ຈີນ ຟື້ນຕົວໄວ ຊີ້ມູນຄ່າການສົ່ງອອກເພີ່ມຂຶ້ນ 3,5% ໃນເດືອນເມສາ, ທໍາລາຍຜົນຄາດຄະເນວ່າຈະຫຼຸດລົງ 15,7%.

ການສົ່ງອອກສິນຄ້າເປັນເງິນໂດລາຂອງຈີນໄດ້ເພີ່ມຂຶ້ນຢ່າງຜິດຄາດຄິດໃນເດືອນເມສາ, ແຕ່ວ່າການນຳເຂົ້າກໍເຂົ້າຫຼຸດລົງໃນເດືອນດຽວກັນ ເນື່ອງຈາກມີການຈຳກັດການເຄື່ອນໄຫວເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19.

ອີງຕາມຂໍ້ມູນຈາກອົງການຄຸ້ມຄອງພາສີທົ່ວໄປທີ່ເຜີຍແຜ່ໃນວັນພະຫັດທີ່ຜ່ານມາ, ການສົ່ງອອກໄດ້ເພີ່ມຂຶ້ນ 3,5% ໃນຂະນະທີ່ການນໍາເຂົ້າໄດ້ຫຼຸດລົງ 14,2% ເມື່ອທຽບກັບເດືອນດຽວກັນຂອງປີກ່ອນ.

ນັກເສດຖະສາດຂອງສໍານັກຂ່າວ Reuters ໄດ້ຄາດວ່າການສົ່ງອອກຈະຫຼຸດລົງ 15,7% ໃນເດືອນເມສາ ໃນຂະນະທີ່ການນຳເຂົ້າຄາດວ່າຈະຫຼຸດລົງ 11,2% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.

ໃນເດືອນມີນາ, ການສົ່ງອອກຂອງຈີນຫຼຸດລົງ 6,6% ຈາກປີທີ່ຜ່ານມາ, ໃນຂະນະທີ່ການນຳເຂົ້າຫຼຸດລົງ 0.9% ໃນເດືອນດຽວກັນ.

ການເກີນດຸນການຄ້າຂອງຈີນໃນເດືອນເມສາແມ່ນ $45.34 ຕື້ໂດລາ – ທຽບກັບນັກເສດຖະສາດຂອງສໍານັກຂ່າວ Reuters ໄດ້ຄາດຄະເນໄວ້ວ່າ $6,35 ຕື້ໂດລາ. ຈີນໄດ້ລາຍງານວ່າການເກີນດຸນການຄ້າແມ່ນ $19,9 ຕື້ໂດລາ ສໍາລັບເດືອນມີນາ.

ການເກີນດຸນການຄ້າຂອງຈີນໃນເດືອນເມສາແມ່ນໃຫຍ່ທີ່ສຸດນັບຕັ້ງແຕ່ເດືອນທັນວາປີກາຍນີ້ເມື່ອການເກີນດຸນແມ່ນປະມານ $47 ຕື້ໂດລາ.

ກ່ອນການເປີດເຜີຍຂໍ້ມູນດັ່ງກ່າວ, ທ່ານ Liu Li-gang, ຫົວໜ້ານັກເສດຖະສາດດ້ານເສດຖະກິດ ສປ ຈີນຂອງ Citigroup ກ່າວວ່າ: ການສົ່ງອອກທາງການແພດຂອງປະເທດດັ່ງກ່າວອາດຈະເພີ່ມຂຶ້ນໃນເດືອນເມສາ ຍ້ອນວ່າການຂົນສົ່ງສິນຄ້າທີ່ຮັກສາສຸຂະພາບໄປຍັງທົ່ວໂລກ.

ນັກເສດຖະສາດ Nomura ໄດ້ຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງການສົ່ງອອກອຸປະກອນການແພດຕ້ານເຊື້ອໄວຣັສດ້ວຍມູນຄ່າການສົ່ງອອກຂອງສິນຄ້າດັ່ງກ່າວກະໂດດຂຶ້ນຈາກປະມານ 1 ຕື້ຢວນຈີນ ($141 ລ້ານໂດລາສະຫະລັດ) ໃນວັນທີ 1 ເຖິງວັນທີ 10 ເມສາ, ກາຍເປັນ ຫຼາຍກວ່າ 3 ຕື້ຢວນຈີນ ($423 ລ້ານໂດລາ) ໃນທ້າຍເດືອນເມສານີ້.

ການສົ່ງອອກອຸປະກອນການແພດດັ່ງກ່າວ – ເຊິ່ງລວມມີ ໜ້າກາກໃບ ໜ້າ 27,8 ຕື້ອັນ ແລະ ເຄື່ອງປ້ອງກັນ 130 ລ້ານອັນ ສາມາດຊ່ວຍເພີ່ມການຂະຫຍາຍຕົວຂອງການສົ່ງອອກໃນເດືອນມີນາ ແລະ ເມສາເພີ່ມຂຶ້ນເປັນ 2,7% ຈາກປີທີ່ຜ່ານມາ.

 

Comments