ຍີ່ປຸ່ນຍ້າຍ 30 ບໍລິສັດຈາກຈີນເຂົ້າອາຊຽນ ໃນນັ້ນໄດ້ຍ້າຍ 15 ບໍລິສັດ ເຂົ້າຫວຽດນາມ…

ຍີ່ປຸ່ນສະໜັບສະໜຸນ 30 ບໍລິສັດ ຍ້າຍຖານຈາກຈີນເຂົ້າອາຊຽນ ໂດຍມີຂໍ້ມູນວ່າໄດ້ຍ້າຍເຂົ້າຫວຽດນາມຫຼາຍເຖິງ 15 ບໍລິສັດ, ສ່ວນບໍລິສັດທີ່ເຫຼືອອາດຈະຍ້າຍໄປປະເທດໄທ ຫຼື ມຽນມາ ໃນຂະນະທີ່ອີກ 57 ໂຄງການຈະຍ້າຍຖານກັບຍີ່ປຸ່ນ

ປະເທດຍີ່ປຸ່ນ

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຢູ່ຮ່າໂນ້ຍ ປະເທດຫວຽດນາມ ລາຍງານອ້າງອີງຂໍ້ມູນສື່ຕ່າງປະເທດວ່າ ອົງການສົ່ງເສີມການຄ້າຕ່າງປະເທດຂອງຍີ່ປຸ່ນ (Jetro) ລະບຸວ່າ ບໍລິສັດຂອງຍີ່ປຸ່ນ 15 ຈາກ 87 ລາຍການ ໄດ້ຮັບການສະນັບສະໜຸນຈາກລັດຖະບານ ໃນການຍ້າຍໂຮງງານໄປທີ່ຫວຽດນາມ.

ໂດຍ Jetro ເຜີຍວ່າ ການຍ້າຍໂຮງງານດັ່ງກ່າວ ເພື່ອປັບປຸງຊ່ອງວ່າງໃນຕ່ອງໂສ້ອຸປະທານຂອງຍີ່ປຸ່ນທີ່ເກີດຈາກການແຜ່ລະບາດຂອງ COVID-19. ນອກຈາກນີ້, ໂຄງການຍ້າຍຖານການຜະລິດໄປອາຊີ ເພື່ອເສີມສ້າງຄວາມຮ່ວມມືທາງເສດຖະກິດ ແລະ ອຸດສາຫະກຳລະຫວ່າງຍີ່ປຸ່ນ ແລະ ປະເທດໃນອາຊຽນ. ໃນຂະນະທີ່ Bloomberg ລາຍງານວ່າ ລັດຖະບານຍີ່ປຸ່ນຈະຖ່າຍເງິນໃຫ້ແກ່ບໍລິສັດບາງແຫ່ງ ເພື່ອຍ້າຍໂຮງງານອອກຈາກປະເທດຈີນກັບໄປປະເທດຍີ່ປຸ່ນ ຫຼືປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວັດຖຸູປະສົງເພື່ອປັບປຸງຕ່ອງໂສ້ອຸປະທານ ແລະ ຫຼຸດການເພິ່ງພາການຜະລິດໃນປະເທດຈີນອີກດ້ວຍ.

Nikkei ລະບຸວ່າ ລັດຖະບານຍີ່ປຸ່ນຈະຖ່າຍເງິນທັງໝົດ 70,000 ລ້ານເຢນ (635 ລ້ານ ໂດລາສະຫະລັດ ໃຫ້ກັບ 87 ບໍລິສັດ ເພື່ອຍ້າຍຖານການຜະລິດ ໂດຍຈຳນວນ 30 ບໍລິສັດ ຈະໄດ້ຮັບເງິນສຳລັບການລົງທຶນໃນປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງໄດ້ແກ່ ຫວຽດນາມ, ມຽນມາ, ໄທ ແລະ ປະເທດອື່ນໆ. ສ່ວນອີກ 57 ໂຄງການຈະຍ້າຍການຜະລິດກັບໄປທີ່ປະເທດຍີ່ປຸ່ນ.

ການລົງທຶນໂດຍກົງຈາກຕ່າງປະເທດ ໃນປະເທດຫວຽດນາມ ມີແນວໂນ້ມຈະເພີ່ມຂຶ້ນຢ່າງກ້າວກະໂດດ, ລັງຈາກທີ່ຫວຽດນາມສາມາດຄວບຄຸມການແຜ່ລະບາດຂອງ COVID-19 ໄດ້ ເຊິ່ງເປັນໜຶ່ງໃນເຫດຜົນຫຼັກທີ່ດຶງດູດນັກລົງທຶນຕ່າງປະເທດເຂົ້າມາ, ເຊິ່ງນັກລົງທຶນຫຼາຍບໍລິສັດ ອາດຈະຍ້າຍຖານອອກຈາກປະເທດຈີນ, ເນື່ອງຈາກຄ່າແຮງທີ່ສູງຂຶ້ນ ແລະ ສົງຄາມການຄ້າລະຫວ່າງສະຫະລັດອາເມລິກາກັບຈີນທີ່ຮຸນແຮງຂຶ້ນເລື້ອຍໆ, ນອກເໜືອຈາກອັດຕາຄ່າຈ້າງແຮງງານຕໍ່າ ຫວຽດນາມຍັງມີຂໍ້ໄດ້ປຽບອື່ນໆ ທີ່ສາມາດດຶງດູດບໍລິສັດລະດັບໂລກເຊັ່ນ: ປະຊາກອນໄວໜຸ່ມ, ສະພາບແວດລ້ອມ, ນະໂຍບາຍທີ່ສະໜັບສະໜູນ ແລະ ການເຕີບໂຕທາງເສດຖະກິດທີ່ຢັ້ງຢືນ, ນັກລົງທຶນຕ້ອງການຄວາມຫຼາກຫຼາຍຂອງຕ່ອງໂສ້ອຸປະທານເພື່ອຫຼຸດການເພິ່ງພາກັບຕະຫຼາດບາງແຫ່ງ.

ປະເທດຫວຽດນາມ

ການທີ່ບໍລິສັດຍີ່ປຸ່ນຫຼາຍແຫ່ງມີແຜນທີ່ຈະຍ້າຍຖານການຜະລິດຈາກຈີນມາຫວຽດນາມ ຈະຊ່ວຍໃຫ້ຫວຽດນາມສາມາດປັບປຸງອຸດສາຫະກຳຕ່າງໆເຊັ່ນ: ອຸດສາຫະກຳສະໜັບສະໜຸນ, ອຸດສາຫະກຳເອເລັກໂທຣນິກ ແລະ ອຸດສາຫະກຳທີ່ໃຊ້ເຕັກໂນໂລຊີຂັ້ນສູງ. ປັດຈະບັນ, ຍີ່ປຸ່ນເປັນນັກລົງທຶນໃຫຍ່ອັນດັບທີ 2 ໃນຫວຽດນາມ (ຮອງຈາກເກົາຫຼີໃຕ້) ໂດຍມີ 4,548 ໂຄງການ ດ້ວຍມູນຄ່າເງິນທຶນຈົດທະບຽນ 60,098 ລ້ານໂດລາສະຫະລັດ ຄິດເປັນ 16% ຂອງການລົງທຶນຈາກຕ່າງປະເທດທັງໝົດ.

ພ້ອມກັນນັ້ນ, ບໍລິສັດຕ່າງປະເທດຫຼາຍແຫ່ງ ມີແນວໂນ້ມຍ້າຍຖານການຜະລິດຈາກຈີນ ແລະ ປະເທດຕ່າງໆ ມາປະເທດຫວຽດນາມ. ໃນຂະນະທີ່ບໍລິສັດ LG ໄດ້ຍ້າຍການຜະລິດມາຈາກເກົາຫຼີໃຕ້ມາທີ່ເມືອງ Hai Phong, ບໍລິສັດ Foxconn ເຊິ່ງເປັນຜູ້ຜະລິດສ່ວນປະກອບໃຫ້ Apple ໄດ້ຂະຫຍາຍການຜະລິດໂດຍໃຊ້ໂຮງງານຂະໜາດໃຫຍ່ໃນແຂວງ Bac Giang ແລະ ບໍລິສັດ Apple ກຽມຜະລິດອຸປະກອນຫູຟັງບໍ່ໃຊ້ສາຍ AirPods ຈຳນວນ 3-4 ລ້ານໜ່ວຍໃນຫວຽດນາມ. ນອກຈາກນີ້, ການທີ່ລັດຖະບານຍີ່ປຸ່ນສະໜັບສະໜູນໃຫ້ບໍລິສັດຕ່າງໆ ຍ້າຍໂຮງງານຈາກຈີນມາຫວຽດນາມ ເຊິ່ງຈະນຳມາເຊິ່ງໂອກາດດ້ານການຄ້າ ແລະ ການລົງທຶນສຳລັບຫວຽດ, ຫວຽດນາມຈະມີຄວາມຕ້ອງການນຳເຂົ້າວັດຖຸດິບ ແລະ ສິນຄ້າໃນກຸ່ມ Supply chain ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: https://www.thansettakij.com/content/world/443359?alo=

Comments