ເສດຖະກິດ​ປະເທດອັງກິດອາການໜັກໃນເອີຣົບ…

ເສດຖະກິດຂອງອັງກິດປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າບັນດາປະເທດເອີຣົບທີ່ສຳຄັນໃນໄລຍະການ Lockdown ເພື່ອຄວບຄຸມການແຜ່ລະບາດຂອງ ໂຄວິດ-19, ເຊິ່ງກໍ່ໃຫ້ເກີດຄວາມກົດດັນຕໍ່ລັດຖະບານ, ການຖອນເງິນຂອງໂຄງການສະໜັບສະໜູນ ບໍ່ໄດ້ເຮັດໃຫ້ເສດຖະກິດຟື້ນຕົວຄືນໃໝ່.

ລວມຍອດຜະລິດຕະພັນພາຍໃນຂອງປະເທດໄດ້ຫຼຸດລົງເຖິງ 20,4% ໃນໄຕມາດທີ 2, ເຊິ່ງເປັນການທຳລາຍສະຖິຕິນັບຕັ້ງແຕ່ປີ 1955. ນັບຕັ້ງແຕ່ພະຍາດ ໂຄວິດ-19 ເລີ່ມແຜ່ລະບາດ ເຮັດໃຫ້ເສດຖະກິດຕົກຕໍ່າລົງ ຫຼາຍບໍລິສັດໄດ້ປິດກິດຈະການ ເຮັດໃຫ້ປະຊາກອນຫຼາຍກວ່າພັນຄົນສູນເສຍວຽກເຮັດງານທຳ.

ສິ່ງເຫຼົ່ານີ້, ຍັງເປັນເລື່ອງທີ່ໜ້າໜັກໃຈໃນອີກຫຼາຍເດືອນຕໍ່ໜ້າ. ພ້ອມກັນນັ້ນ, ຍັງເປັນສະແດງໃຫ້ເຫັນວ່າ ຄວາມສ່ຽງທີ່ຈະເຮັດໃຫ້ການສະໜັບສະໜູນ ຂອງລັດຖະບານແກ່ບໍລິສັດ ແລະ ແຮງງານ ຍັງໄວເກີນໄປ ໂດຍເກືອບ 10 ລ້ານວຽກ ໄດ້ຖືກຈັດເຂົ້າໃນບັນດາໂຄງການທີ່ມີເນື້ອທີ່ຕໍ່າ ເຊິ່ງລັດຖະບານໄດ້ຈ່າຍຄ່າແຮງງານໃຫ້.

ການກະຕຸ້ນ ໂດຍການເຮັດໃຫ້ເສດຖະກິດດີຂຶ້ນໃນຫຼາຍດ້ານ ມີແນວໂນ້ມທີ່ຈະເຮັດໃຫ້ຜົນຜະລິດສູງຂື້ນ, ແຕ່ວ່າການຟື້ນຕົວອາດຈະຍາກ. ປະເທດອັງກິດຍັງມີຈຳນວນຜູ້ເສຍຊີວິດສູງທີ່ສຸດໃນເອີຣົບ ຈາກການແຜ່ລະບາດຂອງ ໂຄວິດ-19 ແລະ ອາດຈະເປັນການຕົກຕໍ່າທີ່ສຸດ ຂອງເສດຖະກິດທີ່ສຳຄັນໃນທົ່ວໂລກ.

ແຫຼ່ງຂໍ້ມູນ: https://www.bloombergquint.com

Comments