ໂຄງການສະບຽງ ອາຫານໂລກ (WFP) ຈະສະໜັບສະໜູນ ແປ້ງບາເລ ໃຫ້ປະເທດເລບານອນ ຈຳນວນ 50.000 ໂຕນ…

ຫ້ອງການປະສານງານ ຝ່າຍບັນຫາມະນຸດສະທຳ ຂອງສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ: ໂຄງການສະບຽງ ອາຫານໂລກ (WFP) ຈະສະໜັບສະໜູນ ແປ້ງບາເລ ໃຫ້ປະເທດເລບານອນ ຈຳນວນ 50.000 ໂຕນ ເພື່ອຊ່ວຍໃຫ້ປະເທດນີ້ ໃຫ້ມີຄວາມໝັ້ນຄົງ ດ້ານສະບຽງອາຫານ.

ພາຍຫລັງ ເກີດເຫດລະເບີດຄັ້ງໃຫຍ່ ຢູ່ສາງບັ້ງໄຟດອກ ໃນນະຄອນຫລວງ ເບຣຸດ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 158 ຄົນ ໃນອາທິດຜ່ານມາ. ກ່ອນເກີດເຫດລະເບີດດັ່ງກ່າວ ລັດຖະບານ ເລບານອນ ບໍ່ມີສາງແປ້ງເຂົ້າບາເລ ຍຸດທະສາດໃດ, ໃນຂະນະທີ່ ສາງສະບຽງອາຫານ ຂອງພາກເອກະຊົນ ໄດ້ຖືກເຜົາທຳລາຍໃນເຫດການລະເບີດ.

 ສະນັ້ນ, ຈຳນວນແປ້ງເຂົ້າບາເລທີ່ WFP ສະໜັບສະໜູນ ຈະຊ່ວຍໃຫ້ເລບານອນ ມີຄວາມໝັ້ນຄົງ ໃນການສະໜອງສະບຽງອາຫານ ແລະ ການຮັບປະກັນບໍ່ໃຫ້ຂາດແຄນອາຫານ. ຄາດວ່າ ການຊ່ວຍເຫລືອແປ້ງເຂົ້າບາເລ ເປັນຄັ້ງທຳອິດ ຂອງ WFP ລວມມີ  17.500 ໂຕນ ຈະຂົນສົ່ງໄປເລບານອນ ໃນເວລາ10 ວັນ. ປັດຈຸບັນ, ບັນດາສາງສຳຮອງແປ້ງເຂົ້າບາເລ ຂອງເລບານອນຄາດວ່າ ຈະຕອບສະໜອງຕາມຄວາມຕ້ອງການ ໃນໄລຍະ 6 ອາທິດ ແລະ ອື່ນໆ.

ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Comments