ສະຖານທູດໄທ ສະເຫຼີມສະຫຼອງວັນຊາດ ແລະ ວັນພໍ່ແຫ່ງຊາດ.

ໃນຕອນຄໍ່າຂອງວັນທີ 5 ທັນວາ 2019, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງ ວັນພຣະບໍຣົມຣາດຊະສົມພົບ ພຣະບາດສົມເດັດພຣະບໍຣົມຊົນກາທິເບດ ມະຫາພູມີພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ໃນຫຼວງຣາຊະການທີ 9, ວັນຊາດ ແລະ ວັນພໍ່ແຫ່ງຊາດ, ໂດຍມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ດໍາຣົງ ໄຄຣ່ຄວນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຂຶ້ນກວ່າໃນພິທີໂດຍມີເນື້ອໃນສໍາຄັນບາງຕອນວ່າ: ປັດຈຸບັນປະເທດໄທ ແລະ ສປປ ລາວ ມີການພົວພັນທີ່ອົບອຸ່ນ ແລະ ໃກ້ສິດ,ຜູ້ນໍາ ແລະ ລັດຖະບານມີການພົບປະ ໄປມາຫາສູ່ກັນ ມີຄວາມເຂົ້າໃຈອັນດີລະຫວ່າງກັນ,ໜ່ວຍງານຂອງທັງສອງປະເທດມີການຮ່ວມມືທີ່ຫຼາກຫຼາຍ,ຊາຍແດນມີຄວາມສະຫງົບ,ປະຊາຊົນສອງປະເທດເດີນທາງໄປມາຫາສູ່ກັນຢ່າງສະດວກສະບາຍ.

ຜົນຈາກການພົວພັນທີ່ດີຕໍ່ກັນນີ້ ເມື່ອປີ 2018 ລັດຖະບານທັງສອງຈຶ່ງໄດ້ປະກາດໃຫ້ສອງປະເທດເປັນ   ”ຫຸ້ນສ່ວນຍຸດທະສາດເພື່ອຄວາມຈະເລີນເຕີບໂຕ ແລະ ພັດທະນາຢ່າງຍືນຍົງ” ການບັນລຸວິໄສທັດດັ່ງກ່າວຈໍາເປັນຕ້ອງອາໄສການເຮັດວຽກຮ່ວມກັນໃນທຸກພາກສ່ວນ ບໍ່ວ່າຈະເປັນພາກລັດ,ເອກະຊົນ ແລະ ປະຊາຊົນ.

ໄທເປັນຄູ່ຄ້າອັນດັບໜຶ່ງຂອງສປປ ລາວ,ເປັນຜູ້ຊື້ໄຟຟ້າອັນດັບໜຶ່ງ,ຄົນໄທເດີນທາງມາທ່ອງທ່ຽວ ສປປ ລາວ ຫຼາຍເປັນອັນດັບໜຶ່ງ,ການລົງທຶນໃນລາວເຄີຍເປັນອັນດັບໜຶ່ງ ປັດຈຸບັນເປັນອັນດັບສອງ, ທ່າມກາງຄວາມບໍ່ແນ່ນອນ ແລະ ຜັນແປຂອງສະຖານະການໂລກ ເຮົາຈະຮ່ວມມືກັນເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນເຕີບໂຕທາງເສດຖະກິດ ໄປດ້ວຍກັນຢ່າງຕໍ່ເນື່ອງ.

ໃນປີ 2020 ສອງປະເທດຈະກ້າວເຂົ້າສູ່ປີທີ 70 ຂອງການພົວພັນທາງການທູດ,ຂ້າພະເຈົ້າເຊື່ອໝັ້ນວ່າບົນພື້ນຖານທີ່ສອງປະເທດມີການພົວພັນທີ່ແໜ້ນແຟ້ນເຮົາຈະເຮັດວຽກຮ່ວມກັນຢ່າງໃກ້ສິດຫຼາຍຂຶ້ນ ເພື່ອຄວາມກ້າວໜ້າຂອງປະຊາຊົນສອງປະເທດຢ່າງຕໍ່ເນື່ອງ,ປະເທດໄທຈະໃຫ້ການສະໜັບສະໜູນນະໂຍບາຍການພັດທະນາປະເທດຂອງ ສປປ ລາວ ໃນທຸກໆດ້ານ ແລະ ໃຫ້ຄວາມສໍາຄັນທີ່ສຸດຕໍ່ການພົວພັນຢ່າງໃກ້ສິດຂອງສອງປະເທດຕໍ່ໄປ.

Comments