ປີໜ້າ ຄົນລາວ ຈະໄດ້ນໍາໃຊ້ ລົດຕຸກໆ ຮູບແບບໃໝ່ ຈາກ ສ. ເກົາຫຼີ

ຂ່າວດີ ! ບໍລິສັດ Kyungwoo Systech ຂອງ ສ. ເກົາຫຼີ ນໍາສະເໜີ ລົດຕຸກໆໄຟຟ້າ ຮູບແບບໃໝ່  ທີ່ມີການອອກແບບ ສວຍງາມ ແລ່ນດ້ວຍໄຟຟ້າ ປະຢັດໄຟ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ທີ່ງານ Korea-ASEAN Innovation Showcase ທີ່ BEXCO ເມືອງປູຊານ, ສ. ເກົາຫຼີ ຫ່າງຈາກນະຄອນຫຼວງ ປະມານ 450  ກມ ໃນວັນທີ 25/11/2019 ທີ່ຜ່ານມາ ໄປພ້ອມກັບ ກອງປະຊຸມ ພິເສດ  South Korea-ASEAN special summit.
ລາຄາລົດຕຸກໆ ຄັນໜຶ່ງມີລາຄາ ປະມານ 5.000 ໂດລ້າສະຫະລັດ ຫຼື 44.500.000 ກີບ, ໂດຍປະກອບມີ ແບັດເຕີລີ ຊະນິດພິເສດ 4 ອັນ ລາຄາ ອັນລະ 600 ໂດລາສະຫະລັດ (5,340,000 ກີບ) ໂດຍມີຄຸນສົມບັດ ສາກເຕັມ ແລະ ເກັບໄວ້ ໃຊ້ ຢ່າງຕໍ່ເນື່ອງ. ໃນອະນາຄົດ, ທາງບໍລິສັດ ຍັງຈະມີແຜນ ສ້າງໂຮງງານ ປະກອບ ອາໄຫຼລົດຕຸກໆ ປະເພດດັ່ງກ່າວ ຢູ່ ສປປ ລາວ ນໍາຕື່ມອີກ.
 
ບໍລິສັດດັ່ງກ່າວ ຄາດການເອົາໄວ້ວ່າ ຈະເລີ້ມນໍາໃຊ້ ລົດຕຸກໆເຫຼົ່ານີ້ ຢູ່ຕາມ ເມືອງທ່ອງທ່ຽວຕ່າງໆ ຂອງ ສປປ ລາວ ລວມທັງໃນນະຄອນຫຼວງວຽງຈັນ ໃນກາງປີ 2020 ນີ້.
ຂໍ້ມູນຈາກ: ສໍານັກຂ່າວ YONHAP
ທີ່ມາ: Lao Youth Radio FM 90.0 Mhz

Comments