ທ່ານນາຍົກ ລັດຖະມົນຕີ ຕ້ອນຮັບຄະນະສະມາຄົມສິລະປະແຄນລາວ

​​ເນື່ອງໃນໂອກາດ ວັນສ້າງຕັ້ງສະໂມສອນສິລະປະແຄນລາວ (ສະມາຄົມສິລະປະແຄນລາວ ໃນປະຈຸບັນ) ຄົບຮອບ 14 ປີ (13 ທັນວາ 2015 ຫາ 13 ທັນວາ 2019), ວັນສຽງແຄນລາວ ໄດ້ເຂົ້າເປັນມໍລະດົກໂລກ ທາງດ້ານນາມມະທຳ ຄົບຮອບ 2 ປີ (7 ທັນວາ 2017 ຫາ 7 ທັນວາ 2019), ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 99 ປີ ແລະ ໃນໂອກາດສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ທີ່ຈະມາເຖິງ ໃນບໍ່ເທົ່າໃນວັນຂ້າງໜ້າ.

ດັ່ງນັ້ນ, ​​​​​ໃນຕອນແລງ ຂອງວັນທີ 13 ທັນວາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ສະມາຄົມສິລະປະແຄນລາວ, ຊຶ່ງນຳໂດຍທ່ານ ຈະເລີນ ເຍຍປາວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກ, ປະທານຂົນຂວາຍ ການສ້າງຕັ້ງສະມາຄົມສິລະປະແຄນລາວ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສະມາຄົມສິລະປະແຄນລາວ ຕໍ່ການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາແຄນລາວ, ເຮັດໃຫ້ແຄນລາວມີຊື່ສຽງຢູ່ໃນເວທີສາກົນ ໂດຍສະເພາະ ສຽງແຄນລາວ ໄດ້ເຂົ້າເປັນມໍລະດົກໂລກ ທາງດ້ານນາມມະທຳ.

ພ້ອມກັນນັ້ນ ກໍ່ໄດ້ເນັ້ນໜັກ ໃຫ້ສະມາຄົມສິລະປະແຄນລາວ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນໄວ້ໃຫ້ດີ, ສືບຕໍ່ໂຄສະນາເຜີຍແຜ່ແຄນລາວໃຫ້ກວ້າງຂວາງ, ເຮັດໃຫ້ທຸກພາກສ່ວນໃນສັງຄົມ ທັງພາກໃນ ແລະ ຕ່າງປະເທດ ໄດ້ມີສ່ວນຮ່ວມນຳກັນຫຼາຍຂຶ້ນ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ປົກປັກຮັກສາ ໃຫ້ແຄນລາວ-ສຽງແຄນລາວ ຍືນຍົງຄົງຕົວຄູ່ຄົນລາວຕະຫຼອດໄປ.

ພ້ອມກັນນັ້ນ ກໍ່ປຸກລະດົມຂົນຂວາຍ ໃຫ້ຄົນລຸ່ນໜຸ່ມນ້ອຍ, ຜູ້ທີ່ມີຄວາມສົນໃຈ ແລະ ມີພອນສະຫວັນ ກ່ຽວກັບການນຳໃຊ້ແຄນລາວ ໃຫ້ເຂົ້າມາມີສ່ວນຮ່ວມ ​ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງເປັນກ້າວໆ.​

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

Comments