7 ປີ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມອບພັນທະ 458 ລ້ານໂດລາໃຫ້ລັດຖະບານລາວ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງ ບໍ່ແກ້ວ ໄດ້ມອບພັນທະອາກອນໃຫ້ລັດຖະບານນັບແຕ່ປີ 2012 ມາຮອດ ກາງປີ 2019 ຈໍານວນ 458 ລ້ານໂດລາສະຫະລັດ, ປັດຈຸບັນ ໄດ້ລົງທຶນພັດທະນາແລ້ວ 17.607,4 ຕື້ກີບ ເຊິ່ງການພັດທະນາໂດຍພື້ນຖານເຫັນເປັນຮູບຮ່າງຕົວເມືອງແລ້ວ ສາມາດດຶງນັກທຸລະກິດເຂົ້າມາລົງທຶນ ທັງໝົດ 495 ຫ້າງຮ້ານ ໃນນີ້ມີທຶນຈົດທະບຽນ 4.372,2 ຕື້ກີບ ຫຼື ປະມານ 496 ລ້ານໂດລາສະຫະລັດ.

ລົດບົດ ອັດສັ່ນສະເທືອນ SV520D ? ສາມາດເຮັດວຽກໄດ້ຫຼາຍຊົ່ວໂມງຕໍ່ວັນ ? ເຮັດໃຫ້ວຽກງານຂອງທ່ານໄປໄດ້ໄວຂື້ນ ? ແຂງແຮງ, ທົນທານ, ອາຍຸການໃຊ້ງານຍາວນານ ? ນອກນີ້ເຮົາຍັງມີອາໄຫຼ່ແລະທີມງານຊ່າງໄວ້ຄອຍບໍລິການ ☎☎ສົນໃຈສັ່ງຊື້ຫຼືສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ ? ຝ່າຍຂາຍ:030 9806917,030 5550290-2 ? ຝ່າຍອາໄຫຼ່:030 9806912,030 5550281 ? ມືຖື: 020 5551 1236, 020 5666 9222

 

ທ່ານ ຈັນທະຈອນ ວາງຟາເຊັງ ກໍາມະການສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່າວວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີເນື້ອທີ່ສໍາປະທານທັງໝົດ 10 ພັນເຮັກຕາ, ໃນນັ້ນແບ່ງອອກເປັນ 2 ເຂດຄື: ເຂດພັດທະນາ ຕົວເມືອງ 3 ພັນເຮັກຕາ ແລະ ເຂດປ່າສະຫງວນສາຍພູກິ່ວລົມ 7 ພັນເຮັກຕາ. ນັບແຕ່ໄລຍະບຸກເບີກມາເຖິງປັດຈຸັນ ເປັນໄລຍະ 12 ປີ ໄດ້ສຸມໃສ່ດຶງດູດການລົງທຶນ, ນັກທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນສ້າງເສັ້ນທາງ, ຄູກັນເຈື່ອນ, ທ່າເຮືອສິນຄ້າ, ຕະຫຼາດສົດ, ລະບົບສີຂຽວ, ລະບົບນໍ້າປະປາ, ສະຖານີໄຟຟ້າ, ລະບົບສື່ສານ, ລະບົບສາທາລະນະສຸກ ແລະ ການປິ່ນປົວພື້ນຖານ, ຖະໜົນມິດຕະພາບ ລາວ-ຈີນ, ຕະຫຼາດຈີນ, ຖະໜົນອາຫານແຄມແມ່ນໍ້າ, ໂຮງແຮມຫ້າດາວ ແລະ ໂຄງການທ່ອງທ່ຽວອື່ນໆ ໄດ້ລົງທຶນ ພັດທະນາທັງໝົດ 17.607,4 ຕື້ກີບ ຫຼື ປະມານ 2 ຕື້ ໂດລາສະຫະລັດ ໃນນັ້ນໄດ້ພັດທະນາກໍ່ສ້າງເຂດຕົວເມືອງກວມ ເນື້ອທີ່ 200 ເຮັກຕາ, ລົງທຶນກໍ່ສ້າງທ່າເຮືອສາກົນສາມຫຼ່ຽມຄໍາ ແລະ ຫ້ອງການພາສີ (ໂດຍໃຫ້ເຈົ້າໜ້າທີ່ພາສີນໍາ ໃຊ້ໂດຍບໍ່ເສຍຄ່າ) ຈໍານວນ 46,459 ຕື້ກີບ ຫຼື ປະມານ 5,2 ລ້ານໂດລາສະຫະລັດ.

ຂະນະດຽວກັນ ທາງເຂດເສດຖະກິດພິ ເສດສາມຫຼ່ຽມຄໍາ ໄດ້ເອົາໃຈໃສ່ປະຕິບັດການມອບພັນທະ ອາກອນໃຫ້ລັດຖະບານ ເຊິ່່ງນັບແຕ່ປີ 2012 ຫາເດືອນ 6 ຂອງປີ 2019 ຈັດຕັ້ງປະຕິບັດແລ້ວ 458 ລ້ານໂດລາສະຫະ ລັດ.

ທ່ານ ຈັນທະຈອນ ວາງຟາເຊັງ ໃຫ້ຮູ້ຕື່ມອີກວ່າ: ພວກເຮົາ ໄດ້ເອົາໃຈໃສ່ພັດທະນາສະພາບແວດລ້ອມໃຫ້ດີ ເປັນຕົ້ນ ໄດ້ລົງທຶນສ້າງຂົວ ແລະ ປັບປຸງຮ່ອງນໍ້າ 3 ສາຍຢູ່ເຂດຕົວເມືອງ ລວມມູນຄ່າ 56,9 ຕື້ກີບ, ມາຮອດປັດຈຸບັນ ລົງທຶນສ້າງພື້ນທີ່ສີຂຽວ ປູກຕົ້ນໄມ້ປະດັບແຄມທາງ ມູນຄ່າ 228,8 ຕື້ກີບ, ດ້ານສາທາລະນະສຸກ ດຶງດູດນັກລົງທຶນ ຈໍານວນ 30 ລ້ານໂດ ລາສະຫະລັດເພື່ອສ້າງໂຮງໝໍສາກົນລາວຕາເວັນອອກຮ່ວມມືກັບ ໂຮງໝໍເມືອງ ຕົ້ນເຜິ້ງ ແລະ ໂຮງໝໍ ຊຽງແສນ ປະ ເທດໄທ ເພື່ອຮອງຮັບການປິ່ນປົວພະຍາດ ແລະ ຄົນເຈັບຈາກອຸບັດເຫດ. ສ່ວນດ້ານການສຶກສາ ກໍສາມາດຶງດູດນັກທຸລະກິດ ມາລົງທຶນ 133,9 ຕື້ກີບ ເພື່ອສ້າງໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ ຄາດວ່າທ້າຍປີ 2020 ຈະໃຫ້ສໍາເລັດໂຄງການ.

ພ້ອມກັນນີ້ ກໍໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທໍາ ໂດຍໄດ້ລົງທຶນ 65 ຕື້ກີບ ເພື່ອສ້າງຕັ້ງວັດຊົງຊານ ເປັນການສົ່ງເສີມສາດສະໜາ, ຊ່ວຍເຫຼືອທຶນກໍ່ສ້າງວັດ ແລະ ພະເຈົ້າໃຫຍ່ຢູ່ ແຂວງ ບໍ່ແກ້ວ ຈໍານວນ 2,63 ຕື້ກີບ. ສິ່ງສຳຄັນອີກຢ່າງໜຶ່ງທາງເຂດພວກເຮົາ ໄດ້ສົ່ງເສີມການທ່ອງທ່ຽວ ເຊິ່ງປີ 2018 ມີນັກ ທ່ອງທ່ຽວເຂົ້າມາຈໍານວນ 452.571 ຄົນ, ນັກທ່ອງທ່ຽວ ເຂົ້າມາທາງດ່ານສາກົນສາມຫຼ່ຽມຄໍາ ມີ 131.593ຄົນ ທຽບ ໃສ່ ປີຜ່ານມາເພີ່ມຂຶ້ນ 124,5%, ລາຍຮັບຈາກວີຊ່າກັບດ່ານ ປະມານ 22,5 ຕື້ກີບ ມາຮອດເດືອນ ກັນຍາ 2019 ເຂດເສດຖະກິດພິເສດສາມຫຼ່ຽມຄໍາມີ ໂຮງແຮມ ທັງໝົດ 13 ແຫ່ງ, ມີ ຫ້ອງພັກ 1.303 ຫ້ອງ ແລະ ຄາດວ່າຮອດທ້າຍປີຈະເພີ່ມຂຶ້ນ 3 ແຫ່ງ.


ສຳລັບ GDP ຂອງເຂດໃນປີ 2019 ປະມານ 1,353 ຕື້ກີບ ຫຼື ປະມານ 150 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 7% ສະເລ່ຍ ລາຍຮັບ 3,750 ໂດລາສະຫະລັດ/ຄົນ, ຮອດປີ 2025 GDP ຂອງເຂດ ຈະໃຫ້ບັນລຸເຖິງ 3,250 ຕື້ກີບ ຫຼື ປະມານ 370 ລ້ານໂດລາສະຫະລັດ ທຽບໃສ່ປີ 2019 ເພີ່ມຂຶ້ນ 150%.

Comments