News

ຍີ່ປຸ່ນຍ້າຍ 30 ບໍລິສັດຈາກຈີນເຂົ້າອາຊຽນ ໃນນັ້ນໄດ້ຍ້າຍ 15 ບໍລິສັດ ເຂົ້າຫວຽດນາມ…

ຍີ່ປຸ່ນສະໜັບສະໜຸນ 30 ບໍລິສັດ ຍ້າຍຖານຈາກຈີນເຂົ້າອາຊຽນ ໂດຍມີຂໍ້ມູນວ່າໄດ້ຍ້າຍເຂົ້າຫວຽດນາມຫຼາຍເຖິງ 15 ບໍລິສັດ, ສ່ວນບໍລິສັດທີ່ເຫຼືອອາດຈະຍ້າຍໄປປະເທດໄທ ຫຼື ມຽນມາ ໃນຂະນະທີ່ອີກ 57 ໂຄງການຈະຍ້າຍຖານກັບຍີ່ປຸ່ນ ປະເທດຍີ່ປຸ່ນ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຢູ່ຮ່າໂນ້ຍ ປະເທດຫວຽດນາມ ລາຍງານອ້າງອີງຂໍ້ມູນສື່ຕ່າງປະເທດວ່າ ອົງການສົ່ງເສີມການຄ້າຕ່າງປະເທດຂອງຍີ່ປຸ່ນ (Jetro) ລະບຸວ່າ ບໍລິສັດຂອງຍີ່ປຸ່ນ 15 ຈາກ 87 ລາຍການ ໄດ້ຮັບການສະນັບສະໜຸນຈາກລັດຖະບານ ໃນການຍ້າຍໂຮງງານໄປທີ່ຫວຽດນາມ. ໂດຍ Jetro ເຜີຍວ່າ ການຍ້າຍໂຮງງານດັ່ງກ່າວ ເພື່ອປັບປຸງຊ່ອງວ່າງໃນຕ່ອງໂສ້ອຸປະທານຂອງຍີ່ປຸ່ນທີ່ເກີດຈາກການແຜ່ລະບາດຂອງ COVID-19. ນອກຈາກນີ້, ໂຄງການຍ້າຍຖານການຜະລິດໄປອາຊີ ເພື່ອເສີມສ້າງຄວາມຮ່ວມມືທາງເສດຖະກິດ ແລະ ອຸດສາຫະກຳລະຫວ່າງຍີ່ປຸ່ນ ແລະ ປະເທດໃນອາຊຽນ. ໃນຂະນະທີ່ Bloomberg ລາຍງານວ່າ ລັດຖະບານຍີ່ປຸ່ນຈະຖ່າຍເງິນໃຫ້ແກ່ບໍລິສັດບາງແຫ່ງ ເພື່ອຍ້າຍໂຮງງານອອກຈາກປະເທດຈີນກັບໄປປະເທດຍີ່ປຸ່ນ ຫຼືປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວັດຖຸູປະສົງເພື່ອປັບປຸງຕ່ອງໂສ້ອຸປະທານ ແລະ ຫຼຸດການເພິ່ງພາການຜະລິດໃນປະເທດຈີນອີກດ້ວຍ. Nikkei ລະບຸວ່າ ລັດຖະບານຍີ່ປຸ່ນຈະຖ່າຍເງິນທັງໝົດ 70,000 ລ້ານເຢນ (635 ລ້ານ ໂດລາສະຫະລັດ ໃຫ້ກັບ ...

Read More »

ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ

ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2020 ທີ່ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍທ່ານ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ຄາດຕະກໍາ, ປຸ້ນຈີ້-ຊິງຊັບ, ອຸບັດເຫດ, ອາວະລາດຕີກັນ, ຂີ້ລັກ-ງັດແງະ, ອັກຄີໄພ, ຢາເສບຕິດ, ການນໍາໃຊ້ສື່ອອນລາຍໄປໃນທາງທີ່ຜິດ ໂດຍໃຫ້ມີມາດຕະການທີ່ເຂັ້ມງວດ ເພື່ອເຮັດໃຫ້ບັນຫາເຫລົ່ານັ້ນສະຫງົບລົງໂດຍໄວ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ສຸມໃສ່ການເກັບລາຍຮັບໃຫ້ຄົບຖ້ວນ ເພື່ອຮັບປະກັນໃຫ້ໄດ້ຕາມແຜນ, ຄຸ້ມຄອງລາຍຈ່າຍ ໂດຍຮັບປະກັນການເບີກຈ່າຍເງິນເດືອນໃຫ້ທັນຕາມກໍານົດເວລາ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ນອກຈາກນີ້, ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຄົ້ນຄວ້າມາດຕະການຜ່ອນຜັນຫລັງ 31 ກໍລະກົດ 2020, ພ້ອມທັງໃຫ້ຕິດຕາມສະພາບການລະບາດຂອງພະຍາດໄຂ້ຍຸງ ແລະ ພະຍາດອື່ນໆ ໃນຊ່ວງລະດູຝົນ ຢ່າງໃກ້ຊິດ ແລະ ໃຫ້ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມຢ່າງເຂັ້ມງວດ ເພື່ອຮັບປະກັນການຮັບມື ແລະ ແກ້ໄຂຢ່າງທັນການ, ...

Read More »

ອາເມລິກາວິກິດໜັກ!! ຜູ້ຕິດເຊື້ອລົ້ນໂຮງຫມໍ ຈົນຕ້ອງໄດ້ສົ່ງກັບໄປຕາຍຢູ່ບ້ານ…

ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາ ສໍານັກຂ່າວ CNN ລາຍງານເຖິງການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ຫຼືໂຄວິດ-19 ລະບາດໜັກໃນສະຫະລັດອະເມລິກາ ແລະ ຍັງຄົງສ້າງຄວາມວິຕົກກັງວົນຢ່າງໜັກ ຕາມຂໍ້ມູນແບບ real-time ຂອງມະຫາວິທະຍາໄລ John Hopkins ລະບຸວ່າ ມີຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ໃນສະຫະລັດອາເມລິກາ ພາຍໃນມື້ດຽວ ເຖິງ 1.000 ຄົນຕໍ່ເນື່ອງເປັນມື້ທີ່ 4 ແລ້ວ ເຮັດໃຫ້ຈໍານວນຜູ້ເສີຍຊີວິດໃນສະຫະລັດອາເມລິກາ ເພິ່ມຂຶ້ນເປັນຈໍານວນ 146.000 ຄົນແລ້ວ, ຂະນະທີ່ຍອດສະສົມຜູ້ຕິດເຊື້ອໂຄວິດ-19 ສູງຂຶ້ນໄປຢູ່ທີ່ 4,2 ລ້ານຄົນ ແລະປິ່ນປົວດີແລ້ວ 1,29 ລ້ານຄົນ. ຕາມລາຍງານລະບຸວ່າໃນຊ່ວງວັນສຸກ ແລະ ວັນເສົາທີ່ຜ່ານມາ ລັດ California , ລັດ Georgia ແລະ Hawaii ພົບຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ເປັນຈໍານວນຫຼາຍຈົນທໍາລາຍສະຖິຕິຂອງລັດ ໂດຍທີ່California ມີຜູ້ເສີຍຊີວິດເມື່ອວັນສຸກທີ່ຜ່ານມາເຖິງ 159 ຄົນ. ຈົນນັບເປັນຈໍານວນຜູ້ເສີຍຊີວິດຫຼາຍທີ່ສຸດຂອງລັດCalifornia ພາຍໃນມື້ດຽວ ນັບຕັ້ງແຕ່ເກີດການລະບາດຂອງເຊື້ອໄວຣັສໂຄໂຣນາ. ນອກຈາກນີ້, ນັກວິໄຈປະຈໍາສູນຄວບຄຸມ ແລະ ...

Read More »

ສົ່ງພົນລະເມືອງຈີນ 34 ຄົນ ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ

ກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີມອບ ພົນລະເມືອງຈີນ 34 ຄົນ ທີ່ເດີນທາງເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ເຈົ້າໜ້າທີ່ ສປ ຈີນ ນໍາກັບຄືນປະເທດ. ໃນວັນທີ 20 ກໍລະກົດ ຜ່ານມາ ທີ່ດ່ານສາກົນລານຕຸ້ຍ-ດ່ານເມືອງຄໍາ, ເຂດຫຼັກໝາຍ ທີ 7 ຊາຍແດນລາວ-ຈີນ. ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-19 ກໍລະກົດ 2020 ໄດ້ກວດພົບ ພົນລະເມືອງຈີນ ຈໍານວນຫຼາຍລັກລອບເຂົ້າເມືອງ ໂດຍໃຊ້ເສັ້ນທາງນ້ອຍ (ບ້ານລົງທາງ) ເມືອງຍອດອູ ແຂວງຜົ້ງສາລີ. ດັ່ງນັ້ນ, ປກສ ເມືອງຍອດອູ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມກວດກາ. ມາໃນວັນທີ 19 ກໍລະກົດ 2020 ພົບເຫັນລົດຂົນສົ່ງໂດຍສານຜົ້ງສາລີ-ອຸດົມໄຊ ມີພົນລະເມືອງຈີນ ຈໍານວນ 34 ຄົນ ຍິງ 7 ຄົນ ...

Read More »

ຈີນ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 60 ກວ່າຄົນ

ຕາມ​ແຫ​ລ່ງຂ່າວ​ ຈາກCRI​ຂອງ​ຈີນ ເມື່ອ​ບໍ່​ດົນ​ມານີ້, ຄະນະ​ກຳມະການ ​ສາທາລະນະ​ສຸກ ​ແຫ່ງ​ຊາດ​ຈີນ​ ໄດ້​​ເປີດ​ເຜີຍ​ວ່າ:ມີ​ຜູ້​ຕິດ​ເຊື້ອ ​ພະຍາດ ​ໂຄ​ວິດ-19 ​ເພີ່ມ​ໃໝ່ 61 ຄົນ, ​ໃນ​ນັ້ນ ມີ​ຜູ້​ຕິດ​ເຊື້ອ ທີ່​ເດີນທາງ​ ມາ​ຈາກ​ຕ່າງປະ​ເທດ 4 ຄົນ, ຜູ້​ຕິດ​ເຊື້ອ ພາຍ​ໃນ​ປະ​ເທດ 57 ຄົນ, ບໍ່​ມີ​ຜູ້​ເສຍ​ຊີວິດ ​ແລະ ​ບໍ່​ມີ​ຜູ້​ສົງ​ໄສ​ວ່າ ​ມີເຊື້ອທີ່​ເພີ່ມ​ໃໝ່.ປັດຈຸບັນ​ ​ຍັງມີ​ຜູ້​ຕິດ​ເຊື້ອ ​ພະຍາດ ​ໂຄ​ວິດ-19 ຈຳນວນ 339 ຄົນ, ມີ​ຜູ້​ຕິດ​ເຊື້ອພະຍາດ​ 78.918 ຄົນ ​​ໄດ້​ປິ່ນປົວ ​ໃຫ້​ຫາຍ​ຂາດ, ມີ​ຜູ້​ເສຍ​ຊີວິດ ທັງ​ໝົດ 4.634 ຄົນ ​ແລະ ​ມີ​ຜູ້​​ເຄີຍຕິດ​ເຊື້ອ​ ພະຍາດ​ ທັງ​ໝົດ 83.891 ຄົນ, ຍັງ​ມີ​ຜູ້​ສົງ​ໄສ ​ມີເຊື້ອ 3 ຄົນ. ​ເຝົ້າ​ຕິດຕາມ​ຜູ້​ທີ່ຢູ່​ໃກ້ຊິດ​ ກັບ​ຜູ້​ຕິດ​ເຊື້​ອ ທັງ​ໝົດ 781.406 ຄົນ, ​ໃນ​ນັ້ນ ຍັງ​ມີ 13.935 ຄົນ ...

Read More »

ພາກທຸລະກິດຍີ່ປຸ່ນຈະໄດ້ເຮັດວຽກທາງໄກເພີ່ມຂຶ້ນຫຼາຍກວ່າ 70%

​ແຫ​ລ່ງຂ່າວ​ຈາກ​ໂຕ​ກຽວລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ , ລັດຖະບານ ຍີ່ປຸ່ນ ຈະ​ຂໍ​ໃຫ້​ພາກ​ທຸລະ​ກິດ ​ ​ເຮັດ​ວຽກ​ທາງ​ໄກ ​ເພີ່ມ​ຂຶ້ນ 70% ​ແລະ ສົ່ງ​ເສີມ ​ມາດ​ຕະການ​ ຮັກສາ​ໄລຍະ​ຫ່າງ ​ທາງ​ສັງຄົມ ​ເນື່ອງ​ຈາກ ​ຄົນ​ເຮັດ​ວຽກ ຕິດ​ເຊື້ອພະຍາດ ໂຄ​ວິດ-19 ​ເພີ່ມ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ. ຂະນະ​ນີ້ ມີ​ຄົນ​ເຮັດ​ວຽກ​ທາງ​ໄກ ​ເຫລືອ​ພຽງ 30%​ເທົ່າ​ນັ້ນ ​ໂດຍ​ສະ​ເພາະ ​ຄົນ​ເຮັດ​ວຽກ ​ໃນ​ຮ້ານ​ບັນ​ເທີ​ງ, ຄົນ​ເຮັດ​ວຽກ​ຕາມ​ສຳນັກງານ ​ແລະ ການພົບ​ປະ​ສັງ​ສັນ ຫລັງ​ເລີກ​ວຽກ ​ເຖິງ​ວ່າ ຈຳນວນ​ຜູ້​ຕິດ​ເຊື້ອ ອາການ​ໜັກ ​ມີ​ບໍ່​ຫລາຍ ​ແຕ່​ລັດຖະບານ ​ເປັນ​ຫ່ວງ​ ກຸ່ມ​ຄົນ​ໄວ 40 ​ແລະ 50 ປີ​ຂຶ້ນ​ໄປ ຕິດ​ເຊື້ອ​ເພີ່ມ​ຂຶ້ນ. ປັດຈຸບັນ ຍີ່ປຸ່ນ ມີ​ຜູ້​ຕິດ​ເຊື້ອ​​ໂຄ​ວິດ-19 ສະ​ສົມ 30.000 ກວ່າ​ຄົນ ​ແລະ ​ເສຍ​ຊີວິດ​ເກືອບ 1.000 ຄົນ.

Read More »

ຈີນທົດລອງເຮືອບິນຂະໜາດໃຫຍ່ AG600 ທີ່ສາ​ມາດບິນ​​ໄດ້​ເທິງ​ໜ້າ​ນ້ຳ​ ແລະ ອາ​ກາດໄດ້ສຳເລັດ

​ ບໍລິສັດອຸດສະຫະກຳການບິນແຫ່ງຊາດຂອງຈິນ (AVIC) ໄດ້ເຜີຍວ່າ: ເຮືອ​ບິນ AG600 ໄດ້ດຳ​ເນີນ​ການ​​ບໍ​ລິ​ການແກ້​ຜູ້​ໂດຍ​ສານໃນເດ​ືອນ​ທັນ​ວາ ​ປີ 2017 ຢູ່ເມືອງ Zhuhai ແຂວງ Guangdong ​ຂອງ​ຈິນ ແລະ ​ໄດ້ເລີ່ມ​ການ​ທົດ​ລອງ​ບິນ​ເທິງ​ໜ້າ​ນ້ຳ​ເປັ​ນ​ຄັ້ງ​ທຳ​ອິດ​ໃນ​ອ່າງ​ເກັບ​ນ້ຳ ຢູ່ເມືອງ Jingmen ແຂວງ Hubei ໃນເດືອນຕຸລາປີ 2018. ລ່າ​ສຸດ ເມື​່ອວັນ​ທີ 26 ກໍ​ລະ​ກົດ 2020 ຕອນ​ເຊົ້າ​ເວ​ລາ 10:18 a.m ເຮືອ​ບິນ AG600 ຂະໜາດໃຫຍ່ໃນປະເທດຂອງຈີນກໍ່ປະສົບຜົນສຳເລັດໃນການທົດລອງທີ່ສາ​ມາດ​ບິນ​ໄດ້​ທັງ​້​ເທິງໜ້າ​ນ້ຳ ​ແລະ ເທິງ​ອາ​ກາດ ທີ່ທະເລໃນ​ເມືອງ Qingdao, ແຂວງ Shandong ທາງພາກຕາເວັນອອກຂອງຈີນ ໃຊ້​ເວ​ລາ 31 ນາ​ທີ​ໃນ​ການ​ທົດ​ລອງ, ເຊິ່ງ​ບໍລິສັດອຸດສະຫະກຳການບິນແຫ່ງຊາດຂອງຈິນ (AVIC) ໄດ້​ກ່​າວ​ອິກວ່າ: ເຮືອ​ບິນ​ດັ່ງ​ກ່າວຈະ​ຊ່ວຍ​ໃຫ້ການຂົນສົ່ງສິນຄ້າສະ​ດວກ​ສະ​ບາຍ​ຂື້ນ ແລະ ​ອິກ​ທັງ​ຍັງ​ສາ​ມາດ​ຄວບ​ຄຸມ​ຫ​າກເກີດກໍ​ລະ​ນີ​ພາ​ວະສຸກເສີນ​ເຮືອ​ບິນ​ຕົກ​ລົງ​ສູ້ນ້ຳ ເຮືອ​ບິນ AG600 ​​ມີ​ລະ​ບົບ​ກູ້​ໄພ​ສຸກ​ເສີນທີ່​ສາ​ມາດ​ບິນ​ເຫີນ​ເທິງ​ໜ້າ​ນ້ຳ​ບິນ​ເທິງ​ໜ້າ​ນ້ຳໄດ້​. ຂໍ້ມູນ: ຂ່າວສານລາວຈີນ

Read More »

ລະບາດຮອບສອງ ພົບຜູ້ຕິດເຊື້ອຫຼາຍຮ້ອຍຄົນພາຍໃນວັນດຽວ

ເມື່ອວັນທີ 26 ກໍລະກົດ 2020 ທີ່ຜ່ານມາ ສຳນັກງານຂ່າວຕ່າງປະເທດລາຍງານເຖິງສະຖານະການໂຄວິດ-19 ທີ່ກັບມາແຜ່ລະບາດອິກຄັ້ງໃນຍີ່ປຸ່ນ ເຮັດໃຫ້ປະຊາຊົນມີຄວາມວິຕົກກັງວົນຫຼາຍຂຶ້ນ ເຊິ່ງກະຊວງສາທາລະນະສຸກເຜີຍວ່າ ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນ 24 ຊົ່ວໂມງ ສະເພາະກຸງໂຕກຽວເພີ່ມຂຶ້ນ239 ລາຍ ແລະ ທົ່ວປະເທດພົບຜູ້ຕິດເຊື້ອພາຍໃນວັນດຽວ 803 ລາຍ ໃນຂະນະນີ້ ປະເທດຍີ່ປຸ່ນ ມີຜູ້ຕິດເຊື້ອສະສົມເພີ່ມຂື້ນ 30,017 ສະເພາະໃນກຸງໂຕກຽວມີທັງໝົດ 11,214 ລາຍ ແລະ ທົ່ວປະເທດມີຜູ້ເສຍຊິວິດຈາກໂຄວິດ-19 ມີ 997 ຄົນ.

Read More »

ກຳປູເຈຍ ຈະຢຸດຕິຖ້ຽວບິນຈາກມາເລເຊຍ-ອິນໂດເນເຊຍ

ສຳນັກຂ່າວ CRI ຂອງຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້ ທ່ານ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ​ໄດ້​ຕົກລົງຕໍ່ບົດລາຍງານ ທີ່ສະເໜີໂດຍ ກະຊວງ ສາທາລະນະສຸກ ກຳປູເຈຍ ໂດຍລະບຸວ່າ ນັບແຕ່ວັນທີ 1 ສິງຫານີ້, ກຳປູ​ເຈຍ ຈະຢຸດຕິຖ້ຽວບິນ ທີ່ມາຈາກ ມາເລເຊຍ ແລະ ອິນໂດເນເຊຍ ເພື່ອປ້ອງກັນ ຄວາມສ່ຽງຈາກ ການແຜ່ລະບາດ ຈາກຊາວຕ່າງປະເທດ ແລະ ປ້ອງກັນ ສຸຂະພາບຂອງ ປະຊາຊົນ. ພາບປະກອບເທົ່ານັັ້ນ ໃນໄລຍະວັນທີ 20 ມິຖຸນາ-25 ກໍລະກົດ ມີຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ລວມມີ 108 ຄົນ ຈາກຈຳນວນ ຜູ້ໂດຍສານ ທັງໝົດ ຂອງຖ້ຽວບິນ ທີ່ມາຈາກ ມາເລເຊຍ ແລະ ອິນໂດເນເຊຍ.  ກະຊວງ ສາທາລະນະສຸກ ກຳປູເຈຍ ລະບຸວ່າ ​ໄລ່​ເຖິງວັນທີ 25 ກໍລະກົດນີ້ ມີຜູ້ຕິດເຊື້ອ ສະສົມ 225 ຄົນ ແລະ ປິ່ນປົວ ຫລາຍດີແລ້ວ 143 ຄົນ. ແຫຼ່ງຂໍ້ມູນ: ​ຂປລ

Read More »

ໄທ ອາດຖືກອາເມລິກາຂຶ້ນບັນຊີດຳ ໃນເລື່ອງປັ່ນຄ່າເງິນຕາຕ່າງປະເທດ…

ທະນາຄານເພື່ອການລົງລະຫວ່າງປະເທດ UBS ຂອງສະວິດເຊີແລນເປີດເຜີຍວ່າ ໄທ ແລະ ໄຕ້ຫວັນ ອາດຖືກກະຊວງການເງິນຂອງອາເມລິກາລົງບັນຊີດຳ ປະເທດທີ່ຕ້ອງເຝົ້າລະວັງ ເລື່ອງການແຊກແຊງອັດຕາເງິນແລກປ່ຽນເງິນຕາຕ່າງປະເທດ ເພື່ອໃຫ້ໄດປຽບໃນການສົ່ງອອກສິນຄ້າທີ່ອາເມລິກາ. ກະຊວງການເງິນຂອງສະຫະລັດອາເມລິກາ ຈະຂຶ້ນບັນຊີດຳປະເທດທີ່ຕ້ອງເຝົ້າລະວັງ ຫາກເຂົ້າໃນເກນທີ່ກຳນົດໄວ້ 2 ໃນ 3 ຂໍ້ຄື: 1. ໄດ້ປຽບດຸນການຄ້າກັບອາເມລິກາ ຕັ້ງແຕ່ 20,000 ລ້ານໂດລາສະຫະລັດ, 2. ແຊກແຊງຄ່າເງິນຕໍ່ເນື່ອງເກີນ 6 ເດືອນ ໃນຮອບ 1 ປີ ຍ້ອນຫຼັງ ແລະ ເຂົ້າຊື້ເງິນໂດລາເກີນ 2% ຂອງ GDP ແຕ່ລະປະເທດ, 3. ເກີດດຸນບັນຊີເດີນຊຳພັດ ຫຼາຍກ່ວາ 2% ຂອງ GDP. UBS ລະບຸວ່າ ປະເທດໄທເຂົ້າເກນທີ່ກຳນົດໄວ້ທັງ 3 ຂໍ້ ຄືກັບໄຕ້ຫວັນທີ່ຫາກໍຫຼຸດອອກຈາກບັນຊີດຳໃນປີ 2017 ແຕ່ທັງສອງປະເທດຍັງບໍ່ຖືກຂຶ້ນບັນຊີດຳໃນອາເມລິກາ ຈາກການເປີດເຜີຍຂໍ້ມູນຄັ້ງຫຼ້າສຸດ ໃນເດືອນມັງກອນທີ່ຜ່ານມາ. ທາງດ້ານ ວິຣະໄທ ສັນຕິປະພົບ ຜູ້ວ່າການທະນາຄານແຫ່ງປະເທດໄທເປີດເຜີຍວ່າ ບໍ່ກັງວົນກ່ຽວກັບລາຍງານນີ້, ເນື່ອງຈາກທາງລັດຖະບານໄທ ໄດ້ຊີ້ແຈງນະໂຍບາຍການຊື້ເງິນໂດລາກັບກະຊວງການເງິນອາເມລິກາແລ້ວ. ແຫຼ່ງຂໍ້ມູນ: ...

Read More »