ສ.ເກົາຫລີ ມອບເງິນ 6 ແສນໂດລາ ຊ່ວຍເຫຼືອລັດຖະບານລາວ ປ້ອງກັນໂຄວິດ-19

ໃນຕອນບ່າຍວັນທີ 11 ພຶດສະພາ 2020 ຜ່ານມາ,  ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຊິນ ຊອງຊູນ ເອກອັກຄະລາດຖະທູດ ສ.ເກົາຫລີ ພ້ອມດ້ວຍຄະນະ ໄດ້ມອບເງິນ 600,000 ໂດລາ ໃນ​ນັ້ນ​ເປັນ​ເງິນ­ສົດ 300.000 ໂດ​ລາ ສ່ວນ 300.000 ໂດ​ລາ ແມ່ນ​ຈະ​ຊ່ວຍ​ເປັນ​ອຸ­ປະ­ກອນ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19

ນອກຈາກນີ້,  ທ່ານ ຫລີຈຶຢົງ ອໍານວຍການ ທະນາຄານແຫ່ງປະເທດຈີນ ສາຂານະຄອນຫຼວງວຽງຈັນ ກໍໄດ້ເຂົ້າມອບເງິນ 500,000,000 ກີບ ໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອໃນວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ 19 ເຊິ່ງເປັນກຽດຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໄດ້ສະແດງຄວາມຂອບໃຈທຸກພາກສ່ວນ ທີ່ໄດ້ປະກອບສ່ວນສະໜັບສະໜູນຊ່ວຍເຫຼືອລັດຖະບານລາວໃນຄັ້ງນີ້ ແລະ ທາງຄະນະສະເພາະກິດ ຈະໄດ້ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

Comments