20 ຂໍ້ຄິດ ຈາກ Jack Ma ຄວນຮູ້ໄວ້ ໃນການໃຊ້ຊີວິດ!!!

  1. ຄວນຊື້ເຮືອນກ່ອນລົດ ເພາະເຮືອນຈະເພີ່ມມູນຄ່າ ແຕ່ລົດມູນຄ່າຈະຫຼຸດລົງ.
  2. ໄລຍະເຮັດວຽກໃຜເກັບເງິນໄດ້ກ່ອນ  ຈະຮັ່ງມີໄວກວ່າ ແລະ ສິ່ງສໍາຄັນຕ້ອງໄດ້ຈື່ໄວ້ວ່າ ຊີວິດບໍ່ມີໜີ້ຍ່ອມດີທີ່ສຸດ.
  3. ບໍ່ຄວນຄິດວ່າຕົນເອງເຮັດຫຍັງໄດ້ພຽງຢ່າງດຽວ.
  4. ເລືອກວຽກທີ່ມັກມັນກໍດີ ແຕ່ອາຊີບນັ້ນສາມາດລ້ຽງຊີບຕົນເອງ ແລະ ຄອບຄົວໄດ້ແທ້ ຫຼື ບໍ່ໄດ້.
  5. ດອກເບ້ຍນັ້ນ ມະຫາໂຫດຄວນຮີບຜ່ອນໃຫ້ໝົດ ກ່ອນທີ່ເຮົາຈະເຖົ້າແລ້ວຜ່ອນບໍ່ໄຫວ.
  6. ການເກັບເງິນເປັນຂັນໄດຂັ້ນທໍາອິດ ຂັ້ນຕໍ່ມາຕ້ອງຮູ້ຈັກລົງທຶນ ແລະ ມີທີ່ປຶກສາໄວ້ເປັນໝູ່.
  7. ຊີວິດແທ້ວັດກັນທີ່ຜົນງານ ຈົ່ງໃສ່ໃຈໃນພາສາອັງກິດ ແລະ ພາສາຈີນ.
  8. ການຕັ້ງໃຈຮຽນ ແລະ ເຮັດກິດຈະກຳຕ່າງໆມີຄວາມສໍາຄັນພໍໆກັນ.
  9. ຫາເປົ້າໝາຍຊີວິດໃຫ້ພົບໄວທີ່ສຸດ ເພາະມັນເປັນເຄື່ອງນໍາທາງຊີວິດຂອງເຈົ້າ.
  10. ຢ່າພາຍະຍາມເປັນສັດຕູກັບໃຜໃນໂລກນີ້ ເພາະເຮົາບໍ່ຮູ້ວ່າມື້ໜຶ່ງເຂົາອາດຈະຍິ່ງໃຫ່ຍຈົນກັບມາທໍາລາຍເຮົາໄດ້.
  11. ຄວນມີວຽກເຮັດຫຼາຍກວ່າ 1 ຢ່າງ ເພາະຄວາມໝັ້ນຄົງບໍ່ເຄີຍມີຢູ່ໃນໂລກໃບນີ້.
  12. ສຸຂະພາບເປັນເລື່ອງສໍາຄັນ ຈົ່ງຮັກຕົນເອງໃຫ້ຫຼາຍ ເມື່ອເຮົາຍັງເປັນໄວລຸ້ນໝຸ່ມສາວ ຢ່າໃຊ້ຊີວິດໃຫ້ໜັກເກີນໄປ.
  13. ເລືອກຄູ່ຊີວິດຢ່າເບິ່ງແຕ່ຂໍ້ດີ ແຕ່ຕ້ອງເບິ່ງວ່າເຮົາຈະຮັບຂໍ້ເສຍຂອງເຂົາໄດ້ຫຼາຍປານໃດ.
  14. ແຟນ ສາມີ ແລະ ພັນລະຍາຍັງເລີກກັນໄດ້ ແຕ່ຄວາມເປັນພໍ່, ແມ່ ລູກນັ້ນເລີກກັນບໍ່ໄດ້ ຄວນເບິ່ງແຍງຄອບຄົວໃຫ້ດີໆ.
  15. ລອງຫາເວລາຢູ່ວ່າງໆ ໂດຍບໍ່ຕ້ອງເຮັດຫຍັງ ຢ່າແບກໂລກໄວ້ຄົນດຽວ ວຽກບໍ່ແມ່ນທຸກຢ່າງຂອງຊີວິດ.
  16. ເມື່ອມີໂອກາດເຂົ້າມາໃນຊີວິດ ຢ່າຟ້າວປະຕິເສດເພາະເຖິງຈະລົ້ມເລວກໍ່ຖືວ່າເປັນປະສົບການ.
  17. ພະຍາຍາມສ້າງເນື້ອສ້າງໂຕໃຫ້ໄວທີ່ສຸດ ຕອນທີ່ຍັງມີກຳລັງເຫື່ອແຮງເປັນໝຸ່ມ ເປັນສາວ ເພາະການຝ່າຟັນອຸປະສັກໃນຕອນທີ່ມີອາຍຸຫຼາຍມັນບໍ່ແມ່ນເລື່ອງງ່າຍ.
  18. ໃຫ້ອອກເດີນທາງທ່ອງທ່ຽວຕັ້ງແຕ່ອາຍຸນ້ອຍ ເພາະເມື່ອມີຄອບຄົວເຖິງຈະໄປໃສໄດ້ແຕ່ກໍ່ເປັນເລື່ອງທີ່ຍຸ້ງຍາກກວ່າເກົ່າ.
  19. Connection ເປັນສິ່ງທີ່ສໍາຄັນຫຼາຍ ເຖິງຈະເກັ່ງຂະໜາດໃດກໍບໍ່ເທົ່າກັບການຮູ້ຈັກຄົນຫຼາຍໆເພື່ອຕິດຕໍ່ສື່ສານ.
  20. ຄວາມສໍາເລັດທຫຼາຍຊໍາໃດກໍ່ບໍ່ສາມາດທົດແທນຄວາມລົ້ມເຫຼວ ແລະ ແຕກແຍກຂອງຄອບຄົວໄດ້.

ທີ່ມາ: https://gdbthai.com/jack-ma-said-20-for-success/

 

Comments