ປີ 2019 ມີນັກທ່ອງທ່ຽວຕ່າງຊາດ ມາທ່ຽວລາວ ທັງໝົດ 3,44 ລ້ານຄົນ

ໃນໄລຍະທີ່ການນຳກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເດີນທາງໄປຮ່ວມພິທີປິດທີທ່ອງທ່ຽວ ລາວ-ຈີນ 2019  ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ ໃນຕົ້ນອາທິດທີ່ຜ່ານມາ ແລະ ທາງຄະນະກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງລາວ ໄດ້ຮ່ວມກັບເຈົ້າພາບ ຈັດງານສຳມະນາ ສົ່ງເສີມການ​ທ່ອງທ່ຽວ ແລະ ການລົງທຶນໃນຂະແໜງການທ່ອງທ່ຽວຢູ່ ສປປ ລາວ.

ໃນກອງປະຊຸມໄດ້ລາຍງານຕົວເລກນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວປະເທດລາວ ຄືນັບແຕ່ເດືອນມັງກອນ-ເດືອນກັນຍາ 2019 ນີ້ ເປັນປີສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ ໄດ້ມີນັກທ່ອງທ່ຽວສາກົນເດີນທາງເຂົ້າມາທ່ຽວລາວ ຈຳນວນ 3,44 ລ້ານ ເທື່ອຄົນ ໃນນັ້ນ, ນັກທ່ອງທ່ຽວຈາກ ສປ ຈີນ ມີ 756,952 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 26% ທຽບໃສ່ໄລຍະດຽວກັນຂອງປີ 2018 ແລະ ຄາດຄະເນວ່າໃນທ້າຍເດືອນທັນວານີ້ ຈະມີນັກທ່ອງທ່ຽວປະມານ 4,47 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວຈີນ 1 ລ້ານເທື່ອຄົນ ເຊິ່ງຈະສ້າງລາຍຮັບປະມານ 855 ລ້ານໂດລາສະຫະລັດ.

ອີງຕາມຕົວເລກສະຖິຕິການທ່ອງທ່ຽວລາວ ປີ 2019 ສາມາດເວົ້າໄດ້ວ່າ ການທ່ອງທ່ຽວ ຢູ່ ສປປ ລາວ ເປັນຂະແໜງການໜຶ່ງທີ່ເປັນທ່າແຮງໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບເຂົ້າປະເທດ ເຊິ່ງຈັດເປັນອັນດັບທີ 4 ຮອງຈາກຂະແໜງການບໍ່ແຮ່, ອຸດສາຫະກຳອື່ນໆ ແລະ ໄຟຟ້າ.

ດັ່ງນັ້ນ, ເພື່ອເປັນການຊຸກຍູ້-ສົ່ງເສີມ ແລະ ສຸມໃສ່ການພັດທະນາການທ່ອງທ່ຽວຢູ່ປະເທດລາວໃຫ້ມີຄວາມສາມາດຮອງຮັບນັກທ່ອງທ່ຽວໃນປະຈຸບັນ ແລະ ອະນາຄົດ ຈຶ່ງໄດ້ຈັດງານສຳມະນາໃນຄັ້ງນີ້ຂຶ້ນມາ ໃນຫົວຂໍ້: “ການສົ່ງເສີມການ​ທ່ອງທ່ຽວ ແລະ ການລົງທຶນໃນຂະແໜງການທ່ອງທ່ຽວຢູ່ ສປປ ລາວ” ເພື່ອເຜີຍແຜ່, ແລກປ່ຽນບົດຮຽນ ແລະ ປືກສາຫາລືກ່ຽວກັບວຽກງານສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນໃນຂະແໜງການທ່ອງທ່ຽວຢູ່ ສປປ ລາວ ລວມທັງວຽກງານການຕ້ອນຮັບ ແລະ ບໍລິການນັກທ່ອງທ່ຽວຂອງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ແນໃສ່ເພື່ອປັບປຸງຄຸນນະພາບ-ມາດຕະຖານການທ່ອງທ່ຽວຂອງລາວໃຫ້ສູງຂຶ້ນ ກໍ່ຄືການສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອດຶງດູດເອົາການລົງທຶນຈາກນັກລົງທຶນພາຍໃນ ແລະ ຕ່າງປະເທດໃນຂະແໜງການທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Comments