ ຈັນຍາລາດ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ.

ສໍາລັບ 29 ປະເພດກິລາທີ່ລາວເຮົາ ຈະສົ່ງເຂົ້າຮ່ວມແຂ່ງຂັນ ຊີເກມຄັ້ງນີ້ ແບ່ງອອກເປັນ 2 ພາກສ່ວນ ຄື: ປະເພດທີ່ນໍາໃຊ້ງົບປະມານຂອງລັດຖະບານຮອບດ້ານ ມີ 18 ປະເພດ ຄື: ເປຕັງ, ບີລຽດ-ສະນຸກເກີ້, ຄິດບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ກາຣາເຕໂດ, ຢູໂດ, ມວຍປໍ້າ, ຍິ່ງທະນູ, ແລ່ນ-ລານ, ຍົກນໍ້າຫນັກ, ໂວວິນາມ ແລະ ລອຍນໍ້າ.


ສ່ວນອີກຫນຶ່ງພາກສ່ວນ ແມ່ນກິລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ມີ 11 ປະເພດ ຄື: ບານເຕະ ຍິງ-ຊາຍ, ດອກປີກໄກ່, ເຕັນນິສ, ບານສົ່ງຫາດຊາຍ, ກ໊ອຟ, ຍິມນາສຕິກ, ອີສະ ປອດ, ຍິງປືນ, ປິງປ໋ອງ, ເພາະກາຍ ແລະ ແດ້ນສະປອດ.


ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 31, ນອກຈາກເປັນການປະຕິບັດຫນ້າທີ່ທາງດ້ານການເມືອງ ແລະ ວິຊາສະເພາະຂອງນັກກິລາລາວ ຍັງເປັນການຮັດແຫນ້ນສາຍພົວພັນພິເສດລະຫວ່າງ ລາວ ແລະ ຫວຽດນາມ. ເປັນການເຜີຍແຜ່ວັດທະນະທໍາອັນດີງາມຂອງຊາດລາວ, ທັງເປັນການປະຕິບັດນະໂຍບາຍການພົວພັນກັບບັນດາປະເທດອາຊຽນ ແລະ ເປັນການຍົກຖານະບົດບາດຊື່ສຽງຂອງລາວໃນຂົງເຂດອະນຸພາກພື້ນ ແລະ ສາກົນໃຫ້ນັບມື້ພົ້ນເດັ່ນຂຶ້ນ.


ໃນພິທີຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີການມອບ-ຮັບການສະຫບັນສະຫນູນ ຈາກ 1 ກະຊວງ ແລະ 6 ບໍລິສັດ ຕື່ມອີກ. ສໍາລັບງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງ ວັນທີ 12-23 ພຶດສະພາ 2022 ໂດຍຈະແຂ່ງຂັນທັງໝົດ 40 ປະເພດກິລາ.


ຂໍ້ມູນ: Lao Youth Radio

Comments