ຊົມເຊີຍວັນສ້າງຕັ້ງ ກອງກວດ-ກູ້ລະເບີດ58 ເພື່ອມະນຸດສະທໍາ ຄົບຮອບ 9 ປີ.

ຊົມເຊີຍວັນສ້າງຕັ້ງ ກອງກວດ-ກູ້ລະເບີດ58 ເພື່ອມະນຸດສະທໍາ ຄົບຮອບ 9 ປີ.


ພິທີການສະເຫລີມ ສະຫລອງວັນສ້າງຕັ້ງ ກອງກວດ-ກູ້ ລະເບີດ 58 ເພື່ອມະນຸດສະທຳ ຄົບຮອບ 9 ປີ (03 ພຶດສະພາ 2013-03 ພຶດສະພາ 2022) ໂດຍມີສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ແມ່ນກົມກອງໜຶ່ງທີ່ໄດ້ຮັບການສ້າງຂຶ້ນ ຈາກກະຊວງປ້ອງກັນປະເທດ ເພື່ອປະຕິບັດໜ້າທີ່ການສຳຫລວດ ກວດ-ກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ແມ່ນກົມກອງ ທີ່ແຍກອອກຈາກກອງຮ້ອຍທີ 1 ຂອງກອງພັນຊ່າງແສງສູ້ຮົບ 579 ກອງດັ່ງກ່າວໃສ່ຊື່ວ່າ: ກອງກວດ-ກູ້ລະເບີດ 58 ເຊິ່ງຕົວ 58 ໝາຍເຖິງເລກລຳດັບ ຂອງກອງຮ້ອຍເອກະລາດ ທີ່ຂື້ນກັບກົມຊ່າງແສງ ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ໂດຍມີລະບົບການຈັດຕັ້ງເປັນກອງຮ້ອຍເອກະລາດ ພາຍໃຕ້ການຊີ້ນຳ-ນຳພາ ຂອງກົມຊ່າງແສງ ເຮັດໜ້າທີ່ເຄື່ອນໄຫວສຳຫລວດ, ກວດ-ກູ້ລະເບີດບໍ່ທັນແຕກ ຕາມການມອບໝາຍຈາກກະຊວງປ້ອງກັນປະເທດ. (ກ່າວໂດຍສະຫາຍ ພັນໂທ ພອນແກ້ວ ອໍລະດົມ)


ຈາກຜົນງານການເຄື່ອນໄຫວກອງກວດ-ກູ້ ລະເບີດ 58 ເພື່ອມະນຸດສະ ທຳ ໄດ້ຮັບການຍ້ອງຍໍຊົມເຊີຍຈາກພາກ-ລັດ ແລະ ການຈັດຕັ້ງຂັ້ນເທິ່ງ ນັບແຕ່ໃບຍ້ອງຍໍ ຮອດຫລຽນໄຊປະເພດຕ່າງໆ ໃຫ້ບຸກຄົນ ແລະ ລວມໝູ່ຢ່າງສົມກຽດ.


ຂໍ້ມູນ: ຂປລ

Comments