ໃຊ້ແຮງງານຕ້ອງຮັບປະກັນໃຫ້ຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບໜຶ່ງຄັ້ງຕໍ່ປີ !!!

ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວໃນກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານລົງເລີກເອົາໃຈໃສ່ດ້ານສຸຂະພາບແຮງງານ ຂຶ້ນວັນທີ 25 ພະຈິກ 2019 ຜ່ານມາວ່າ: ວຽກງານດ້ານຄວາມປອດໄພ ແລະ ສຸຂະພາບແມ່ນການປ້ອງກັນ ການຫຼຸດຜ່ອນຄວາມສ່ຽງຈາກການເກີດອຸບັດຕິເຫດແຮງງານ ແລະ ເປັນພະຍາດອາຊີບ ພ້ອມດຽວກັນນັ້ນຍັງແມ່ນການມອບຄວາມຮັບຜິດຊອບໃນການເບີ່ງແຍງ ການຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກການເກີດອຸບປະຕິເຫດ ແລະ ພະຍາດດັ່ງກ່າວ ພ້ອມທັງເປັນການຫຼຸດຜ່ອນການສູນເສຍຊັບສິນ ແລະ ທຸລະກິດຂອງຜູ້ລົງທຶນດ້ວຍ ຫຼາຍປະເທດໃນໂລກຖືວຽກງານຄວາມປອດໄພແຮງງານເປັນບູລິມະສິດໃນຂະບວນການການຜະລິດ ແລະ ການບໍລິການຂອງປະເທດ ປະເທດເຫຼົ່ານັ້ນລ້ວນແລ້ວແຕ່ມີສະຖາບັນ ຫຼື ການຈັດຕັ້ງ(ກະຊວງ ກົມ ສູນ) ທີ່ມີປະສິດທິພາບ ມີກົດໝາຍ ແລະ ລະບຽບການທີ່ລະອຽດ ຮັດກຸມ ເຂັ້ມງວດໃນການບັງຄັບໃຊ້.

ລັດຖະບານໄດ້ອອກດຳລັດວ່າດ້ວຍຄວາມປອດໄພ ແລະ ສູຸຂະພາບແຮງງານໃນຕົ້ນປີ 2019 ດໍາລັດດັ່ງກ່າວປະກອບມີເນື້ອໃນສຳຄັນໃຫ້ແກ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເຊິ່ງໄດ້ ກຳນົດລະອຽດສິດ ແລະ ຄວາມຮັບຜິດຊອບຂອງທັງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານກຳນົດ ຫຼື ແບ່ງຄວາມຮັບຜິດຊອບທີ່ຊັດເຈນ ລະຫວ່າງອົງການລັດ ອົງການຈັດຕັ້ງມະຫາຊົນກຳນົດ ການຈັດຕັ້ງ ແລະ ການເຄື່ອນໄວຂອງສູນຄວາມປອດໄພ ແລະ ສຸຂະພາບແຮງງານ (ຍັງບໍ່ມີ)ກຳນົດ ໃຫ້ບຸກຄົນ ນິຕິບຸກຄົນມີສ່ວນຮ່ວມ ແລະ ສາມາດລົງທຶນເຂົ້າໃນວຽກງານດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ອື່ນໆ.

ເພື່ອປ້ອງກັນພະຍາດອາຊີບທີ່ອາດຈະເກີດຂຶ້ນກັບຜູ້ອອກແຮງງານ ດັ່ງນັ້ນລັດຖະບານຈຶ່ງໄດ້ສ້າງກົນໄກເພື່ອປ້ອງກັນສຸຂະພາບ ເພື່ອຮັບຮູ້ຂໍ້ມູນກ່ຽວກັບພະຍາດອາຊີບຂອງຜູ້ອອກແຮງງານ ເຖິງວ່າຈະບໍ່ສາມາດປ້ອງກັນໄດ້ຢ່າງໜ້ອຍຜູ້ທີ່ໄດ້ຮັບເຄາະກໍ່ຄວນໄດ້ຮັບການເບີ່ງແຍງດູແລ ແລະ ຊ່ວຍເຫຼືອສ່ວນໃດສ່ວນໜຶ່ງຈາກອົງການທີ່ກ່ຽວຂ້ອງ ລວມທັງຜູ້ທີ່ໃຊ້ແຮງງານ ດັ່ງນັ້ນ ກົດໝາຍວ່າດ້ວຍແຮງງານ ຈຶ່ງກຳນົດໃຫ້ ຜູ້ໃຊ້ແຮງງານຕ້ອງຮັບປະກັນໃຫ້ຜູ້ອອກແຮງງານທີ່ເຮັດວຽກນຳຕົນໄດ້ຮັບການກວດ/ເຊັກ ສຸຂະພາບຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ກຳນົດໃຫ້ຜູ້ໃຊ້ແຮງງານຮັບຜິດຊອບຄ່າກວດ ແລະ ກວດໃນສະຖານທີ່ສະເພາະກວດສຸຂະພາບແຮງງານ ທີ່ມີຄວາມຊ່ຽວຊານສະເພາະ ມີເຄື່ອງມືອຸບປະກອນ ມີຖານຂໍ້ມູນເກັບກຳສະພາບສຸຂະພາບຂອງຜູ້ອອກແຮງງານ.

ຂ່າວ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ເພັດສະໄໝ)

Comments