ອາເມລິກາ ມອບເຄື່ອງກວດເລືອດບົ່ງມະຕິໄຂ້ມາເລເລຍ ຈຳນວນ 1 ແສນຊຸດໃຫ້ແກ່ ລັດຖະບານລາວ

ສ. ອາເມລິການໍາໜ້າສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການລົບລ້າງພະຍາດມາເລເລຍ ໃນ ປີ 2030. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາລາວ ໄດ້ມອບເຄື່ອງກວດເລືອດ ເພື່ອບົ່ງ­­­ມະຕິໄຂ້ມາເລເລຍຢ່າງໄວຈຳນວນ 100.000 ຊຸດໃຫ້ແກ່ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃນຄັ້ງວັນທີ 6 ທັນວາທີ່ຜ່ານມາ.  ເຄື່ອງກວດເຫຼົ່ານີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ແລະ ຈະໄດ້ຖືກແຈກຢາຍໄປທົ່ວສຸກສາລາ ແລະ ໂຮງໝໍໃນທົ່ວປະເທດ ໂດຍສະເພາະແມ່ນເຂດທີ່ມີການລະບາດສູງຂອງໄຂ້ມາເລເລຍ.

ທ່ານນາງ ຣີນາ ໃຫ້ຄຳເຫັນວ່າ: ນີ້ສະແດງໃຫ້ເຫັນເຖິງການຮ່ວມມືທີ່ຮັດແໜ້ນລະຫວ່າງສອງຊາດລາວອາເມລິກາໃນຂະແໜງການສາທາລະນະສຸກ ເຊິ່ງແມ່ນມີຈຸດ ປະສົງເພື່ອບັນລຸເປົ້າໝາຍການພັດທະນາຂອງລັດຖະບານລາວ. ຂ້າພະເຈົ້າເຊື່ອວ່າ ພວກເຮົາຈະສາມາດ ລົບລ້າງພະຍາດມາເລເລຍໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.

ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເລຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງຫຼາຍເຖິງ 80 ສ່ວນຮ້ອຍ, ເຊິ່ງຫຼຸດລົງ ຈາກ ຈຳນວນສູງສຸດທີ່ 50.000 ໃນປີ 2014 ທີ່ມີການລະບາດ ຫາ 8.920 ກໍລະນີ ໃນປີ 2018. ຕັ້ງແຕ່ນັ້ນມາກໍລະນີຄົນເຈັບ ໄຂ້ມາເລເລຍກໍສືບຕໍ່ຫຼຸດລົງ. ຈຳນວນຄົນເຈັບໃນ 9 ເດືອນທໍາອິດຂອງປີ 2019 ຫຼຸດລົງເຫຼືອພຽງແຕ່ 5,120 ກໍລະນີ, ແລະ ສ່ວນຫຼາຍແມ່ນຊຸມຊົນ ໃນ 5 ແຂວງພາກໃຕ້.

ທ່ານນາງ ຣີນາ ກ່າວຕື່ມວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈກັບຄວາມຄືບໜ້າຂອງກະຊວງສາທາລະນະສຸກໃນການເຮັດວຽກເພື່ອລົບ ລ້າງພະຍາດມາເລເລຍ. ສ. ອາເມລິກາ ພູມໃຈທີ່ໄດ້ມີສ່ວນຮ່ວມໃນຂະບວນການນີ້ ແລະ ເຄື່ອງກວດພະຍາດຈຳນວນ 100,000ຊຸດນີ້ ຈະເປັນເຄື່ອງມືໃຫ້ກັບແພດໝໍລາວສາມາດຮັກສາຊີວິດຂອງປະຊາຊົນລາວ ແລະ ປ້ອງກັນການລະບາດຂອງໄຂ້ ມາເລເລຍໄດ້ງ່າຍຂຶ້ນ.

ເຄື່ອງເຫຼົ່ານີ້ ແມ່ນການຊ່ວຍເຫຼືອລ້າຄັ້ງຫຼ້າສຸດຂອງລັດຖະບານສະຫະລັດ ອາເມລິກາ ໃຫ້ແກ່ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ. ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID ໂດຍຜ່ານ ໂຄງການລິເລີ່ມມາເລເລຍຂອງປະທານາທິບໍດີສະຫະລັດອາເມລິກາ ຫຼື President’s Malaria Initiative

(USAID/PMI). ໃນເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ສ. ອາເມລິກາຍັງໄດ້ມອບມຸ້ງເຄືອບຢາຈຳນວນ 170,000 ດາງໃຫ້ແກ່ ສປປ ລາວ. ມາຮອດມື້ນີ້ ສ. ອາເມລິກາໄດ້ມອບ ແລະ ແຈກຢາຍ ມຸ້ງເຄືອບຢາທັງໝົດ 610,688 ດາງ, ເຄື່ອງກວດເລືອດເພື່ອ  ບົ່ງມະຕິໄຂ້ມາເລເລຍຢ່າງໄວ 470,000 ຊຸດ ແລະ ໃຫ້ຢາປິ່ນປົວມາເລເລຍ 111,740 ຄັ້ງ.

ສ. ອາເມລິກາ ໄດ້ມີສ່ວນຮ່ວມຫຼາຍກ່ວາ 1.94 ລ້ານ ໂດລາສະຫະລັດ ໃນດ້ານອຸປະກອນ ແລະ ການຊ່ວຍເຫຼືອທາງວິຊາການ ເພື່ອສະໜັບສະໜູນລັດຖະບານລາວໃນການຕໍ່ສູ້ກັບພະຍາດມາເລເລຍໃຫ້ໝົດໄປພາຍໃນປີ 2030 ໃນທົ່ວ ສປປລາວ, ສ. ອາເມລິກາໄດ້ເຮັດວຽກຮ່ວມກັບ ສປປລາວ ໂດຍຜ່ານຫຼາຍໂຄງການເຊັ່ນ: ການພັດທະນາວຽກງານການສຶກສາ ແລະ ສຸຂະພາບ, ວຽກງານການຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ, ວຽກງານການພັດທະນາເສດຖະກິດ ແລະ ສິ່ງແວດລ້ອມແບບຍືນຍົງ.

Comments