ລາຍງານຜູ້ເສຍຊີວິດຈາກ Covid-19 ລາຍວັນ ທຳລາຍສະຖິຕິສູງສຸດນັບຕັ້ງແຕ່ມີການແຜ່ລະບາດໃນວັນທີ 14 ກໍລະກົດ 2020 ທັງ 3 ລັດ ພົບຜູ້ຕິດເຊື້ອເພີ່ມຂຶ້ນເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນເມສາ ຕໍ່ເນື່ອງຈາກລັດຖະບານຂອງອາເມລິກາດ່ວນກັບມາເປີດເສດຖະກິດໄວເກີນໄປ.

ສຳນັກຂ່າວຣອຍເຕີ ໄດ້ເຮັດການວິເຄາະຂໍ້ມູນຈາກ The COVID Tracking Project ພົບວ່າ ເມື່ອອາທິດທີ່ຜ່ານມາ ມີ 46 ຈາກທັງໝົດ 50 ລັດ ພົບເຫັນຈຳນວນຜູ້ຕິດເຊື້ອກໍລະນີໃໝ່ເພີ່ມຂຶ້ນຈາກອາທິດກ່ອນໜ້ານັ້ນ ແລະ ຕັ້ງແຕ່ເຂົ້າສູ່ ເດືອນ ກໍລະກົດ ຈົນເຖິງຕອນນີ້ ພົບວ່າມີຢູ່ 28 ລັດ ທີ່ທຳລາຍສະຖິຕິພົບຜູ້ຕິດເຊື້ອກໍລະນີໃໝ່ລາຍວັນສູງສຸດ. ໂດຍມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 3,3 ລ້ານຄົນ ສະຫະລັດຈຶ່ງເປັນປະເທດອັນດັບ 1 ຂອງໂລກ ທີ່ມີອັດຕາຜູ້ຕິດເຊື້ອສູງສຸດເມື່ອທຽບກັບຈຳນວນປະຊາກອນ ແລະ ຈຳນວນຜູ້ເສຍຊີວິດຫຼາຍກ່ວາ 135,000 ຄົນ ອາເມລິກາຈຶ່ງເປັນອັນດັບທີ 7 ຂອງໂລກ ໃນອັດຕາຜູ້ເສຍຊີວິດສູງສຸດ ຫາກທຽບກັບຈຳນວນປະຊາກອນ.

ຟຣໍລິດາ ລະບຸໃນວັນທີ 7 ກໍລະກົດ ຜ່ານມາ ພົບວ່າມີຜູ້ເສຍຊີວິດຈາກພະຍາດ Covid-19 ເພີ່ມອີກ 133 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດສະສົມພາຍໃນລັດເປັນ 4,500 ຄົນ ໂດຍສະຖິຕິລາຍວັນສູງສຸດກ່ອນໜ້ານີ້ຢູ່ທີ່ 120 ຄົນ ໃນວັນທີ 9 ກໍລະກົດຜ່ານມາ, ສ່ວນອາລາບາມາ ລາຍງານພົບຜູ້ເສຍຊິວິດເພີ່ມອີກ 40 ຄົນ ແລະ ນອຣ໌ທແຄໂຣໄລນາ ພົບຜູ້ເສຍຊີວິດເພີ່ມ 35 ຄົນ ສົ່ງຜົນໃຫ້ຍອດລວມຜູ້ເສຍຊີວິດເຂອງແຕ່ລະລັດເພີ່ມຂຶ້ນເກີນ 1,100 ຄົນ.

ຕົວເລກຜູ້ຕິດເຊື້ອ ແລະ ເສຍຊີວິດທີ່ເພີ່ມຂຶ້ນ ສົ່ງຜົນໃຫ້ສະຖາບັນການສຶກສາຕ່າງໆ ຕັ້ງແຕ່ ແຄລິຟໍເນຍໄປຈົນເຖິງວິສຄອນຊິລ ເລືອກທີ່ຈະຈັດການຮຽນການສອນທາງ Online ແທນການຮຽນໃນໂຮງຮຽນ, ໃນຂະນະທີ່ ຍັງບໍ່ພໍເທົ່າໃດອາທິດກໍຈະເປີດສົກຮຽນໃໝ່ແລ້ວ.

ການຕັດສິນໃຈຈັດການຂອບເຂດການສຶກສາຕ່າງໆ ສວນທາງກັບຄວາມຕ້ອງການຂອງປະທານາທິບໍດີ ໂດນັລ ທຣໍາ ເຊິ່ງໄດ້ຂູ່ລະງັບເງິນຊ່ວຍເຫຼືອຈາກລັດຖະບານກາງ ຫຼືຖອດສະຖານະໄດ້ຮັບການຍົກເວັ້ນພາສີ ຫາກວ່າສະຖາບັນການສຶກສາເຫຼົ່ານັ້ນ ບໍ່ຍອມກັບມາເປີດຮຽນ, ແຕ່ເຖິງຢ່າງໃດກໍຕາມ ຄວາມເປັນຈິງກໍຄື ສະຖາບັນການສຶກສາສ່ວນໃຫຍ່ ໄດ້ຮັບເງິນສະໜັບສະໜູນຈາກລັດນັ້ນໆ ແລະ ພາສີທ້ອງຖິ່ນ.
ແຫຼ່ງຂໍ້ມູນ: https://www.facebook.com/1439003539722833/posts/2776830935940080/?d=n