ແຈ້ງເຕືອນ!! ພາຍຸລະດູຮ້ອນຈະເຂົ້າມາອີກຮອບ

ຫຼ້າສຸດ ມື້ນີ້ ວັນທີ 11 ພຶດສະພາ 2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນອີກຄັ້ງ ໃຫ້ປະຊາຊົນບັນດາເຜົ່າເຝົ້າລະວັງລົມພາຍຸອັນຮ້າຍແຮງທີ່ຈະເກີດຂຶ້ນອີກ ໃນມື້ນີ້.

ເນື່ອງຈາກສອງຂະບວນລົມຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກຳລັງປານກາງ, ຊຶ່ງຈະ ເຮັດໃຫ້ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າ ຫຼາຍ ຢູ່ ແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມ ແລະ ຈະມີຝົນ ຕົກຟ້າຮ້ອງ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກ ໃນລະດັບ ປານກາງ ພ້ອມ ຈະມີໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ ບາງ ທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສະ ຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ທີ່ອາດຈະເກີດຂື້ນ, ຊຶ່ງຈະເຮັດໃຫ້ມີຕົ້ນໄມ້ ໃຫຍ່, ເສົາໄຟ້ຟ້າ, ປ້າຍໂຄສະນາ ແລະ ສິ່ງທີ່ປຸກສ້າງບໍ່ໄດ້ມາດຕະຖານຫັກລົ້ມ ແລະ ຂໍ ໃຫ້ຕິດຕາມຂ່າວພະຍາກອນອາ ກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

  

 

Comments