ນາຍົກ ແຫ່ງ ສປປ ລາວ ສົ່ງສານສະແດງຄວາມເຫັນໃຈ ເຖິງລັດຖະບານຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໃນ ວັນທີ 14/10/2019 ເນື້ອໃນສານລະບຸວ່າ: ຂ້າພະເຈົ້າມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາບຂ່າວພະຍຸໃຕ້ຝຸ່ນ Hagibis ໄດ້ພັດເຂົ້າພາກຕາເວັນອອກສຽງໃຕ້ ແລະ ພາກກາງຂອງຍີ່ປຸ່ນ ໃນວັນທີ 12-13 ຕຸລາ 2019 ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ, ອາຄານສະຖານທີ່ ແລະ ລະບົບພື້ນຖານໂຄງລ່າງ ຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.


ຂ້າພະເຈົ້າໃນນາມສ່ວນຕົວ ກໍ່ຄືລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງທ່ານ ແລະ ຜ່ານທ່ານໄປຍັງ ລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການໄພພິບັດທາງທຳມະຊາດຄັ້ງນີ້.


ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ຂໍສົ່ງກຳລັງໃຈອັນແຮງກ້າມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ ນຳພາຂອງທ່ານ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າອຸປະສັກຕ່າງໆໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຄວາມເສຍຫາຍທີ່ເກີດຈາກພະຍຸໃຕ້ຝຸ່ນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຕາມແຫຼ່ງຂ່າວທ້ອງຖິ່ນ ນະຄອນຫຼວງໂຕກຽວໃຫ້ຮູ້ວ່າ ຈາກເຫດໄພພິບັດພະຍຸໃຕ້ຝຸ່ນ Hagibis ໄດ້ພັດເຂົ້າພາກຕາເວັນອອກສຽງໃຕ້ ແລະ ພາກກາງຂອງຍີ່ປຸ່ນ ໃນວັນທີ 12-13 ຕຸລາ 2019 ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 35 ຄົນ ແລະ ສູນຫາຍຫຼາຍກວ່າ 20 ຄົນ ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບອີກຈຳນວນຫຼາຍ.
ຂ່າວ:ວຽງຈັນທາຍ
ພາບ: Xinhua

Comments