ລາວ-ອາເມລິກາ ຮ່ວມມືປັບປຸງຄວາມສາມາດການແຂ່ງຂັນ ຂອງຊາວກະສິກອນ

ສະຫະລັດອາເມລິກາ ສືບຕໍ່ໃຫ້ການການຊ່ວຍເຫຼືອ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກະສິກຳລາວ. ເຊິ່ງວ່າງບໍ່ດົນມານີ້, ສ. ອາເມລິກາ ແລະ ສປປ ລາວ ໄດ້ລິເລີ່ມໂຄງການໃໝ່ທີ່ມີຊື່ວ່າ ໂຄງການ ສົ່ງເສີມຈຸນລະວິສາຫະກິດກະສິກໍາ ຢູ່ ສປປ ລາວ ໂດຍລັດຖະບານສະຫະລັດ ອາເມລິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ເປັນຜູ້ໃຫ້ທຶນຊ່ວຍເຫຼືອລ້າ. ໃນວັນທີ 4 ຕຸລາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າໃຫ້ລັດຖະບານແຫ່ງສປປ ລາວ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກັບ ອົງການ ACDI/VOCA, ເຊິ່ງເປັນ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການດັ່ງກ່າວຂອງ USAID.

ທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ທ່ານ ນາງ ໂຊຟີ້ ວັອກເກີ້, ຫົວໜ້າ ອົງການ ACDI/VOCA ປະຈຳລາວ ໄດ້ລົງລາຍເຊັນສັນຍາບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວ ໂດຍມີ ທ່ານ ຄໍລິນ ຄລອສບີ, ອຸປະທູດ ແຫ່ງປະເທດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຄໍລິນ ຄລອສບີ ໄດ້ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນມື້ນີ້ເນັ້ນຄືນເຖິງຄວາມໝາຍໝັ້ນໃນການຊ່ວຍເຫຼືອລັດຖະບານ ແຫ່ງ ສປປ ລາວ ໃຫ້ບັນລຸໄດ້ເປົ້າໝາຍການພັດທະນາຂອງຊາດ. ສໍາລັບທັງ 2 ປະເທດຂອງພວກເຮົາ, ຂະແໜງ ການກະສິກຳ ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ ແລະ ວັດທະນະທຳຂອງພວກເຮົາ. ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນອັນເປັນຮູບປະທຳ ແກ່ຂະແໜງກະສິກຳ ຂອງ ສປປ ລາວ ແລະ ຊຸກຍູ້ການຄ້າ ແລະ ການຂະຫຍາຍຕົວຂອງເສດຖະກິດຂອງລາວ ໂດຍການຊ່ວຍເຫຼືອບັນດາຈຸນລະວິສາຫະກິດ.

ໂຄງການດັ່ງກ່າວມີໄລຍະຈັດຕັ້ງປະຕິບັດ 5 ປີ ແມ່ນສຸມໃສ່ການພັດທະນາຈູນລະວິສາຫະກິດກະສິກຳໃຫ້ມີປະສິດທິຜົນ, ປະສິດທິພາບ ແລະ ສາມາດແຂ່ງຂັນໄດ້ ຊື່ງຈະຊ່ວຍໃຫ້ຊາວກະສິກອນສາມາດດໍາເນີນງານຕາມຫຼັກການທາງທຸລະກິດໄດ້. ໂດຍການຈັດຕັ້ງປະຕິບັດຢູ່ໃນແຂວງ ຊຽງຂວາງ, ໂຄງການດັ່ງກ່າວຈະຝຶກອົບຮົມບັນດາຊາວກະສິກອນ ແລະ ຈຸນລະວິສາຫະກິດກະສິກຳ ກ່ຽວກັບການ ຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ, ເພີ່ມທະວີການເຊື່ອມໂຍງກັບຕະຫຼາດ ແລະ ປັບປຸງການເຂົ້າເຖິງແຫຼ່ງເງິນທຶນ. ຊຶ່ງທຶນຊ່ວຍເຫຼືອສຳລັບໂຄງການນີ້ແມ່ນຫຼາຍກວ່າ 6,937,000 ໂດລາ ສະຫະລັດອາເມລິກາ ແລະ ໂຄງການດັ່ງກ່າວແມ່ນໂຄງການລ່າສຸດຂອງສ. ອາເມລິກາ ໃນບັນດາໂຄງການພັດທະນາຂະແໜງການກະສິກຳຂອງລາວ. ໃນປະຈຸບັນ ສ. ອາເມລິກາ ໄດ້ໃຫ້ການສະໜັບສະໜູນແກ່ຂະແໜງການດັ່ງກ່າວໂດຍຜ່ານສອງໂຄງການ, ລວມມູນຄ່າຫຼາຍກວ່າ 15,900,000ໂດລາ ສະຫະລັດອາເມລິກາ

ນອກຈາກໂຄງການນີ້ແລ້ວ, ສະຫະລັດອາເມລິກາຍັງຮ່ວມມືກັບລັດຖະບານ ແລະ ປະຊາຊົນລາວຢູ່ໃນຫຼາຍຂົງເຂດ ເພື່ອປັບປຸງ ວຽກງານການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ ແລະ ສ້າງຄວາມເຂັ້ມແຂງໃນການປະຕິບັດລະບຽບກົດໝາຍ.

Comments