News

40 ປະເທດທົ່ວໂລກ ລະດົມທຶນຫຼາຍພັນລ້ານໂດລາ ເພື່ອພັດທະນາວັກຊີນ ຕໍ່ສູ້ກັບໂຄວິດ-19

ເກືອບ 40 ປະເທດທົ່ວໂລກ ປະກາດບໍລິຈາກເງິນຫຼາຍກວ່າ 8 ພັນລ້ານໂດລາສະຫະລັດ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານຕ່າງໆ ເພື່ອຕໍ່ສູ້ກັບເຊື້ອໄວຣັດໂຄວິດ-19 ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ນຳຫຼາຍກວ່າ 40 ປະເທດທົ່ວໂລກ ລວມທັງຜູ້ບໍລິຈາກຕ່າງໆ ຮ່ວມປະຊຸມສຸດຍອດຜ່ານທາງອອນໄລ໌ ເຊິ່ງສະຫະພາບເອີຣົບ ເປັນເຈົ້າພາບຮ່ວມກັບນານາປະເທດ ໃນວັນຈັນ 4 ພຶດສະພາ 2020 ທີ່ຜ່ານມາ ໂດຍໃຫ້ຄຳໝັ້ນວ່າຈະບໍລິຈາກເງິນ ຫຼາຍກວ່າ 8 ພັນລ້ານໂດລາສະຫະ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານການວິນິໄສ ແລະ ການຮັກສາພະຍາດເຊື້ອໄວຣັດໂຄວິດ-19 ທ່ານ ນາງ ເອີຊູລາ ວອນ ເລເຍິນ ປະທານຄະນະກຳມະທິການເອີຣົບ ກ່າວວ່າ ເງິນຈຳນວນດັ່ງກ່າວຈະຖືກນຳໄປໃຊ້ເພື່ອຊ່ວຍເລີ່ມປະຕິບັດການຮ່ວມມືລະດັບໂລກແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຍັງເປັນການສະແດງເຖິງຄຸນຄ່າທີ່ແທ້ຈິງຂອງຄວາມສາມັກຄີ ແລະ ຄວາມເປັນມະນຸດ ຂອງຊາວໂລກ ໃນການປະຊຸມດັ່ງກ່າວ ມີຫຼາຍກວ່າ 30 ປະເທດ ລວມທັງໜ່ວຍງານສະຫະປະຊາຊາດ ແລະ ສະຖາບັນວິໄຈຕ່າງໆ ຕັດສິນໃຈບໍລິຈາກເງິນ, ໂດຍຄະນະກຳມາທິການເອີຣົບ ກັບ ນໍເວ ສົມທົບທຶນມາຫຼາຍທີ່ສຸດ ເຖິງ 1 ພັນລ້ານໂດລາສະຫະລັດ, ...

Read More »

ແຈ້ງການດ່ວນ!!!! ການເປີດຮຽນຄືນໃຫມ່ ຂອງແຕ່ລະຊັ້ນຮຽນແບບລະອຽດ!!!

ຈາກກະຊວງສຶກສາ ກ່ຽວກັບການເປີດຮຽນຄືນໃຫມ່ ຂອງແຕ່ລະປີຮຽນ ຊັ້ນຮຽນ ແບບລະອຽດ !!! ໃຫ້ກະກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສຳລັບຊັ້ນປະຖົມ ຊັ້ນ ປ5,  ຊັ້ນມັດທະຍົມສຶກສາ ມ 4 ແລະ ຊັ້ນມັດທະຍົມສຶກສາ ມ7 ແມ່ນໃຫ້ເປີດ ວັນທີ 18 ພຶດສະພາ. ສ່ວນ ການສຶກສາ ລະດັບອື່ນໆ ແມ່ນໃຫ້ໂຈະການຮຽນ ສືບຕໍ່ອອກໄປກ່ອນ ແບບບໍ່ມີກໍາໜົດ, ຈົນກ່ວາ ຈະມີແຈ້ງການ ເພີ່ມຕື່ມ !!!

Read More »

ນິວຊີແລນ ເປີດເຜີຍງົບປະມານຈະຊ່ວຍເຫຼືອ SME ຂອງປະເທດແບບນີ້….

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ພຶດສະພາ 2020, ນະໂຍບາຍຫຼ້າສຸດ ຈາກລັດຖະບານນິວຊີແລນເພື່ອຊ່ວຍຜູ້ປະກອບການທຸລະກິດຂະຫນາດກາງ ແລະຂະຫນາດນ້ອຍທີ່ມີພະນັກງານບໍ່ເກີນ 50 ຄົນ ທີ່ອອກມາໃນວັນທີ່ 1 ພຶດສະພາທີ່ຜ່ານມານັ້ນ ຈະຄວບຄຸມຄ່າໃຊ້ຈ່າຍຂອງບໍລິສັດລວມເຖິງຄ່າຈ້າງພະນັກງານສູງສຸດເປັນເງິນ 100,000 ໂດລານິວຊີແລນ ຫຼື ຄິດເປັນເງີນເກືອບ 20.000 ໂດລາສະຫະລັດ ໂດຍປາສະຈາກດອກເບ້ຍເງີນກູ້ໃນໄລຍະປີທຳອິດ ແກຣນ ໂຣເບິຣຕສັນ ລັດຖະມົນຕີວ່າການກະຊວງການເງິນ (ministry of revenue) ທີ່ຮັບຜິດຊອບເລື່ອງງົບປະມານຂອງລັດຖະບານນິວຊີແລນຊີ້ວ່າ ເປັນເລື່ອງຊັດເຈນແລ້ວວ່າເງີນຊ່ວຍເຫລືອກ່ອນຫນ້ານີ້ທີ່ມອບໃຫ້ກັບເອສເອັມອີຜ່ານທະນາຄານເອກະຊົນບໍ່ພຽງພໍຕໍ່ຄວາມຕ້ອງການ ຈື່ງເປັນເຫດຜົນທີ່ລັດຖະບານຕັ້ງໂຄງການດັງກ່າວຂື້ນມາສະຫນັບສະຫນູນເພີ່ມເຕີມ ທ່ານແກຣນ ອະທິບາຍເງື່ອນໄຂເງີນກູ້ດັງກ່າວວ່າ ເອສເອັມອີຈະໄດ້ຮັບເງີນ 10,000 ດອລລານິວຊີແລນ ຫລືປະມານເກືອບ 2,000 ໂດລາສະຫະລັດ ສຳລັບຄ່າໃຊ້ຈ່າຍຂອງບໍລິສັດແລະຈະໄດ້ຮັບເງີນຄ່າຈ້າງພະນັກງານເພີ່ມລາຍລະ 1,800 ດອລລານິວຊີແລນ ໂດຍເງີນກູ້ນີ້ຈະປອດດອກເບ້ຍໃນຊ່ວງປີທຳອິດ ແລະຈະມີອັດຕາດອກເບ້ຍ 3 %ຕໍ່ປີ ດ້ວຍສັນຍາສູງສຸດ 5 ປີ ນອກຈາກນີ້ ລັດຖະບານຍັງຊ່ວຍໃຫ້ທຸລະກິດບໍ່ຕ້ອງຊຳລະເງີນຄືນໃນຊ່ວງ 2 ປີທຳອິດດ້ວຍ ດ້ານທ່ານຮອນ ສະຈ໊ວດ ນາຊ ລັດຖະມົນຕີວ່າການກະຊວງການຈັດເກັບພາສີ (ministry of revenue) ຊີ້ວ່າ ດ້ວຍມາດຕະການລະດັບ ...

Read More »

ຣັດເຊຍ ພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວ 10.000 ຄົນ

ລັດຖະບານຣັດເຊຍ ລາຍງານການພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ລາຍໃໝ່ພາຍໃນມື້ດຽວ  10.633 ຄົນ ຖືເປັນສະຖິຕິລາຍວັນສູງທີ່ສຸດ ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອດສ໌ໂກ ປະເທດຣັດເຊຍ ໃນວັນທີິ 3 ພຶດສະພາ 2020 ວ່າ ສູນຕອບສະໜອງວິກິດເຊື້ອໄວຣັດໂຄວິດ-19 ຂອງຣັດເຊຍ ລາຍງານໃນວັນອາທິດ ກ່ຽວກັບສະຖານະການເຊື້ອໄວຣັດໂຄວິດ-19 ໃນປະເທດ ວ່າມີການຢືນຢັນຄົນເຈັບຕິດເຊື້ອໃໝ່ອີກ 10.633 ຄົນໃນຮອບ 24 ຊົ່ວໂມງຜ່ານມາ ຖືເປັນສະຖິຕິຜູ້ປ່ວຍລາຍວັນສູງທີ່ສຸດ ແລະ ເພີ່ມຈຳນວນຜູ້ປ່ວຍສະສົມໃນປະເທດ ລວມເປັນ 134.687 ຄົນ ແລະ ປິ່ນປົວຫາຍດີແລ້ວ 16.693 ຄົນ. ແລະ ໃນຮອບ 24 ຊົ່ວໂມງຜ່ານມາຢືນຢັນຜູ້ເສຍຊີວິດເພີ່ມ 58 ຄົນ ສະຖິຕິຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນຣັດເຊຍຢ່າງໜ້ອຍ 1.280 ຄົນ ເຖິງວ່າອັດຕາການເສຍຊີວິດຈາກໂຄວິດ-19 ໃນຣັດເຊຍ ຍັງຕໍ່າກວ່າໃນສະຫະລັດອາເມລິກາ ແລະ ອີກຫຼາຍປະເທດໃນທະວີບເອີຣົບ ບໍ່ວ່າຈະເປັນອີຕາລີ, ສະເປນ ແຕ່ການພົບຜູ້ຕິດເຊື້ອລາຍວັນຂອງລັດເຊຍເພີ່ມເປັນຈຳນວນຫຼາຍຢ່າງຕໍ່ເນື່ອງຕັ້ງແຕ່ອາທິດກ່ອນ. ສຳລັບ, ປະທານາທິບໍດີ ລາດິເມຍ ປູຕິນ ກໍຂະຫຍາຍເວລາມາດຕະການລ໋ອກດາວໃນຣັດເຊຍ ມີຜົນຕັ້ງແຕ່ທ້າpເດືອນ ມີນາ ທີ່ຜ່ານມາ ຈົນຮອດວັນທີ ...

Read More »

ເປີດໃຫ້ບໍລິການລົດໂດຍສານພາຍໃນນະຄອນຫຼວງ ແລະ ພາຍໃນແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດດັ່ງນີ້….

ແຈ້ງແນະນຳການໃຫ້ບໍລິການລົດໂດຍສານ ພາຍໃນນະຄອນຫຼວງ ແລະ ບັນດາແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດຂອງ ຄະນະສະເພາະກິດ ອີງຕາມແຈ້ງການຄຳແນະນຳ ສະບັບເລກທີ 292/ຍທຂ ລົງວັນທີ 3 ພຶດສະພາ 2020 ສຳລັບການບໍລິການຂົນສົ່ງລົດໂດຍສານພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງ ເຊິ່ງລວມມີ ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກຳມະກອນ, ລົດຕັກຊີ,​ລົດສອງແຖວ,​ ລົດຕຸກໆ ແລະ ລົດຈຳໂບ້  ໃຫ້ຈັດຕັ້ງຕາມມາດຕະການລຸ່ມນີ້:

Read More »

ຜູ້ເຄີຍຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີ ແລ້ວກັບຄືນມາເປັນອີກຄັ້ງ ມີຄວາມສ່ຽງຕໍ່ການແຜ່ເຊື້ອອີກບໍ່?

ຊຽນຊານດ້ານພະຍາດໂຄວິດ-19 ຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ !!! ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານ  ເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ືອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ ອອກຈາກໂຮງໝໍແລ້ວກັບມາກວດຄືນແລ້ວພົບວ່າມີເຊື້ອ ແຕ່ຜູ້ໃກ້ຊິດ ເຫຼົ່ານັ້ນຜ່ານການກວດແລ້ວກໍ່ບໍ່ມີຜູ້ຕິດເຊື້ືອ. ອັນນີ້ໄດ້ຢັ້ງຢືນວ່າ ຊິ້ນສ່ວນຂອງພະຍາດດັ່ງກ່າວທີ່ຕົກຄ້າງຢູ່ນັ້ນບໍ່ສາດແຜ່ເຊື້ອໄດ້. ອີກອັນໜຶ່ງ ຍ້ອນວ່າເປັນພະຍາດໃໝ່ທາງວິທະຍາສາດການແພດ ຈຶ່ງເອົາມາ ກວດຄືນຕາມຫຼັກການແພດເມື່ອອອກໂຮງໝໍໄປແລ້ວຕ້ອງໄດ້ມາກວດຄືນ. ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ ຜູ້ເຄີຍຕິດເຊື້ືອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໄປແລ້ວ ແຕ່ໄດ້ກັບມາກວດສຸຂະພາບຄືນພົບວ່າຕິດເຊື້ອນັ້ນ ແມ່ນຜູ້ຕິດເຊື້ອກໍລະນີທີ 14, ເຊິ່ງແມ່ນນັກສຶກສາລາວ ທີ່ກັບມາຈາກປະເທດອັງກິດ, ປັດຈຸບັນຢູ່ ບ້ານຊ້າງຄູ້, ເມືອງໄຊທານີ, ...

Read More »

ດ່ວນ!!!! ອົດສະຕຣາລີ ຜະລິດວັກຊິີນ ປ້ອງກັນໂຄວິດ-19 ຈະສຳເລັດ ເດືອນກັນຍານີ້…

ວັນທີ 1 ພຶດສະພາ 2020  The Australian  ລາຍງານວ່າ ທີມນັກວິໄຈ ມະຫາວິທະຍາໄລຄວິນແລນ ໄດ້ເປີດເຜີຍວ່າ ທາງທີມວິໄຈ ຈະສາມາດເລີ່ມທົດລອງວັກຊີນໃນຄົນໃຫ້ໄດ້ໄວທີ່ສຸດ ໃນເດືອນກັນຍານີ້.   ທ່ານ ດຣ ເທຣນ ມຸນໂຣ ຫົວໜ້າທີມວິໄຈກ່າວ່າ ” ການຜະລິດວັກຊີນອອກມາໃຫ້ທັນໃນເດືອນກັນຍາ (9) ຄືເປົ້າໝາຍຂອງພວກເຮົາ ເຊິ່ງເປັນເປົ້າໝາຍທີ່ສູງ ແລະ ຈະສູ້ຊົນທີ່ສຸດ ແລະ ຂ້ອຍຄິດວ່າ ມັນມີຄວາມເປັນໄປໄດ້ຖ້າທຸກຢ່າງດຳເນີນໄປຕາມແຜນທີ່ວາງໄວ” ໂດຍທາງມະຫາວິທະນາໄບ ຄວີນແລນ ໄດ້ໃຊ້ເຕັກໂນໂລຊີ ການຫນີບໃນລະດັບໂມເລກູນ (molecular clamp) ເຊິ່ງໄດ້ຮັບສິດທິບັດແລ້ວ ໂດຍວັກຊີນນີ້ຖືກນຳໃຊ້ໄປທົດສອບກັບ ໜູ ແລ້ວໃນບໍ່ດົນມານີ້ ແລະ ພົບວ່າ ສາມາດກະຕຸ້ນແອນຕີ້ບໍດີ້ ທີ່ຈຳເປັນຕໍ່ການໂຈມຕີຂອງໄວຣັດໂຄວິດ-19  ດ້ານ ທ່ານ ຄີທ ແຊບເພີນ ຫົວໜ້າໂຄງການຮ່ວມມືຂອງມະຫາວິທະຍາໄລຄວີນແລນກ່າວວ່າ ” ເວໂຣຄຣີນິກ ເອັກຊ໌ພລອຣ໌ ກຳລັງກວດສອບເພີ່ມຕື່ມກ່ຽວກັບຄວາມສາມາດຂອງວັກຊີນໃນການປ້ອງກັນໄວຣັດທີ່ມີຊີວິດໃນການທົດລອງກັບສັດຕົ້ນແບບຫຼາຍຊະນິດ ເຊິ່ງຄວາມຄືບໜ້ານີ້ ອາດຈະບໍ່ເກີດຂຶ້ນໄດ້ຕາມແຜນເວລາທີ່ກຳນົດໄດ້ ແລະ ຄວາມສາມາດທີ່ມີໃນອົດສະຕຣາລີ ຖ້າຫາກປາສະຈາກຄວາມຮ່ວມມືຄັ້ງນີ້” ສາສະດາຈານ Kanta Subbarao ຈາກສະຖາບັນ(Doherty Institute) ...

Read More »

ມາເລເຊຍ ມີຜູ້ເສຍຊີວິດຈາກໂຄວິດ-19 ແລ້ວ 100 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ວັນສຸກ ທີ 1 ພຶດສະພາ ວ່າ ກະຊວງສາທາລະນະສຸກມາເລເຊຍລາຍງານສະພາບການຂອງໂຄວິດ-19 ວ່າ ກວດພົບຜູ້ຕິດເຊື້ອໃໝ່ 57 ຄົນ ໃນຮອບ 1 ວັນ ຈົນຮອດຕອນແລງວັນພະຫັດ ຜ່ານມາ ແບ່ງເປັນ 32 ຄົນ ຕິດເຊື້ອພາຍໃນ ແລະ ອີກ 25 ຄົນ ເດີນທາງມາຈາກຕ່າງປະເທດ ເພິ່ມສິຖິຕິຜູ້ປ່ວຍສະສົມໃນປະເທດ ຢ່າງໜ້ອຍ 6.002 ຄົນ. ຂະນະທີ່ ໃນຮອບວັນດຽວກັນ ມີຜູ້ປິ່ນປົວເຊົາອີກ 84 ຄົນ ແລະ ໄດ້ອະນຸຍາດໃຫ້ອອກຈາກໂຮງໝໍ ເພິ່ມຈຳນວນປິ່ນປົວເປັນ 4.171 ຄົນ ທຽບເປັນອັດຕາການປິ່ວປົວເຊົາແລ້ວປະມານ 69,5%. ຢ່າງໃດກໍ່ຕາມ, ຍັງມີການຢືນຢັນຜູ້ເສຍຊີວິດອີກ 2 ຄົນ ເພິ່ມຈຳນວນຜູ້ເສຍຊີວິດໃນມາເລເຊຍຢ່າງໜ້ອຍ 102 ຄົນ. ທັງນີ້, ປະເທດມາເລເຊຍຍັງຢູ່ພາຍໃຕ້ມາດຕະການປິດເມືອງເຂັ້ມງວດລະດັບດຽວກັນທົ່ວປະເທດ ຕັ້ງແຕ່ວັນທີ 18 ມີນາ ເປັນຕົ້ນມາ ເຊິ່ງທ່ານນາຍົກລັດຖະມົນຕີມູຍິດດິນ ຢາສຊິນ ຍັງສືບຕໍ່ຂະຫຍາຍໄລຍະປິດເມືອງທຸກໆ 14 ວັນ ...

Read More »

ຜົນຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຫາລືວຽກງານຄວບຄຸມການລະບາດໂຄວິດ-19

ໃນຕອນເຊົ້າຂອງວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະ ມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ໂຄວິດ 19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດ ຂອງພະຍາດ COVID-19 ເຂົ້າຮ່ວມ. ກອງະຊຸມ ໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້: 1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດ COVID-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 ໂດຍຈະ ຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ...

Read More »

ຣັດເຊຍຕໍ່ເວລາ ປິດປະເທດອອກໄປອີກຕື່ມ ຫວັງຄວບຄຸມ ໄວຣັດໂຄວິດ-19 ໃຫ້ອອກຈາກປະເທດ

ສຳນັກຂ່າວ ນະຄອນຫຼວງໂມດໂກ ຂອງຣັດເຊຍລາຍງານວ່າ ປະທານາທິບໍດີ ປູຕິນ ໄດ້ອອກຄຳສັ່ງຕໍ່ເວລາລ໋ອກດາວອອກໄປອີກ ຈາກຄຳສັ່ງເກົ່າແມ່ນວັນທີ 30 ເມສາ ແຕ່ຈະຕໍ່ຍາວຈົນຮອດວັນທີ 11 ພຶດສະພາ 2020 ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຣັດເຊຍຍັງມີຄວາມຫຍຸ້ງຍາກຫຼາຍ. ມາຮອດປັດຈຸບັນຣັດເຊຍມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 93.558 ຄົນ, ເສຍຊີວິດ 867 ຄົນ ເປັນອັນດັບ 8 ຂອງໂລກ ແລະ ປິ່ນປົວຫາຍດີແລ້ວ 8,456 ຄົນ ອີງຕາມການລາຍງານຂອງເວັບໄຊ #worldometers.info. ມາຮອດເຊົ້າມື້ນີ້ 8.20 ຕາມເວລາໃນປະເທດລາວ ທົ່ວໂລກມີຜູ້ຕິດເຊື້ອ 3.136.508 ຄົນ ແລະ ເສຍຊີວິດ 217.813 ຄົນ ໃນນັ້ນ ອາເມລິກາ ມີຜູ້ຕິດເຊື້ອ 1.035.765 ຄົນ ແລະ ເສຍຊີວິດ 59.266 ຄົນ, ແອສະປາຍ ມີຜູ້ຕິດເຊື້ອ 232.128 ຄົນ ແລະ ເສຍຊີວິດ 23.822 ຄົນ ແລະ ອີຕາລີ ມີຜູ້ຕິດເຊື້ອ 201.505 ຄົນ ແລະ ເສຍຊີວິດ 27.359 ...

Read More »