ສ ປປ ລາວ ສູນເສຍວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດ ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ

ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.”

ປະຫວັດໂດຍຫຍໍ້

“ສີສະຫວາດ ແກ້ວບຸນພັນ” ວິລະບຸລຸດແຫ່ງຊາດລາວ ໜຶ່ງໃນຜູ້ກໍ່ຕັ້ງກອງທັບປະຊາຊົນລາວ

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​

ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ສີສະຫວາດ  ໄດ້ເຂົ້າຮ່ວມຂະບວນການປະຕິວັດລາວ ແລະ ເປັນໜຶ່ງໃນນັກຮົບຮຸ່ນທໍາອິດ ທີ່ກໍ່ຕັ້ງ ກອງຮ້ອຍລາດຊະວົງ ຕໍ່ສູ້ກູ້ຊາດ ໃຫ້ຫຼຸດພົ້ນຈາກການເປັນເມືອງຂຶ້ນຂອງຝລັ່ງ.​ ຈາກກອງຮ້ອຍລາດຊະວົງ ໄດ້ພັດທະນາມາເປັນກອງທັບປະຊາຊົນລາວ ທີ່ເຮັດສົງຄາມຕ້ານພວກລ່າເມືອງຂຶ້ນສະໄໝໃໝ່ຂອງອາເມລິກາ

ໃນວັນທີ 3 ກຸມພາ ປີ 1972 ທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍພັກ ຄັ້ງທີ2 ໃນກອງປະຊຸມໄດ້ປ່ຽນຊື່ ພັກປະຊາຊົນລາວ ມາເປັນ ພັກປະຊາຊົນປະຕິວັດລາວ.​ ມາຮອດປີ 1976 – 1987 ທ່ານໄດ້ເປັນຄະນະພັກການທະຫານສູນກາງ

ນອກຈາກນີ້, ໃນປີ 1987 ທ່ານ ສີສະຫວາດ ໃນນາມຜູ້ບັນຊາການກົມໃຫ່ຍເສນາທິການ ໄດ້ເປັນແມ່ທັບນໍາພານັກຮົບເຂົ້າສູ່ສະໜາມຮົບ ບັ້ນຮົບບໍ່ແຕນ ຫຼື ຄົນໄທເອີ້ນ ສະໜາມຮົບຮົ່ມເກົ້າ

ປັດຈຸບັນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ລວມອາຍຸໄດ້ 92 ປີ.

 ປີ 1975-1991: ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງພາຍໃນ, ເປັນປະທານປົກຄອງນະຄອນຫຼວງວຽງຈັນ.

– ປີ 1991-1996: ເປັນລັດຖະມົນຕີກະຊວງກະສິກໍາປ່າໄມ້.
-ປີ 1996-1998: ເປັນຮອງປະທານປະເທດ ແຫ່ງ ສປປ ລາວ.
– ປີ 1998-2001 ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
– ປີ 2001-2011: ເປັນປະທານສູນກາງແນວລາວສ້າງຊາດ.
– ປີ 2011: ອອກພັກຜ່ອນຮັບເບ້ຍບໍານານ.

 

Comments