ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ບັນຫາສຳຄັນສະເພາະແມ່ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມວາລະແຫ່ງຊາດ.

ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ບັນຫາສຳຄັນສະເພາະແມ່ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມວາລະແຫ່ງຊາດ.


ວັນທີ 4 ພຶດສະພາ 2022 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ຄະນະພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງແຂວງເຊກອງ ເອົາໃຈໃສ່ການປະຕິບັດວຽກງານບາງບັນຫາທີ່ສຳຄັນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ມາດຕະການຕ້ານກັບການລະບາດຂອງພະຍາດໂຄວິດ-19 ແລະ ການທ່ອງທ່ຽວສີຂຽວ.

ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ ໃຫ້ເຂັ້ມແຂງ, ຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ.


ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ, ສົ່ງເສີມການຜະລິດກະສິກໍາເປັນກຸ່ມ, ເປັນຟາມເພື່ອຂະຫຍາຍ ຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫລາຍ, ມີທ່າແຮງໃນການເຂົ້າເຖິງແຫລ່ງທຶນ ແລະ ການເຂົ້າເຖິງຕະຫລາດທີ່ມີປະສິດທິພາບ; ເພີ່ມທະວີການນໍາພາຊີ້ນໍາ ວຽກງານການພັດທະນາຊັບພະຍາກອນມະນຸດ ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ວາງອອກ ທັງຮັບປະກັນຄຸນນະພາບ, ສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ເພື່ອສະໜອງໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງ.


ສ່ວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຄືເອົາໃຈ ໃສ່ຕິດຕາມ, ເກັບກໍາຂໍ້ມູນຖານລາຍຮັບທີ່ມີໃຫ້ຄົບຖ້ວນ, ການສ້າງຖານລາຍຮັບໃໝ່ໃຫ້ມີຄວາມໝັ່ນຄົງ ແລະ ມີຈໍານວນເພີ່ມຂຶ້ນ, ເອົາໃຈໃສ່ຄຸ້ມຄອງການເກັບລາຍຮັບງົບປະມານບໍ່ໃຫ້ຮົ່ວໄຫລ ແລະ ເຂັ້ມງວດວິໄນລາຍຈ່າຍ, ປະຢັດລາຍຈ່າຍບໍລິ ຫານ ແລະ ການລົງທຶນຂອງລັດ.


ຂໍ້ມູນ: ຂປລ

Comments