ນະຄອນຫຼວງ ຈູດ​ທຳລາຍສິ່ງ​ເສບ​ຕິດ​ 741 ກິ​ໂລ

ໃນຕອນເຊົ້າວັນທີ 12 ຕຸລາ 2019, ຢູ່ເດີ່ນກໍ່ສ້າງຫ້ອງວ່າການປົກຄອງເມືອງໄຊທານີຫຼັງໃໝ່ ນະຄອນຫຼວງວຽງຈັນ ໄດ້ມີພິທີຈູດທໍາລາຍຢາເສບຕິດ ຈໍານວນ 741 ກິໂລກຣາມ ແລະ ແປ້ງຄາເຟອິນ-ໂສດາໄຟ 58 ເປົາ, ເນື່ອງໃນໂອກາດວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 18 ປີ (12 ຕຸລາ 2001 – 12 ຕຸລາ 2019); ເຊິ່ງເຂົ້າຮ່ວມຈູດທໍາລາຍໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ພົຕ ປອ ສົມຫວັງ ທໍາມະສິດ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ, ພົຈວ ບຸບຜາ ສີພົມມາ ຄະນະປະຈໍາພັກ ນວ ເລຂາຄະນະພັກ ຫົວໜ້າກອງບັນຊາການປກສ ນວ, ພ້ອມດ້ວຍຄະນະພັກ-ຄະນະນໍາ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈູດທໍາລາຍຢາເສບຕິດໃນຄັ້ງນີ້ ພົຈວ ບຸບຜາ ສີພົມມາ ຄະນະປະຈໍາພັກ ນວ ເລຂາຄະນະ ພັກ ຫົວໜ້າກອງບັນຊາການ ປກສ ນວ ໄດ້ກ່າວວ່າ: ເພື່ອເປັນການຈັດຕັ້ງປະຕິບັດແຜນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ໃຫ້ຫຼຸດໜ້ອຍລົງ, ທັງເປັນການປະຕິບັດຕາມວຽກງານ 3 ຫຼຸດ 3 ເພີ່ມ 3 ຂະບວນການ ໂດຍສະເພາະແມ່ນຫຼຸດຜ່ອນບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ສະກັດກັ້ນ, ແກ້ໄຂ ແລະ ປາບປາມ ໄດ້ຫຼາຍພໍສົມຄວນ; ເຊິ່ງສະແດງອອກໃນ 1 ປີຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 877 ຄັ້ງ, ກັກຜູ້ກະທໍາຜິດໄດ້ 1.202 ຄົນ, ຍິງ 123 ຄົນ, ຄົນຕ່າງປະເທດ 10 ຄົນ, ຍິງ 3 ຄົນ, ຢຶດຢາເສບຕິດປະເພດ ຢາບ້າໄດ້ ຈໍານວນ 761.295 ເມັດ, ເຮໂລອິນ 22 ແທ່ງ, ຢາໄອສ໌ 219 ກິໂລກຣາມ, ຝຸ່ນປະສົມຢາບ້າສີແດງ 34 ກຣາມ, ລົດໃຫຍ່ 34 ຄັນ, ລົດຈັກ 96 ຄັນ, ອາວຸດເສິກປືນຍາວ 04 ກະບອກ, ປືນສັ້ນ 14 ກະບອກ, ອາຍັດເຮືອນ-ທີ່ດິນ 11 ຫຼັງ, ດິນສວນ 14 ຕອນ ແລະ ວັດຖຸມີຄ່າຈໍານວນຫຼາຍລາຍການ.
ເພື່ອເຮັດໃຫ້ບັນຫາດັ່ງກ່າວ ຫຼຸດໜ້ອຍລົງ ແລະ ໝົດໄປຈາກສັງຄົມ ການນໍາພັກ-ລັດຂັ້ນສູງ ນວ, ກອງບັນຊາການ ປກສ ນວ ຈຶ່ງໄດ້ສົມທົບກັບຕໍາຫຼວດກົມ 300 ກະຊວງ ປກສ ຈັດພິທີທໍາລາຍຢາເສບຕິດຖິ້ມ; ໃນນີ້ ມີຢາບ້າທັງໝົດຈໍານວນ 385,94 ກິໂລກຣາມ, ເຮໂລອິນ 93,4 ກິໂລກຣາມ, ຢາໄອສ໌ 37,6 ກິໂລກຣາມ, ຄັນຊາແຫ້ງ 8 ກິໂລກຣາມ, ແປ້ງເຮັດຢາບ້າ 67 ກິໂລກຣາມ, ແປ້ງຄາເຟອິນ 41 ເປົາ, ໂຣເດຍໂອມ 64 ກິໂລກຣາມ, ຣິຊິສເດ 18 ກິໂລ, ແປ້ງສີຄີຣມ 310 ກຣາມ, ແປ້ງຝຸ່ນສີຂາວ 8,89 ກິໂລກຣາມ, ແປ້ງຝຸ່ນສີສົ້ມ 67 ກຣາມ, ແປ້ງຝຸ່ນສີບົວກຸຫຼາບ-ບົວປູນ 113 ກຣາມ, ແປ້ງສີແດງຊໍ້າ 56 ກຣາມ, ແປ້ງສີແດງ 17,2 ກິໂລກຣາມ, ໂສດາໄຟ 17 ເປົາ ແລະ ໃບຕົ້ນແຄັດ ຈໍານວນ 39,2 ກິໂລກຣາມ ລວມທັງໝົດຈໍານວນ 741 ກິໂລກຣາມ ແລະ ແປ້ງຄາເຟອິນ-ໂສດາໄຟ 58 ເປົາ ມາຈູດທໍາລາຍຖິ້ມ.

Comments