News

ອີກ 2 ປີ ເຂື່ອນນໍ້າເທີນ 1 ຈະສົ່ງໄຟຟ້າອອກໄປປະເທດໄທ

ປັດຈຸບັນ ບໍລິເວນປ່າສະຫວງນ ລຸ່ມນ້ຳເທີນ ນໍ້າກະດິງ ແລະ ນໍ້າຫິນບູນ ມີການສ້າງເຂື່ອນໄຟຟ້າແລ້ວ 4 ແຫ່ງ ຄື: ນໍ້າເທີນ 1, ນໍ້າເທີນ 2, ເຂື່ອນເທີນຫິນບູນ ແລະ ເຂື່ອນຫິນບູນສ່ວນຕໍ່ຂະຫຍາຍ. ເຂື່ອນໄຟຟ້ານໍ້າຕົກ ນໍ້າເທີນ 1 ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນໂຄງການຂະໜາດໃຫ່ຍ ເຊິ່ງໄດ້ເລີ່ມກໍ່ສ້າງຕັ້ງແຕ່ປີ 2009 ແຕ່ເນື່ອງຈາກບັນຫາເລື່ອງເງິນທຶນ ຈື່ງໄດ້ໂຈະໂຄງການໄວ້ຊົ່ວຄາວ ຈົນຮອດປີ 2012 ຈື່ງໄດ້ກັບມາກໍ່ສ້າງໂຄງການດັ່ງກ່າວ ຕາມແຜນເຂື່ອນຜະລິດໄຟຟ້ານໍ້າເທີນ-ນໍ້າກະດິງ. ເຂື່ອນນໍ້າເທີນ 1 ຕັ້ງຢູ່ແມ່ນໍ້າກະດິງ ກຳລັງການຜະລິດ 640 ເມກະວັດ ດຳເນີນການໂດຍບໍລິສັດ ໄຟຟ້ານໍ້າເທິນ 1 ຈຳກັດ ເປັນການຮ່ວມທຶນລະຫວ່າງ ເອັກໂກ້ ກຣຸ໊ບ (ໄທ), ບໍລິສັດ ພອນສັກ ກຣຸ໊ບ ແລະ ບໍລິສັດ ອີດີແອວ. ປີ 2017 ໄຟຟ້ານໍ້າເທິນ 1 ເຊັນສັນຍາຂາຍໄຟຟ້າໃຫ້ ການໄຟຟ້າແຫ່ງປະເທດໄທ 514.3 ເມກາວັດ ແລະ ຂາຍໃຫ້ໄຟຟ້າລາວ ...

Read More »

ຜູ້ນຳເກົາຫຼີເໜືອ ປະກາດພາວະສຸກເສີນ ແລະ ປິດລ້ອມເຂດຊາຍແດນ ຍ້ອນ Covid-19​

ສື່ຂອງລັດຖະບານກ່າວລາຍງາຍວ່າ ຜູ້ນຳເກົາຫຼີເໜືອ ໄດ້ປະກາດພາວະສຸກເສີນ ແລະ ໄດ້ປິດລ້ອມຢູ່ໃນເຂດຊາຍແດນ ຫລັງຈາກທີ່ສົງໄສວ່າມີບຸກຄົນ ຕິດເຊື້ອ Covid-19 ກັບຄືນມາຈາກເກົາຫຼີໃຕ້ ໂດຍການຂ້າມຊາຍແດນທີ່ຜິດກົດໝາຍ ໃນ ວັນທີ 19 ກໍລະກົດ ຜ່ານມາ. ເຫດການສຸກເສີນໄດ້ເກີດຂຶ້ນໃນເມືອງ Kaesong ສະຖານທີ່ທີ່ກຸ່ມຄົນອົບພະຍົບ ໜີອອກໄປທາງທິດໃຕ້ໃນ 3 ປີກ່ອນ, ຖ້າຫາກກໍລະນີນີ້ ໄດ້ຮັບການຢັ້ງຢືນ, ມັນຈະເປັນກໍລະນີທຳອິດທີ່ເຈົ້າໜ້າທີ່ເກົາຫຼີເໜືອ ຍອມຮັບຢ່າງເປັນທາງການ,​ ເຖິງແມ່ນວ່າສາກົນໄດ້ຕັ້ງຂໍ້ສົງໄສວ່າໄດ້ມີການຕິດເຊື້ອມາກ່ອນແລ້ວກໍ່ຕາມ. ອົງການດັ່ງກ່າວບໍ່ໄດ້ແຈ້ງໃຫ້ຮູ້ວ່າບຸກຄົນນັ້ນ ໄດ້ຖືກກວດສອບແລ້ວ ຫຼືບໍ່, ແຕ່ກ່າວວ່າ “ຜົນກວດແມ່ນໄດ້ມາຈາກການກວດສອບທາງການແພດຫຼາຍໆຄັ້ງກ່ຽວກັບຄວາມລັບຂອງອະໄວຍະວະທາງເດີນຫາຍໃຈ ແລະ ເລືອດຂອງບຸກຄົນນັ້ນ”. ນັກວິເຄາະຄົນໜຶ່ງກ່າວວ່າ ການປະກາດດັ່ງກ່າວແມ່ນມີຄວາມສຳຄັນຫຼາຍ, ເພາະວ່າເກົາຫຼີເໜືອຈະເປັນຄັ້ງທຳອິດ ທີ່ໄດ້ລາຍງານກ່ຽວກັບກໍລະນີທີ່ພົບຜູ້ຕິດເຊື້ອ COVID-19.​ ເກົາຫຼີເໜືອກຳລັງຕົກຢູ່ພາຍໃຕ້ຄວາມກົດດັນດ້ານເສດຖະກິດ ຍ້ອນຂໍ້ຄັດແຍ່ງແລະມາດຕະການຂອງສາກົນຕໍ່ໂຄງການນິວເຄລຍຂອງຕົນ. ເກົາຫຼີເໜືອກຳລັງຕົກຢູ່ໃນສະຖານະການທີ່ຮ້າຍແຮງ ແລະ ພວກເຂົາເຈົ້າອາດຈະບໍ່ສາມາດສ້າງໂຮງໝໍ ພຽງພໍໄດ້. ເກົາຫຼີເໜືອກ່າວວ່າ ບຸກຄົນດັ່ງກ່າວໄດ້ນໍາເຊື້ອເຂົ້າມາຈາກເກົາຫຼີໃຕ້ ເຊິ່ງເກົາຫຼີເໜືອສາມາດນຳໃຊ້ວິທີການນີ້ ເພື່ອເປັນການຍອມຮັບການຊ່ວຍເຫຼືອຈາກເກົາຫຼີໃຕ້ຢ່າງເປີດເຜີຍ. ໃນນັ້ນບໍ່ໄດ້ມີລາຍລະອຽດກ່ຽວກັບວິທີການທີ່ຫຼອນໂຈມຕີ ເພາະຊາຍແດນເກົາຫຼີເໜືອເປັນຊາຍແດນທີ່ມີການປ້ອງກັນດີທີ່ສຸດໃນໂລກ. ເຫດການດັ່ງກ່າວ ກຳລັງຖືກສືບສວນ ແລະ ໜ່ວຍງານທະຫານທີ່ຮັບຜິດຊອບຈະພົບກັບ ການລົງໂທດຢ່າງໜັກ. ຫົວໜ້າພະນັກງານຮ່ວມຂອງເກົາຫຼີໃຕ້ (JCS) ກ່າວວ່າມີ “ໂອກາດສູງ” ທີ່ມີບຸກຄົນໄດ້ຂ້າມຊາຍແດນເຂົ້າມາ ...

Read More »

ເພີ່ມຄວາມຮູ້ການພັດທະນາຍີ່ຫໍ້ສິນຄ້າ ແລະ ສ້າງຂີດຄວາມສາມາດຜູ້ຜະລິດ

ໃນວັນທີ 24 ກໍລະກົດ 2020 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ໄດ້ຈັດສຳມະນາ ກ່ຽວກັບການສ້າງ ແລະ ພັດທະນາຍີ່ຫໍ້ສິນຄ້າຂອງລາວ ແລະ ການສ້າງຂີດຄວາມສາມາດຜູ້ຜະລິດໃນຂະແໜງກະສິກຳ ຕໍ່ກັບວຽກງານການຄ້າທາງເອເລັກໂຕນິກ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ, ທ່ານ ສົມເພັດ ນໍ ລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jerome Dubois Mercent Brand Lao project, ມີບັນດາຫົວໜ້າບໍລິສັດ ແລະ ຜູ້ຕ່າງໜ້າບໍລິສັດເຂົ້າຮ່ວມ. ທ່ານ ທະນົງສິນ ກັນລະຍາ ກ່າວວ່າ: ຂ້າພະເຈົ້າມີຄວາມດີໃຈຫລາຍທີ່ທຸກທ່ານ ໄດ້ເຂົ້າມາຮ່ວມສຳມະນາ ແລະ ແລກປ່ຽນສົນທະນາຮ່ວມກັນ, ສຳລັບການສຳມະນາໃນຄັ້ງນີ້ ພວກເຮົາຈະຮຽນຮູ້ກ່ຽວກັບການສ້າງສິນຄ້າ ແລະ ການພັດທະນາຍີ່ຫໍ້ສິນຄ້າລາວ ແລະ ສ້າງຂີດຄວາມສາມາດ ໃຫ້ກັບກຸ່ມຜູ້ຜະລິດ, ເຊິ່ງວ່າການສ້າງສິນຄ້າ ແລະ ຍີ່ຫໍ້ລາວນີ້ຕ້ອງໄດ້ໃຊ້ເວລາ ສະນັ້ນມື້ນີ້ເຮົາມາຮຽນຮູ້ນຳກັນວ່າການສ້າງສິນຄ້າ ແລະ ...

Read More »

ທຸລະກິດ ເຄື່ອງນຸ່ງ ແລະ ເຄື່ອງປະດັບ ທີ່ໄດ້ຮັບຜົນກະທົບໜັກຈາກ ການລະບາດຂອງ Covid-19…

ຈາກເຫດການ ການລະບາດຂອງພະຍາດ Covid-19 ໄດ້ເຮັດໃຫ້ທຸລະກິດພົບຄວາມຫຍຸ້ງຍາກ ເຊິ່ງຫຼາຍບໍລິສັດໄດ້ຮັບຜົນກະທົບໜັກບໍ່ວ່າຈະເປັນບໍລິສັດໃນປະເທດລາວ ຫຼືໃນຕ່າງປະເທດ, ເຊິ່ງບໍລິສັດຍັກໃຫຍ່ໃນໂລກ ທີ່ຫຼາຍຄົນຮູ້ຈັກໄດ້ເລີ່ມທະຍອຍປິດກິດຈະການ, ລົ້ມລະລາຍ, ປົດພະນັກງານ, ປິດສາຂາ,​ຢຸດການຜະລິດ… “Hermes” ປະກາດຢຸດການຜະລິດຊົ່ວຄາວ “MUJI” ໃນສະຫະລັດ ຍື່ນລົ້ມລະລາຍ ແລະ ປິດກິດຈະການຫຼາຍກ່ວາ 18 ສາຂາ “ZARA” ປິດກິດຈະການຫຼາຍກ່ວາ 250 ສາຂາ ທົ່ວໂລກ “Nike” ກຽມປະກາດປົດພະນັກງານທົ່ວໂລກ ແລະ ຂາດທຶນ 790 ລ້ານ ໂດລາສະຫະລັດ “Victoria’s Secret’ ໃນອັງກິດປະກາດລົ້ມລະລາຍ ແລະ ປິດກິດຈະການຫຼາຍກ່ວາ 250 ສາຂາ “Rolex” ປະກາດຢຸດການຜະລິດຊົ່ວຄາວ “Patex Philippe” ປະກາດປິດໂຮງງານ-ຢຸດການຜະລິດຊົ່ວຄາວ

Read More »

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທີ່ 20

ຄະນະສະເພາະກິດລາຍງານດ່ວນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເປັນເພດຊາຍອາຍຸ 32 ປິ, ສັນຊາດເກົາຫລີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ໄປເຮັດວຽກເຂື່ອນເທື່ອ ເພາະວ່າຍັງກັກໂຕຕາມລະບຽບການ ແລະ ຖືກກັກໂຕຢູ່ໂຮງແຮມທີ່ຖືກກຳນດໄວ້ໃນນະຄອນຫຼວງວຽງຈັນ, ຕາມການລາຍງານ ຜູ້ກ່ຽວກ່ອນທີ່ຈະເດີນທາງມາ ສປປ ລາວ ແມ່ນບໍ່ມີອາການຫຍັງ ແລະ ໄດ້ກວດ COVID_19 ດ້ວຍ RT-PCR ເປັນຜົນລົບ ກ່ອນທີ່ຈະເດີນທາງເຂົ້າມາ ສປປ ລາວ ແລະ ຜູ້ກ່ຽວໄດ້ອາໄສຢູ່ນໍາຄອບຄົວທີ່ບໍ່ໄດ້ຕິດເຊື້ອໂຄວິດມາກ່ອນ. ໃນວັນທີ 18 ກໍລະກົດ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ-ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A  ເລກທີ່ຕັ້ງນັ່ງ: 015E ຜູ້ກ່ຽວເດີນທາງມາກັບໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມດ້ວຍລົດຕູ້ເຊົ່າ (ໂຮງແຮມເຊົ່າມາ), ມີທັງໝົດ 6 ...

Read More »

ໂຕກຽວກຳລັງປະເຊີນໜ້າກັບຄື້ນຮອບສອງຂອງໂຄວິດ-19….

ກຸ່ມຄົນຕິດເຊື້ອ ໂຄວິດ-19 ໃນໂຕກຽວສູງເຖິງ 300 ເປັນຄັ້ງທໍາອິດ. ໂດຍ NHK ໄດ້ກວດສອບຈົນຮູ້ວ່າມີຜູ້ຕິດເຊື້ອໂຄວິດ-19ຫຼາຍກວ່າ 300 ຄົນໄດ້ຮັບການຢືນຢັນໃນໂຕກຽວ ໃນວັນທີ 23 ກໍລະກົດທີ່ຜ່ານມາ. ຕົວເລກດັ່ງກ່າວເປັນສະຖິຕິທີ່ສູງທີ່ສຸດໃນເມືອງຫຼວງຂອງຍີ່ປຸ່ນ ແລະ ເກີດຂຶ້ນກວ່າ 100 ຈຸດຕິດຕໍ່ກັນ 15 ວັນ. Koike Yuriko ຜູ້ວ່າລາດຊະການໂຕກຽວກ່າວເມື່ອວັນພຸດທີ່ຜ່ານມາວ່າ ການແຜ່ກະຈາຍຂອງໄວຣັສຕໍ່ໄປນັ້ນຈະຕ້ອງຢຸດລົງໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ. Koike ຮຽກຮ້ອງໃຫ້ປະຊາຊົນງົດເວັ້ນການອອກໄປທ່ຽວໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ໃນຊ່ວງມື້ພັກ 4 ມື້ ພ້ອມກັນນັ້ນ, ໄດ້ຂໍໃຫ້ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈໍາໂຕເບິ່ງແຍງໂຕເອງເປັນພິເສດ. ແຫຼ່ງຂໍ້ມູນ: https://www3.nhk.or.jp/nhkworld/en/news/20200723_17/

Read More »

ຫວຽດນາມຈະເປີດສາຍການບິນນານາຊາດ…

ຫວຽດນາມ ຈະເປີດເສັ້ນທາງການບິນນານາຊາດ 6 ເສັ້ນທາງ ໄປຫາ ເມືອງ ກວາງໂຈ, ສປ ຈີນ, ໂຊລ ສ. ເກົາຫຼີ, ໂຕກຽວ ຍີ່ປຸ່ນ, ໄຕຫວັນ, ນະຄອນຫຼວງວຽງຈັນ ແລະ ພະນົມເປັນ, ເລີ່ມຕົ້ນເດືອນ ສິງຫາ 2020 ນີ້ ເປັນຕົ້ນໄປ. ຖ້ຽວບິນຈາກນະຄອນຫຼວງວຽວຈັນ ຈະໄດ້ໄປລົງຈອດ ທີ່ສະໜາມບິນນານາຊາດ Van Don International Airport ທາງຕອນເໜືອ ຂອງແຂວງ Quang Ninh. ຜູ້ເດີນທາງເຂົ້າ ສສ ຫວຽດນາມທຸກຄົນ ຕ້ອງໄດ້ກັກໂຕ 14 ມື້ ເພື່ອຄວບຄຸມການລະບາດຂອງເຊື້ອ ໂຄວິດ-19. ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

Read More »

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ…

ໃນວັນທີ 23 ກໍລະກົດ 2020 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຖິງແຂວງອຸດົມໄຊ ເພື່ອລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2020 ນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງອຸດົມໄຊ ໄດ້ມີຄວາມພ້ອມ 100% ເພື່ອຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ ນີ້, ເຊິ່ງເປັນແຂວງທຳອິດໃນຂອບເຂດທົ່ວປະເທດ ທີ່ຈັດກອງປະຊຸມດັ່ງກ່າວຂຶ້ນ ໂດຍໄດ້ມີຄວາມພ້ອມໃນທຸກດ້ານ ໂດຍສະເພາະ ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ. ກອງປະຊຸມໃນຄັ້ງນີ້, ໄດ້ຈັດໃຫ້ມີຄວາມແຕກຕ່າງ ຈາກກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໃນປີທີ່ຜ່ານໆມາໂດຍງົດບໍ່ໃຫ້ມີການມອບຊໍ່ດອກໄມ້, ບໍ່ມີການສະແດງສິລະປະຂັ້ນເວລາ, ...

Read More »

ຮູ້ແລ້ວບໍ? ລາຄານ້ຳມັນໂລກເພີ່ມຂຶ້ນ 2%…

ວັນ​ທີ 21 ​ເດືອນ​ກໍ​ລະ​ກົດ, ລາຄາ​ນ້ຳ​ມັນ​ໂລກ ​ໄດ້​ເພີ່ມ​ຂື້ນ​ປະມານ 1 ​ໂດ​ລາ​ສະຫະລັດ​ຕໍ່​ຖັງ​, ​ເປັນ​ຕົວ​ເລກສູງ​ສຸດ ​ໃນ​ຮອບ 4 ​ເດືອນ​ຜ່ານ​ມາ ​ເນື່ອງ​ຈາກ​ໄດ້​ຮັບ​ຂ່າວ​ ທີ່​ເພີ່ງ​ພໍ​ໃຈກ່ຽວ​ກັບ ວັກ​ແຊງ​ປ້ອງ​ກັນ ​ໂຄ​ວິດ-19 ​ແລະ ກອງ​ທຶນ​ຟື້ນ​ຟູ​ ເສດຖະກິດ​ເອີຣົບ ​ໂດຍ​ມີ​ມູນ​ຄ່າ 750 ຕື້​ເອີ​ໂຣ ສົ່ງ​ຜົນ​ໃຫ້ ລາຄາ​ນ້ຳມັນ​ເບ​ຣນທະ​ເລ​ເໜືອ ​ເພີ່ມ​ຂຶ້ນ 1,04 ​ໂດ​ລາ​ສະຫະລັດ (​ກວມ​ເອົາ 2,4%) ​ເປັນ 44,32 ​ໂດ​ລາ​ສະຫະລັດຕໍ່​ຖັງ, ສ່ວນ​ລາ​ຄາ​ນ້ຳ​​​ມັນ​ດິບ​ປະ​ເພດ​​ເບົາ ສ.ອ​າ​ເມ​ລິ​ກາ ​ເພີ່ມ 1,15 ​ໂດ​ລາສະຫະລັດ (2,8%) ​ເປັນ 41,96 ​ໂດ​ລາສະຫະລັດ​ຕໍ່​ຖັງ.  ລາຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ ​ເນື່ອງ​ຈາກ​ ບັນດາ​ຜູ້ນຳ​ ສະຫະພັນ​ເອີ​ຣົບ (EU) ​ໄດ້​ເອກະ​ພາບ ​ໃນ​ກອງ​ປະຊຸມ​ ສຸດ​ຍອດ ​​​ພາກ​ພື້ນ ກ່ຽວ​ກັບ ກອງ​ທຶນ​ ຟື້ນ​ຟູ​ເສດຖະກິດ ດ້ວຍ​ມູນ​ຄ່າ 750 ຕື້​ເອີ​ໂຣ(860 ຕື້​ໂດ​ລາ​ສະຫະລັດ) ​ເພື່ອ​ຟື້ນ​ຟູ ​ບັນດາ​ເສດຖະກິດ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາ​ກພະຍາດ​ ໂຄ​ວິດ-19.   ...

Read More »

ຫຼວງພະບາງ (ສປປ ລາວ) ໄດ້ຖືກເລືອກໃຫ້ເປັນຕົວເມືອງສໍາລັບນັກທ່ອງທ່ຽວໃນ 5 ຕົວເມືອງຂອງອາຊີ…

15 ອັນດັບ ຕົວເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນອາຊີ ອັນດັບ 1: Hoi An, ປະເທດຫວຽດນາມ ອັນດັບ 2: ຊຽງໃໝ່, ປະເທດໄທ ອັນດັບ 3: ກຽວໂຕ, ປະເທດຍີ່ປຸ່ນ ອັນດັບ 4: Udaipur, ປະເທດອິນເດຍ ອັນດັບ 5: ຫລວງພະບາງ, ປະເທດລາວ ອັນດັບ 6: Ubud, ປະເທດອິນໂດເນເຊຍ ອັນດັບ 7: ບາງກອກ ປະເທດໄທ ອັນດັບ 8: Jaipur, ປະເທດອິນເດຍ ອັນດັບ 9. ໂຕກຽວ ປະເທດຍີ່ປຸ່ນ ອັນດັບ 10. Siem Reap, ປະເທດກຳປູເຈຍ ອັນດັບ 11. ສິງກະໂປ, ປະເທດສິງກະໂປ ອັນດັບ 12. Kolkata, ປະເທດອິນເດຍ ອັນດັບ 13. ເຊອຸນ ປະເທດເກົາຫຼີໃຕ້ 14. ໄທເປ Panoramic ...

Read More »