ຮ້ານສະສິຣັດ ເຄື່ອງປະດັບ ເປີດສາຂາຮ້ານໃໝ່ ທີ່ໂຮງແຮມລາວພາຊາ

ໃນຄໍ່າຄືນຂອງວັນທີ 12 ທັນວາ 2019 ທີ່ຜ່ານມາ, ຮ້ານ ສະສິຣັດ ເຄື່ອງປະດັບ “Sasyratn Jewelry” ໄດ້ຈັດງານເປີດສາຂາໃໝ່ທີ່ໂຮງແຮມ ລາວພາຊາ ຢ່າງເປັນທາງການ. ໂດຍການເປີດງານຂອງທ່ານນາງ  ສະສິຣັດ ສຸພານຸວົງ ເຈົ້າຂອງຮ້ານ Sasyratn Jewelry , ມີບັນດາຍາດຕິພີ່ນ້ອງ, ໝູ່ເພື່ອນຄົນສະນິດ, ນັກສະແດງ, ເຊເລັບ, ດາລາລາວ, ນັກທຸລະກິດເຂົ້າຮ່ວມຍິນດີຢ່າງອົບອຸ່ນ ແລະ ເປັນກັນເອງ.

ພາຍໃນງານ, ໄດ້ມີການເດີນແບບ ໂຊຊຸດເຄື່ອງປະດັບພອຍ ຄໍເລັກຊັ່ນໃໝ່ ສຸດພິເສດ ທີ່ທາງຮ້ານຈັດຂຶ້ນມາໃນງານນີ້ໂດຍສະເພາະ.   ພ້ອມນີ້, ໃນມື້ງານທາງຮ້ານຍັງໄດ້ຈັດໂປຣໂມຊັ່ນພິເສດສໍາລັບຜູ້ທີ່ຊື້ເຄື່ອງປະດັບມື້ງານ ໄດ້ຮັບສ່ວນຫຼູດເຖິງ 30%, ໄດ້ຮັບບັດ ສະມາຊິກ VIP  ຮັບສ່ວນຫຼຸດ 15% ຕະຫຼອດປີ 2020  ນອກນີ້, ຍັງໄດ້ຮັບສິດທິພິເສດເຊີນເຂົ້າຮ່ວມງານອີເວັ້ນ ຂອງທາງຮ້ານທີ່ຈະຈັດຂຶ້ນໃນປີ 2020 ນຳອີກ ເຊິ່ງລາຍໄດ້ສ່ວນໜຶ່ງຈາກການຂາຍເຄື່ອງໃນມື້ງານ ແມ່ນຈະຮ່ວມສົມທົບທຶນເພື່ອການກຸສົນ!!!

ຮ້ານ Sasyratn Jewelry  ເມື່ອກ່ອນແມ່ນຕັ້ງຢູ່ວົງວຽນນໍ້ຳພຸ, ນະຄອນຫຼວງວຽງຈັນ ແຕ່ເນື່ອງຈາກສະຖານທີ່ນັ້ນບໍ່ສະດວກໃນການຈອດລົດຂອງລູກຄ້າ ຈຶ່ງໄດ້ຍ້າຍຮ້ານມາເປີດຢູ່ທີ່ໂຮງແຮມ ລາວພາຊາ ເພື່ອໃຫ້ຄວາມສະດວກສະບາຍຂອງລູກຄ້າ ໃນການເຂົ້າເຖິງເຄື່ອງປະດັບຂອງ  Sasyratn Jewelry ໄດ້ງ່າຍຂຶ້ນ ແລະ ເປັນການຍົກລະດັບການບໍລິການແບບພຣີມຽມໃຫ້ລູກຄ້າອີກດ້ວຍ.

Comments