ສປປ ລາວ – ສປ ຈີນ ປິດປີທ່ອງທ່ຽວ ລາວ-ຈີນ 2019 ຢ່າງຫຍິ່ງໃຫຍ່

ກະຊວງວັດທະນະທຳ ແລະ ທ່ອງ​ທ່ຽວ ສປ ​ຈີນ ຮ່ວມ​ກັບກະຊວງຖະແຫຼງ​ຂ່າວ, ວັດ ທະນະທຳ ແລະ ທ່ອງ​ທ່ຽວ ສປປ​ລາວ ຈັດ​ພິທີ​ປິດ​ປີ​ທ່ອງ​ທຽ່ວ ລາວ​-​ຈີນ 2019 ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫ​ຍ່​ ໃນ​ວັນ​ທີ 16 ທັນວາ​ຜ່ານ​ມາ​ ທີ່​ນະຄອນຫຼວງ​ປັກ​ກິງ ສປ ຈີນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ນາງ ປານີ ຢາ​ທໍ່ຕູ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ສປປ ລາວ, ມີ​ສະຫາຍ ປ້າຍ​ມ້າ ສື​ຫຼີນ ຮອງ​ປະທານ​ສະພາ ປະຊາຊົນ​ທົ່ວ​ປະເທດ​ຈີນ, ມີ​ແຂກ​ຖືກ​ເຊີນ​ທັງ​ພາຍ ​ໃນ ແລະ ຕ່າງ​ປະ​ເທດ.

ໃນ​ພິທີ​ດັ່ງກ່າວ, ສະ​ຫາຍ ຈາງ ຊູ ຮອງ​ລັດ​ຖະ​ມົນ​ຕີ​ກະຊວງວັດ​ທະ​ນະ​ທຳ ແລະ ທ່ອງທ່ຽວ​ຈີນ ໄດ້​ກ່າວ​ຕ້ອນຮັບ​ແຂກ ແລະ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ນຳ​ສູງ​ສຸດ​ທັງ​ສອງ​ຝ່າຍລາວ ແລະ ຈີນ​ໄດ້​ຕັດ​ສິນ​ໃຈ​ຮ່ວມ​ກັນ​ເປີດ​ປີ​ທ່ອງ​ທ່ຽວ ລາວ​-​ຈີນ ຂຶ້ນ​ໃນ​ປີ 2019 ຊຶ່ງ​ເປັນ​ສັນຍາ​ລັກ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ທ່ອງ​ທ່ຽວ​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ທັງ​ສອງ​ປະເທດ​ໄດ້​ມີ​ການ​ໄປມາຫາສູ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ​ ຕໍ່​ກັນ.

ໃນ​ໂອກາດ​ນີ້, ສະຫາຍ ກິ​ແກ້ວ ໄຂ​ຄຳ​ພິທູນ ຄະ​ນະ ເລຂາທິການ​ສູນ​ກາງ​ພັກ ລັດ​ຖະ​ມົນ​ຕີກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທຽ່ວ ສປປ​ ລາວ ໄດ້​ກ່າວ​ວ່າ: ສປປ ລາວ ແລະ ສປ ຈີນ ໄດ້​ຈັດປີ ​ທ່ອງ​ທ່ຽວ ລາວ​-​ຈີນ 2019 ຂຶ້ນ​ ເພື່ອ​ປະຕິບັດ​ຕາມ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ສອງ ຜູ້ນຳ​ສູງ​ສຸດ ລາວ​-​ຈີນຄື: ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ​ສປປ ​ລາວ ແລະ ສະຫາຍ ສີ ຈິ້ນຜິງ ເລຂາທິການ​ໃຫຍ່ ປະທານປະ ເທດ ສປ ຈີນ ທີ່​ຢາກ​ເຫັນ​ປະ ຊາຊົນ​ທັງ​ສອງ​ປະເທດໄປມາ ຫາສູ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ.

ໃນ​ລະຫວ່າງ​ວັນ​ທີ 23-28 ກັນຍາ 2019. ຈັດ​ຕັ້ງ​ການ​ຕ້ອນຮັບ​ຂະບວນ​ລົດ​ຄາ​ຣາ​ວານ ນັກ​ທ່ອງ​ທ່ຽວ​ຈີນ ຈໍາ​ນວນ 20 ຄັນ ຄຽງ​ຄູ່​ກັນນີ້ ຝ່າຍ​ຈີນ​ຍັງ​ໄດ້​ຈັດ​ຊຸດ​ເຝິກ​ອົບ ຮົມ​ພະນັກງານ​ລາວ​ນໍາ​ທ່ຽວ​ພາສາ​ຈີນ ແລະ ໄດ້​ມອບ​ລົດ ຈໍາ​ນວນ 22 ຄັນ ໃຫ້​ຝ່າຍ​ລາວ​ເປັນ​ຂອງ​ຂວັນ. ໄດ້​ເປີດ​ຖ້ຽວ​ບິນ​ປະຖົມມະລືກ ວຽງ​ຈັນ​-​ຊຽງ​ໄຮ້-​ວຽງ​ຈັນ ແລະ ຖ້ຽວ​ບິນ​ອື່ນໆ. ການ​ເປີດ​ປີ​ທ່ອງ​ທ່ຽວ 2019 ນີ້ ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ມີ​ສະ ຖິຕິ​ນັກ​ທ່ອງ​ທ່ຽວຈີນ ທີ່​ເຂົ້າ​ມາ​ທ່ຽວ​ລາວ​ຈາກ 199.857 ຄົນ ໃນ ປີ 2012 ເປັນ 799.929 ຄົນ ໃນ​ປີ 2018 ນັບ​ມື້​ເພີ່ມຂຶ້ນ ​ຢ່າງ​ຕໍ່​ເນື່ອງ, ປີ 2019 ຕາມ​ສະຖິຕິ​ທາງ​ການ ​ໃນ 9 ເດືອນ​ຕົ້ນ​ປີ 2019, ມີ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເຂົ້າ​ມາ​ທ່ອງ​ທ່ຽວລາວ ຫຼາຍ​ກວ່າ 756.952 ເທື່ອ​ຄົນ ແລະ ຄາດ​ຄະເນ​ວ່າ​ ໃນ​ໄລຍະ 3 ເດືອນ​ສຸດທ້າຍຂອງໄຕ​ມາດ​ປີ​ນີ້ ຄົງ​ຈະ​ບັນລຸ​ເຖິງ 1 ລ້ານ​ເທື່່ອ​ຄົນ​ຕາມ​ຄາດໝາຍ​ທີ່​ຫວັງ​ໄວ້ ຄຽງ​ຄູ່​ກັນ​ນັ້ນ ນັກ​ທ່ອງ​ທ່ຽວ​ລາວ​ຈໍາ​ນວນ​ບໍ່​ໜ້ອຍ​ກໍ່​ພາກັນ​ໄປ​ທ່ຽວ​ຈີນ​ເຊັ່ນ​ດຽວ​ກັນ.

(ຂ່າວ​-​ພາບ: ກະຊວງ ຖວທ)

Comments