ສະຖານທູດຈີນປະຈຳ ສປປລາວ ແຈ້ງເຕືອນມີຫຼາຍເຫດການເກີດຂຶ້ນຢູ່ລາວລັກຊະນະຄ້າຍຄືກັນທີ່ມີຄົນຈີນຈຳນວນນຶ່ງແອບອ້າງ ແບບມາຂາຍສິນຄ້າເວົ້າດີ ລົມດີ ແລ້ວວາງຢາສະລົບ ໃສ່ຢາສູບ,ເຄື່ອງດື່ມຕ່າງໆ ຍື່ນໃຫ້ສູບ ໃຫ້ດື່ມ, ຖ້າໃຜໄດ້ສູບໄດ້ດື່ມ ແລ້ວຈະສະລົບ ບໍ່ຮູ້ສືກຕົວ ຄົນຮ້າຍ ຈະປຸ້ນເອົາຊັບສິນໄປໝົດ ຫຼືມືນເມົາ ແລ້ວໂອນເງິນເຂົ້າບັນຊີເຂົາເຈົ້າໄປແບບບໍ່ຮູ້ສຶກຕົວ. ສະນັ້ນແຈ້ງມາໃຫ້ທຸກຄົນ ຈົ່ງມີສະຕິລະວັງຕົວ,ເພາະວ່າບໍ່ແມ່ນຈະສູນເສຍແຕ່ຊັບສີນ ເທົ່ານັ້ນແຕ່ຍັງເປັນອັນຕະລາຍ ຕໍ່ສຸຂະພາບອີກດ້ວຍ
ຫຼ້າສຸດ ວັນທີ 15 ຕຸລາ 2019 ໄດ້ມີການສົ່ງໂຕຜູ້ເຮັດຜິດກົດໝາຍຈຳນວນ 137 ຄົນ ສັນຊາດຈີນ, ຄືນໄປຮັບໂທດທີ່ບ້ານເກີດ ໂດຍການຮ່ວມມື ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ທັງສອງປະເທດ.
ຖ້າພົບເຫັນກະລຸນາ ຖ່າຍຮູບເປັນຫຼັກຖານ ແຈ້ງສາຍດ່ວນສະຖານທູດຈີນ 020 55561683 ແລະ ຕຳຫຼວດລາວ 1191.
ທີ່ມາ: ຂ່າວສານປະເທດລາວ.