ມື້ນີ້!!!​ Disneyland ຊຽງໄຮ້ ໄດ້ເປີດໃຫ້ບໍລິການຄືນຢ່າງເປັນທາງການແລ້ວ

ຫວັງວ່ານັກທ່ອງທ່ຽວຕ່າງປະເທດຈະກັບຄືນມາປະເທດລາວແບບນີ້. ດິດສນີແລນ(Disneyland) ຊຽງໄຮ້ ໄດ້ເປີດໃຫ້ບໍລິການຄືນໃນມື້ນີ້ ວັນທີ 11 ພືດສະພາ 2020, ພາຍຫຼັງໄດ້ປິດໃຫ້ບໍລິການໄປປະມານ 3 ເດືອນ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຈໍານວນປີ້ຂອງມື້ທໍາອິດນັ້ນໄດ້ຂາຍໝົດກ້ຽງພາຍໃນເວລາພຽງ 3 ນາທີທາງອອນໄລນ໌ຂອງການເປີດຈອງວັນສຸກທີ 8 ທີ່ຜ່ານມາ, ແລະ ປີ້ສໍາລັບອາທິດທໍາອິດແຕ່ວັນທີ 11-17 ນັ້ນກໍໄດ້ຖືກຈອງເຕັມໝົດພາຍໃນ 1 ຊົ່ວໂມງ. ໂດຍສະເລ່ຍແລ້ວ, ມີຜູ້ເຂົ້າທ່ຽວຊົມ ດິດສນີແລນຊຽງໄຮ້ປະມານ 80.000 ຄົນຕໍ່ມື້, ແຕ່ວ່າ ໃນເບື້ອງຕົ້ນ ລັດຖະບານ ສປ ຈີນ ໄດ້ອະນຸຍາດໃຫ້ເຂົ້າພຽງແຕ່ 30% ຂອງສະພາບປົກກະຕິ ພ້ອມທັງມີມາດຕະການຮັບປະກັນທາງດ້ານຄວາມປອດໄພທີ່ເຂັ້ມງວດຂຶ້ນ.

ໂດຍ: ອັດສະວິນ ArtSaWin

Comments