ສປປ ລາວ ວາງແຜນສ້າງເຂື່ອນໄຟຟ້ານ້ຳຂອງ ທີ່ເມືອງ ຊະນະຄາມ

ເວັບໄຊຂອງຄະນະກໍາມະການ ອົງກອນ ແມ່ນໍ້າຂອງ ຫຼື MRC (Mekong River Commission) ລາຍງານເມື່ອວັນທີ 11​ ພຶດສະພາ 2020 ວ່າ ລັດຖະບານ ສປປ ລາວ ໄດ້ມີການກະກຽມ ການປຶກສາຫາລື ລ່ວງໜ້າ ເພື່ອ ສະເໜີ ໂຄງການ ເຂື່ອນແມ່ນໍ້າຂອງ ທີ່ເມືອງ ຊະນະຄາມ


ເຊິ່ງໂຄງການ ດັ່ງກ່າວ ຈະເປັນ 1 ໃນ 6 ເຂື່ອນ ທີ່ ສປປ ລາວ ສະເໜີ ເພື່ອສ້າງຕາມແມ່ນໍ້າຂອງ, ເຂື່ອນທີ່ເມືອງຊະນະຄາມ ຈະມີກໍາລັງຕິດຕັ້ງ ທີ່ 684 ເມກາວັດ.
ຈຸດທີ່ຕັ້ງຂອງ ເຂື່ອນນີ້ ແມ່ນລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ຂອງ ສປປລາວ, ເຊິ່ງຫ່າງຈາກ ຊາຍແດນ ລາວໄທ ເຂດ ແຂວງ ເລີຍ. ປະມານ 2 ກິໂລແມັດ. ຫ່າງຈາກ ເມືອງຊະນະຄາມ ແຂວງວຽງຈັນ ປະມານ 25 ກິໂລແມັດ, ຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 155 ກິໂລແມັດ ແລະ ຫ່າງຈາກ ເມືອງປາກລາຍ ແຂວງໄຊຍະບູລີ ປະມານ 84 ກິໂລແມັດ.


ອີງຕາມເອກະສານທີ່ໄດ້ຍື່ນແກ່ ຄະນະກໍາມະການ ອົງກອນ ແມ່ນໍ້າຂອງ, ໂຄງການກໍ່ສ້າງ ເຂື່ອນດັ່ງກ່າວ ແມ່ນຄາດວ່າ ຈະໄດ້ເລີ່ມ ພາຍໃນປີ 2020 ແລະ ໃຫ້ສໍາເລັດ ໃນປີ 2028. ພະລັງງານໄຟຟ້າ ທີ່ຜະລິດໄດ້ ຈະສົ່ງອອກຂາຍ ໃຫ້ປະເທດໄທ ເປັນສ່ວນໃຫຍ່. ດຳເນີນການກໍ່ສ້າງໂດຍ ບໍລິສັດ ຕ້າຖັງ ຂອງຈີນ ມູນຄ່າການກໍ່ສ້າງກ່ວາ 2 ຕື້ໂດລາສະຫະລັດ

ອີກຢ່າງ ສປປ ລາວ ໄດ້ກໍ່ສ້າງເຂື່ອນໄຊຍະບູລີສຳເລັດແລ້ວ ຍັງເຫລືອເຂື່ອນປາກແບງ ແລະເຂື່ອນຫລວງພະບາງ ທີ່ລໍຖ້າການຍົກຍ້າຍປະຊາຊົນ ພ້ອມລົງມືກໍ່ສ້າງ ສ່ວນເຂື່ອນປາກລາຍຍັງຢູ່ລະຫວ່າງການສຳຫຼວດ

Laos to undertake prior consultation for Sanakham hydropower project

Laos will undertake the MRC’s prior consultation process for its 684-MW Sanakham hydropower project, the sixth proposed project on the Mekong mainstream.

The dam site is located between Xayaburi and Vientiane provinces of Laos, some 2 km upstream of the Thai-Lao border of Loei province and approx. 1,737 km from the sea. It lies about 25 km upstream from Sanakham district of Vientiane province, about 155 km from Vientiane capital at downstream, and about 84 km downstream of the Pak Lay project.

According to the submitted documents, the project’s construction is expected to begin in 2020 and finish in 2028. The energy generated by the project will mainly be exported to Thailand.

Datang (Lao) Sanakham Hydropower Co. Ltd is listed as the project developer. The total cost of the project is estimated at US$ 2,073 million.

Read more: https://bit.ly/2xVav2I

ທີ່ມາ: https://www.facebook.com/mrcmekong/

Comments