ແມ່ຍິງຜິວດຳເຊື້ອຊາດອາຟຣິກາ ອິນເດຍ​ ຄົນທຳອິດທີ່ຈະລົງຊິງເປັນຮອງປະທານາທິບໍດີສາຫະລັດອາເມລິກາ…

ແມ່ຍິງຄົນນັ້ນກໍຄື ທ່ານ Kamala Harris ເປັນຄົນເຊື້ອຊາດອາຟຣິກາ ອິນເດຍ ພ້ອມທັງເປັນແມ່ຍິງອາເມລິກາຜິວດຳ ແລະ ອາຊີໃຕ້ ຄົນທຳອິດທີ່ໄດ້ລົງຊິງຕຳແໜ່ງ ຮອງປະທານາທິບໍດີຂອງພັກການເມືອງທີ່ສຳຄັນ.

ທ່ານ Joe Biden ໄດ້ຂຽນໃນອີເມວວັນອັງຄານວ່າ “ຂ້ອຍໄດ້ຕັດສິນໃຈວ່າ Kamala Harris ເປັນຄົນທີ່ດີທີ່ສຸດທີ່ຈະຊ່ວຍຂ້ອຍໃນການຕໍ່ສູ້ນີ້ ກັບ Trump ແລະ Mike Pence,ຫຼັງຈາກນັ້ນຈະນໍາພາປະເທດຊາດ ໂດຍເລີ່ມຕົ້ນໃນເດືອນມັງກອນປີ 2021”.ທັງສອງຄົນແມ່ນໄດ້ໄປປະຊຸມກັນເປັນຄັ້ງທຳອິດ ສຳລັບການກ່າວຄຳປາໄສ ທີ່ Wilmington, Delaware.

ໃນການເລືອກເອົາ Harris, Biden ເຂົ້າເລືອກຕັ້ງຄັ້ງນີ້ ແມ່ນ Joe Biden ຄາດວ່າຈະຮັບມືກັບ Donald Trump ໄດ້ ແລະ ສະແດງໃຫ້ປະຊາຊົນອາເມລິກາເຫັນວ່າ ນາງຈະຕໍ່ສູ້ເພື່ອພວກເຂົາ. ທ່ານ ນາງ Kamala Harris ໄດ້ມີຊື່ສຽງໃນລະດັບຊາດພາຍໃນພັກປະຊາທິປະໄຕ.

ການຄັດເລືອກຂອງ Harris ມີມາຫຼາຍເດືອນຫລັງຈາກ Biden ໄດ້ສັນຍາວ່າຈະເລືອກເອົາຜູ້ຍິງຄົນໜຶ່ງ ເຂົ້າຮ່ວມກັບລາວໃນການລົງຫາສຽງປະຊາທິປະໄຕ. ທ່ານນາງ Harris ອາຍຸ 55 ປີ, ປັດຈຸບັນເປັນແມ່ຍິງຜູ້ທີ 3 ທີ່ໄດ້ຮັບຕຳແໜ່ງ ເປັນຮອງປະທານາທິບໍດີຂອງພັກການເມືອງໃຫຍ່, ຕິດຕາມທ່ານ Geraldine Ferraro ໃນຖານະເປັນຮອງປະທານາທິບໍດີໃນປີ 1984 ແລະ ທ່ານນາງ Sarah Palin ເປັນຮອງປະທານາທິບໍດີຈາກພັກ Republican ໃນປີ 2008.

ເປັນທີ່ຮູ້ກັນດີວ່າ ອາຍຸຂອງລາວອາດຈະເປັນຂໍ້ດີ ແລະ ເຮັດໃຫ້ຜູ້ມີສິດເລືອກຕັ້ງບາງຄົນເກີດມີຄວາມກັງວົນ ໂດຍ ທ່ານ Biden ອາຍຸ 77 ປີ, ໄດ້ກ່າວວ່າ ທ່ານນາງ Harris ເປັນ “ຂົວຕໍ່” ໃໝ່ ຂອງຜູ້ນຳປະຊາທິປະໄຕ ການເລືອກເອົາຄົນທີ່ມີ ອາຍຸຕໍ່າກວ່າລາວ 20 ປີ ເປັນການຍົກສູງບົດບາດນຳໜ້າຕົວເລກຈາກລຸ້ນໜຸ່ມພາຍໃນພັກ.

ແຫຼ່ງຂໍ້ມູນ: https://www.cnn.com/2020/08/11/politics/biden-vp-pick/index.html

Comments