ທີມນັກກິລາລາວ ໄດ້ຫຼຽນຄໍາ ລາຍການໂວວີນາມ ຊີງແຊັມໂລກ

ນັກກິລາໂວວີນາມທີມຊາດລາວສ້າງຊື່ສຽງໃນລະດັບໂລກຢ່າງພາກພູມໃຈຫຼັງໄດ້ 1 ຫຼຽນຄໍາ,2 ຫຼຽນ ເງິນ ແລະ 8 ຫຼຽນທອງໃນການແຂ່ງຂັນໂວວີນາມ ຊິງແຊັມໂລກ 2019 ທີ່ຈັດຢູ່ປະເທດກໍາປູເຈຍແຕ່ວັນທີ 16-22 ທັນວານີ້.

ລາຍການນີ້ມີນັກກິລາ 24 ປະເທດເຂົ້າຮ່ວມ ຊຶ່ ງສປປ ລາວ ໄດ້ສົ່ງນັກກິລາ 11 ຄົນຮ່ວມແຂ່ງຂັນ ແລະ ສາມາດຍາດໄດ້ 1 ຫຼຽນຄໍາຈາກ ທ້າວ ໄພລັດ ທໍາມະວົງສາ ປະເພດຟ້ອນດ່ຽວຊາຍມີອຸປະກອນ ເຈົ້າຂອງຫຼຽນທອງກິລາຄິກບ໋ອກຊິງໃນຊີເກມ 2019 ແລະ 2 ຫຼຽນເງິນ ຈາກ ນາງມາລາ ຈັນທະລັກສາ ປະເພດຕໍ່ສູ້ ນໍ້າໜັກ 48 ກິໂລ ແລະ ທ້າວ ໄຊຊະນະ ຮວ່າງລໍຄຳ ປະເພດຕໍ່ສູ້ ນໍ້າໜັກ 60 ກິໂລ.

ນັກກິລາວີໂວນາມທີມຊາດລາວ 11 ຄົນທີ່ຮ່ວມແຂ່ງຂັນລະດັບໂລກຄັ້ງນີ້ິ້ມີນາງ ມາລາ ຈັນທະລັກສາ,ນາງ ພິກສະໄໝ ອິນສຸມັງ,ນາງ ກຸ້ງກິ້ງ ບຸດດາໄຊ,ທ້າວ ພິລາວັນ ຈັນທະກາລີ,ທ້າວ ໄພລັດ ທຳມະວົງ ສາ,ທ້າວ ພຸດທະສິນ ປ່ຽງປັນຍາ,ທ້າວ ໂພຄຳ ພົມມະຈັນ,ທ້າວ ໄຊຊະນະ ຮວ່າງລໍຄຳ,ທ້າວ ສອນພະ ຈັນ ອຸດທະວົງ,ທ້າວ ສົມໝາຍ ຜາງນີວົງ ແລະ ທ້າວ ຄຳຫລ້າ ແກ້ວມະນີ.
(ຂອບໃຈຂໍ້ມູນຂ່າວ ແລະ ຮູບພາບຈາກທ່ານ ວຽງສຸກ ຮັງເງິນ ຄູຝຶກໂວວີນາມທີມຊາດລາວ)

Comments