ກະຊວງສາທາລະນະສຸກຂອງຣັດເຊຍໄດ້ອະນຸມັດການສັກຢາວັກຊີນຄັ້ງທຳ ອິດຂອງ Covid-19 ໃນໂລກ…

ທ່ານ Vladimir Putin ປະກາດໃນວັນທີ 11 ສິງຫາ ຜ່ານມາວ່າ ລັດເຊຍໄດ້ລົງທະບຽນຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ເປັນແຫ່ງທຳອິດຂອງໂລກ. ທ່ານກ່າວວ່າ ຢາດັ່ງກ່າວ ແມ່ນມີປະສິດ
ຕິຜົນໃນການສ້າງພູມຕ້ານທານຕໍ່່ເຊື້ອພະຍາດທີ່ໄດ້ແຜ່ລາມໃນທົ່ວໂລກ. 

ທ່ານ Putin ຢືນຢັນວ່າການສັກຢາວັກຊີນຢູ່ລັດເຊຍຄວນດຳເນີນດ້ວຍຄວາມສະໝັກໃຈ ໂດຍບໍ່ມີຜູ້ໃດບັງຄັບໃຫ້ຮັບການສັກຢາປ້ອງກັນ. ທ່ານຍັງໄດ້ເປີດເຜີຍວ່າລູກສາວຄົນໜຶ່ງ ຂອງທ່ານໄດ້ຮັບການສັກຢາປ້ອງກັນແລ້ວ ໂດຍລູກສາວຂອງທ່ານ ມີອຸນຫະພູມສູງເລັກນ້ອຍ ຫຼັງຈາກເຂົ້າຮ່ວມການທົດລອງ, ແຕ່ວ່າມັນຫຼຸດລົງຢ່າງໄວວາ.

ຈາກການເສຍຊີວິດຫຼາຍກ່ວາ 700,000 ຕໍ່ເຫດການລະບາດຂອງ ແລະ ພະຍາດທີມີຕົວເລກຜູ້ຕິດເຊື້ອຫຼາຍກວ່າ 20 ລ້ານຄົນໃນໂລກ, ທຸກໆປະເທດໃນໂລກກຳລັງຊອກຫາວິທີທີ່ຈະແກ້ໄຂວິກິດການ ໂຄວິດ-19, ທ່ານ Putin ໄດ້ຂໍໃຫ້ລັດຖະມົນຕີກະຊວງສາທາລະນະສຸກທ່ານ Mikhail Murashko ໃຫ້ຂໍ້ມູນລາຍລະອຽດເພີ່ມຕື່ມກ່ຽວກັບແຜນການປ້ອງກັນພະຍາດ. ທ່ານກ່າວອີກວ່າຫວັງວ່າວັກຊີນລັດເຊຍ ຈະເຂົ້າສູ່ວົງຈອນທົ່ວໄປ ພາຍໃນຕົ້ນປີ 2021, ແຕ່ໃນເວລານີ້ພະນັກງານແພດ ແລະ ຄູອາຈານຈະໄດ້ຮັບບຸລິມະສິດແລ້ວ.

ລັດຖະມົນຕີສາທາລະນະສຸກກ່າວວ່າການທົດລອງປິ່ນປົວເບື້ອງຕົ້ນຂອງຢາວັກຊີນທີ່ພັດທະນາໂດຍສູນຄົ້ນຄວ້າ Gamelei ໃນມອສໂກໄດ້ສຳເລັດແລ້ວ. ຄວາມຕັ້ງໃຈຂອງລັດເຊຍໃນການພັດທະນາວັກຊີນ ແມ່ນໄດ້ຮັບການກະຕຸ້ນຈາກຜົນກະທົບທີ່ຮ້າຍແຮງ ຈາການລະບາດຂອງ ໂຄວິດ-19 ໃນປະເທດ ເຊິ່ງມີຈຳນວນຜູ້ັຕິດເຊື້ອອັນດັບທີ 4 ຂອງໂລກ ຖັດຈາກສະຫະລັດອາເມລິກາ, ບຣາຊິນ ແລະ ອິນເດຍ.

ແຫຼ່ງຂໍ້ມູນ: https://www.rt.com/russia/497671-putin-covid-19-vaccine-first/

Comments