ສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແຕ່ເທສະບານເມືອງຫົວເມືອງ ແຂວງ ຫົວພັນ ຫາຊາຍແດນລາວ-ຫວຽດນາມ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີ ເຮັດບີ ກຣຸບ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 3 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ).


ທ່ານ ໄຕຣລັກ ວິສີສົມບັດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງດ່ວນແຕ່ເມືອງຫົວເມືອງໄປຫາຊາຍແດນ ຫວຽດນາມ (ຊາຍແດນນາແມວ) ແຂວງຫົວພັນ ການສຳຫຼວດໃນເບື້ອງຕົ້ນຂອງບໍລິສັດພວກເຮົານີ້ ແມ່ນ ການສຳຫຼວດເສັ້ນທາງຢູ່ໃນໄລຍະທີ 4 ຂອງໂຄງການກໍ່ສ້າງທາງດ່ວນ ເຊິ່ງໄລຍະທີ 1-3 ນັ້ນ ແມ່ນບໍລິສັດອື່ນໄດ້ເຊັນສັນຍາໄປກ່ອນໜ້ານີ້ແລ້ວ ສຳລັບໄລຍະທີ 4 ຂອງການກໍ່ສ້າງທາງດ່ວນ ມີຄວາມຍາວປະມານ 80 ກິໂລແມັດ.

ການລົງສຳຫຼວດພື້ນທີ່ເພື່ອເກັບກຳຂໍ້ມູນເຮັດບົດສິ່ງແວດລ້ອມແມ່ນຈະໃຊ້ເວລາ 15 ເດືອນ. ຄາດວ່າການກໍ່ສ້າງທາງດ່ວນໃນໄລຍະນີ້ ແມ່ນຈະສຳເລັດກໍ່ສ້າງປະມານ 3-4 ປີ ການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ເປັນການລົງທຶນລະຫວ່າງບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີເຮັດບີ ກຣຸບ ຈຳກັດ ຜູ້ດຽວ.


ທ່ານ ໄຕຣລັກ ວິສີສົມບັດ ກ່າວຕື່ມວ່າ: ເມື່ອໂຄງການກໍ່ສ້າງເສັ້ນທາງດ່ວນສຳເລັດການກໍ່ສ້າງທັງໝົດ 4 ໄລຍະ ຈະມີຜົນປະໂຫຍດຫຼາຍດ້ານ ເປັນຕົ້ນ ດ້ານຄົມມະນາຄົມ ການຂົນສົ່ງສິນຄ້າປະເພດຕ່າງໆຕາມຊາຍແດນ ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ອື່ນໆ.
ທີ່ມາ: ວຽງໃຈໃໝ່

Comments