News

ສປປ ລາວ ວາງແຜນສ້າງເຂື່ອນໄຟຟ້ານ້ຳຂອງ ທີ່ເມືອງ ຊະນະຄາມ

ເວັບໄຊຂອງຄະນະກໍາມະການ ອົງກອນ ແມ່ນໍ້າຂອງ ຫຼື MRC (Mekong River Commission) ລາຍງານເມື່ອວັນທີ 11​ ພຶດສະພາ 2020 ວ່າ ລັດຖະບານ ສປປ ລາວ ໄດ້ມີການກະກຽມ ການປຶກສາຫາລື ລ່ວງໜ້າ ເພື່ອ ສະເໜີ ໂຄງການ ເຂື່ອນແມ່ນໍ້າຂອງ ທີ່ເມືອງ ຊະນະຄາມ ເຊິ່ງໂຄງການ ດັ່ງກ່າວ ຈະເປັນ 1 ໃນ 6 ເຂື່ອນ ທີ່ ສປປ ລາວ ສະເໜີ ເພື່ອສ້າງຕາມແມ່ນໍ້າຂອງ, ເຂື່ອນທີ່ເມືອງຊະນະຄາມ ຈະມີກໍາລັງຕິດຕັ້ງ ທີ່ 684 ເມກາວັດ. ຈຸດທີ່ຕັ້ງຂອງ ເຂື່ອນນີ້ ແມ່ນລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ຂອງ ສປປລາວ, ເຊິ່ງຫ່າງຈາກ ຊາຍແດນ ລາວໄທ ເຂດ ແຂວງ ເລີຍ. ປະມານ 2 ກິໂລແມັດ. ຫ່າງຈາກ ...

Read More »

ສ ປປ ລາວ ສູນເສຍວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດ ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ

ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.” ປະຫວັດໂດຍຫຍໍ້ “ສີສະຫວາດ ແກ້ວບຸນພັນ” ວິລະບຸລຸດແຫ່ງຊາດລາວ ໜຶ່ງໃນຜູ້ກໍ່ຕັ້ງກອງທັບປະຊາຊົນລາວ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​ ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ...

Read More »

ເງື່ອນໄຂ ແລະ ມາດຕະການ ສຳລັບການເຄື່ອນໄຫວຂອງທຸລະກິດ ໄລຍະການລະບາດໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ​ແລະແກ້ໄຂການລະບາດ​ຂອງພະຍາດໂຄວິດ-19​ ອອກຄຳແນະນຳ​ ກ່ຽວກັບການປັບປຸງເງື່ອນໄຂ​ແລະມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020

Read More »

ຈີນ ຟື້ນຕົວໄວ ຊີ້ມູນຄ່າການສົ່ງອອກເພີ່ມຂຶ້ນ 3,5% ໃນເດືອນເມສາ, ທໍາລາຍຜົນຄາດຄະເນວ່າຈະຫຼຸດລົງ 15,7%.

ການສົ່ງອອກສິນຄ້າເປັນເງິນໂດລາຂອງຈີນໄດ້ເພີ່ມຂຶ້ນຢ່າງຜິດຄາດຄິດໃນເດືອນເມສາ, ແຕ່ວ່າການນຳເຂົ້າກໍເຂົ້າຫຼຸດລົງໃນເດືອນດຽວກັນ ເນື່ອງຈາກມີການຈຳກັດການເຄື່ອນໄຫວເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19. ອີງຕາມຂໍ້ມູນຈາກອົງການຄຸ້ມຄອງພາສີທົ່ວໄປທີ່ເຜີຍແຜ່ໃນວັນພະຫັດທີ່ຜ່ານມາ, ການສົ່ງອອກໄດ້ເພີ່ມຂຶ້ນ 3,5% ໃນຂະນະທີ່ການນໍາເຂົ້າໄດ້ຫຼຸດລົງ 14,2% ເມື່ອທຽບກັບເດືອນດຽວກັນຂອງປີກ່ອນ. ນັກເສດຖະສາດຂອງສໍານັກຂ່າວ Reuters ໄດ້ຄາດວ່າການສົ່ງອອກຈະຫຼຸດລົງ 15,7% ໃນເດືອນເມສາ ໃນຂະນະທີ່ການນຳເຂົ້າຄາດວ່າຈະຫຼຸດລົງ 11,2% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ໃນເດືອນມີນາ, ການສົ່ງອອກຂອງຈີນຫຼຸດລົງ 6,6% ຈາກປີທີ່ຜ່ານມາ, ໃນຂະນະທີ່ການນຳເຂົ້າຫຼຸດລົງ 0.9% ໃນເດືອນດຽວກັນ. ການເກີນດຸນການຄ້າຂອງຈີນໃນເດືອນເມສາແມ່ນ $45.34 ຕື້ໂດລາ – ທຽບກັບນັກເສດຖະສາດຂອງສໍານັກຂ່າວ Reuters ໄດ້ຄາດຄະເນໄວ້ວ່າ $6,35 ຕື້ໂດລາ. ຈີນໄດ້ລາຍງານວ່າການເກີນດຸນການຄ້າແມ່ນ $19,9 ຕື້ໂດລາ ສໍາລັບເດືອນມີນາ. ການເກີນດຸນການຄ້າຂອງຈີນໃນເດືອນເມສາແມ່ນໃຫຍ່ທີ່ສຸດນັບຕັ້ງແຕ່ເດືອນທັນວາປີກາຍນີ້ເມື່ອການເກີນດຸນແມ່ນປະມານ $47 ຕື້ໂດລາ. ກ່ອນການເປີດເຜີຍຂໍ້ມູນດັ່ງກ່າວ, ທ່ານ Liu Li-gang, ຫົວໜ້ານັກເສດຖະສາດດ້ານເສດຖະກິດ ສປ ຈີນຂອງ Citigroup ກ່າວວ່າ: ການສົ່ງອອກທາງການແພດຂອງປະເທດດັ່ງກ່າວອາດຈະເພີ່ມຂຶ້ນໃນເດືອນເມສາ ຍ້ອນວ່າການຂົນສົ່ງສິນຄ້າທີ່ຮັກສາສຸຂະພາບໄປຍັງທົ່ວໂລກ. ນັກເສດຖະສາດ Nomura ໄດ້ຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງການສົ່ງອອກອຸປະກອນການແພດຕ້ານເຊື້ອໄວຣັສດ້ວຍມູນຄ່າການສົ່ງອອກຂອງສິນຄ້າດັ່ງກ່າວກະໂດດຂຶ້ນຈາກປະມານ 1 ຕື້ຢວນຈີນ ($141 ລ້ານໂດລາສະຫະລັດ) ໃນວັນທີ 1 ...

Read More »

ມື້ນີ້!!!​ Disneyland ຊຽງໄຮ້ ໄດ້ເປີດໃຫ້ບໍລິການຄືນຢ່າງເປັນທາງການແລ້ວ

ຫວັງວ່ານັກທ່ອງທ່ຽວຕ່າງປະເທດຈະກັບຄືນມາປະເທດລາວແບບນີ້. ດິດສນີແລນ(Disneyland) ຊຽງໄຮ້ ໄດ້ເປີດໃຫ້ບໍລິການຄືນໃນມື້ນີ້ ວັນທີ 11 ພືດສະພາ 2020, ພາຍຫຼັງໄດ້ປິດໃຫ້ບໍລິການໄປປະມານ 3 ເດືອນ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຈໍານວນປີ້ຂອງມື້ທໍາອິດນັ້ນໄດ້ຂາຍໝົດກ້ຽງພາຍໃນເວລາພຽງ 3 ນາທີທາງອອນໄລນ໌ຂອງການເປີດຈອງວັນສຸກທີ 8 ທີ່ຜ່ານມາ, ແລະ ປີ້ສໍາລັບອາທິດທໍາອິດແຕ່ວັນທີ 11-17 ນັ້ນກໍໄດ້ຖືກຈອງເຕັມໝົດພາຍໃນ 1 ຊົ່ວໂມງ. ໂດຍສະເລ່ຍແລ້ວ, ມີຜູ້ເຂົ້າທ່ຽວຊົມ ດິດສນີແລນຊຽງໄຮ້ປະມານ 80.000 ຄົນຕໍ່ມື້, ແຕ່ວ່າ ໃນເບື້ອງຕົ້ນ ລັດຖະບານ ສປ ຈີນ ໄດ້ອະນຸຍາດໃຫ້ເຂົ້າພຽງແຕ່ 30% ຂອງສະພາບປົກກະຕິ ພ້ອມທັງມີມາດຕະການຮັບປະກັນທາງດ້ານຄວາມປອດໄພທີ່ເຂັ້ມງວດຂຶ້ນ. ໂດຍ: ອັດສະວິນ ArtSaWin

Read More »

ສປ ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມສູງ!!! ອູ່ຮັ່ນ ກໍກັບມາກວດພົບຜູ້ປ່ວຍໃໝ່ອີກຄັ້ງ…

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 11 ພຶດສະພາ 2020 ນີ້ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ. ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ ທັງໝົດກວດພົບຢູ່ເຂດປົກຄອງຕົນເອງມອງໂກເລຍໃນ ສ່ວນທີ່ເຫຼືອ 10 ຄົນ ແມ່ນຕິດເຊື້ອໃນປະເທດ ໂດຍ 5 ຄົນ ອາໄສຢູ່ເມືອງອູ່ຮັນ ຖືເປັນການກວດພົບຜູ້ປ່ວຍລາຍວັນຫຼາຍທີ່ສຸດໃນເມືອງອູ່ຮັນ ...

Read More »

ແຈ້ງເຕືອນ!! ພາຍຸລະດູຮ້ອນຈະເຂົ້າມາອີກຮອບ

ຫຼ້າສຸດ ມື້ນີ້ ວັນທີ 11 ພຶດສະພາ 2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນອີກຄັ້ງ ໃຫ້ປະຊາຊົນບັນດາເຜົ່າເຝົ້າລະວັງລົມພາຍຸອັນຮ້າຍແຮງທີ່ຈະເກີດຂຶ້ນອີກ ໃນມື້ນີ້. ເນື່ອງຈາກສອງຂະບວນລົມຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກຳລັງປານກາງ, ຊຶ່ງຈະ ເຮັດໃຫ້ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າ ຫຼາຍ ຢູ່ ແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມ ແລະ ຈະມີຝົນ ຕົກຟ້າຮ້ອງ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກ ໃນລະດັບ ປານກາງ ພ້ອມ ຈະມີໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ ບາງ ທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສະ ຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ທີ່ອາດຈະເກີດຂື້ນ, ຊຶ່ງຈະເຮັດໃຫ້ມີຕົ້ນໄມ້ ໃຫຍ່, ເສົາໄຟ້ຟ້າ, ປ້າຍໂຄສະນາ ...

Read More »

ຍອດຜູ້ຕິດເຊື້ອໂຄວິດ-19 ຣັດເຊຍ ເພີ່ມຂຶ້ນມື້ລະ 10.000 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 10 ພຶດສະພາ 2020 ວ່າ ສູນຕອບໂຕ້ເຊື້ອໄວຣັດໂຄ-19 ຂອງຣັດເຊຍ ອອກລາຍງານເມື່ອວັນອາທິດ ກ່ຽວກັບສະຖານະການພະຍາດໂຄວິດ-19 ໃນປະເທດວ່າມີການຢືນຢັນຜູ້ຕິດເຊື້ອລາຍໃຫ່ມອີກ 11,012 ຄົນ ເພີ່ມສະຖິຕິຜູ້ປ່ວຍສະສົມເປັນຢ່າງນ້ອຍ 209,688 ຄົນ ທັງນີ້ ຣັດເຊຍລາຍງານການພົບຜູ້ຕິດພະຍາດໂຄວິດ-19 ເພີ່ມຂື້ນຫລາຍກວ່າວັນລະ 10,000 ຄົນ ຕັ້ງແຕ່ວັນທີ່ 3 ພຶດສະພາທີ່ຜ່ານມາ ຂະນະທີ່ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີສະສົມເພີ່ມເປັນຢ່າງນ້ອຍ 34,306 ຄົນ ດ້ານຈຳນວນຜູ້ເສຍຊີວິດເພີ່ມເປັນຢ່າງນ້ອຍ 1,915 ຄົນ ເພີ່ມຂື້ນ 88 ຄົນ ທັງນີ້ ພື້ນທີ່ວິກິດທີ່ສຸດຂອງໂລກໂຄວິດ-19 ໃນຣັດເຊຍ ຄືນະຄອນມອສໂກ ມີຜູ້ປ່ວຍສະສົມຢ່າງນ້ອຍ 104,189 ຄົນ ຮັກສາຫາຍຢ່າງນ້ອຍ 12,779 ຄົນ ແຕ່ເສຍຊີວິດແລ້ວ 1,010 ຄົນ ທັງນີ້ ທ່ານເຊີຣເກ ຊອບຍານິນ ນາຍົກນະຄອນມອສໂກ ກ່າວວ່າ ການຂະຫຍາຍໄລຍະເວລາມາດຕະການລ໊ອກດາວໃນເມືອງຫຼວງຂອງຣັດເຊຍ ຊື່ງມີຜົນຕັ້ງແຕ່ວັນທີ່ 30 ມີນາ ທີ່ຜ່ານມາ ໃຫ້ຄອບຄຸມຕໍ່ໄປເຖິງວັນທີ 31 ພຶດສະພານີ້ ຢ່າງໃດກໍຕາມໂຮງງານອຸດສະຫະກຳຂະຫນາດໃຫ່ຍ ...

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2020 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 208 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 320 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 112 ລ້ານໂດລາສະຫາລັດ.      ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 208 ລ້ານໂດລາສະຫະລັດ ເຊັ່ນ: ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ໝາກກ້ວຍ 21 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 21 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ 12 ລ້ານໂດລາສະຫະລັດ, ມັນຕົ້ນ 11 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກ​ຂາມ…) 10 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ...

Read More »

CP All ລຸ້ນຮັບໃບອະນຸຍາດເປີດ 7-Eleven ໃນ ສປປ ລາວ ໄວໆນີ້….ຫຼັງຈາກໄດ້ຮັບປະນຸຍາດຈາກ ກຳປູເຈຍ

ທ່ານ ກຽງໄຊ ບຸນໂພອະພິຊາດ ປະທານເຈົ້າໜ້າທີ່ຝ່າຍການເງິນ ບໍລິສັດ ຊີພີ ອໍ ຈໍາກັດ ມະຫາຊົນ ຫຼື CP All ແຈ້ງຕະຫຼາດຫຼັກຊັບວ່າ CP All (Cambodia) ,Ltd. ເຊິ່ງເປັນບໍລິສັດຍ່ອຍ ໄດ້ເຮັດສັນຍາແຟຣນຊາຍຫຼັກສໍາລັບດຳເນີນການຮ້ານ 7-Eleven ໃນປະເທດກໍາປູເຈຍກັບ 7-Eleven,Inc. ເປັນທີ່ຮຽບຮ້ອຍແລ້ວ. ໂດຍ CP All (Cambodia) Co.,Ltd. ໄດ້ຮັບສິດແຟຣນຊາຍໃນການຈັດຕັ້ງ ແລະ ດຳເນີນການຮ້ານ 7Eleven ໃນປະເທດກຳປູເຈຍເປັນເວລາ 30 ປີ ແລະ ຄູ່ສັນຍາອາດຕົກລົງຕໍ່ອາຍຸສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 20 ປີ. ນອກຈາກນີ້ CP All ຍັງຢູ່ລະຫວ່າງຂໍໃບອະນຸຍາດເປີດແຟຣນຊາຍຮ້ານ 7-Eleven ໃນ ສປປ.ລາວ ເພີ່ມອີກ 1 ປະເທດ ແລະ ຫາກ CP All ໄດຮັບອະນຸຍາດ ຈະເຮັດໃຫ້ ສປປ.ລາວ ກາຍເປັນປະເທດທີ ...

Read More »