ວັງວຽງແຈ້ງ…! ສິ່ງປຸກສ້າງກວມເອົາເຂດສະຫງວນທາງ ແມ່ນໃຫ້ຮື້ຖອນອອກພາຍໃນ 15 ວັນ…

ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເຖິງ: ຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ. ເລື່ອງ: ການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ, ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງໂດຍມີເນື້ອໃນແຈ້ງການດັ່ງນີ້:

1. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາຈິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ.

LD ສູນຈຳໜ່າຍເຄື່ອງກິລາ ແລະ ປ້າຍໂຄສະນາ-ສຶ່ການພິມ - Dizajn a móda - 20 fotiek  | Facebook
ພາບປະກອບເທົ່ານັ້ນ

2. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ,ການເກາະເອີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການ ໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ , ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ, ແມ່ນໃຫ້ຮື້ຖອນ,ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້(16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ຖ້າບໍ່ສໍາເລັດແມ່ນຈະຖືກກ່າວເຕືອນພ້ອມທັງປັບໃໝເປັນຈຳນວນເງິນ 10.000.000 (ສິບລ້ານກີບ).

ແກ້ໄຂເທີບເງີບ ແລະ ສິ່ງກີດຂວາງການສັນຈອນຢູ່ເສັ້ນທາງຫຼວງ 200 ກວ່າຈຸດ –
ພາບປະກອບເທົ່ານັ້ນ

3. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການ ໃນການເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຈາກການກໍ່ສ້າງ, ການປ່ອຍນ້ຳເປື້ອນລົງນໍ້າຊອງ ໂດຍທີ່ບໍ່ຜ່ານການບໍາບັດ ແລ້ວປ່ອຍອອກສູ່ຮ່ອງລະບາຍນ້ໍາທໍາມະຊາດແມ່ນຢຸດເຊົາ ຫລື ຊອກຫາວິທີແກ້ໄຂໂດຍດ່ວນ.

ຮ້ານສຸກພາພອນ ປ້າຍໂຄສະນາले नयाँ फोटो... - ຮ້ານສຸກພາພອນ ປ້າຍໂຄສະນາ | Facebook
ພາບປະກອບເທົ່ານັ້ນ

4. ສໍາລັບການສັນຈອນ ພາຍໃນຕົວເມືອງແມ່ນໃຫ້ປະຕິບັດຕາມປ້າຍຊີ້ບອກ ທາງຂື້ນ, ທາງລົງ ທີ່ທາງພາກສ່ວນກ່ຽວຂ້ອງໄດ້ກໍານົດໄວ້ ເຊີ່ງມີປ້າຍຕິດຕັ້ງຢູ່ຕາມຈຸດຕ່າງໆແລ້ວ ແລະ ໃຫ້ປະຕິບັດລະບຽບຈາລະຈອນຢ່າງເຂັ້ມງວດ ຖ້າຜູ້ໃດຝ່າຝືນ ຈະຖືກກ່າວເຕືອນ ພ້ອມທັງປັບໃໝຕາມລະບຽບຈາລະຈອນ.

ຍທຂ ຂີດເສັ້ນໄວ້ສິ່ງຕໍ່ເຕີມ,  ປ້າຍໂຄສະນາບໍ່ຖືກລະບຽບຈະຮື້ຖອນໝົດພາຍໃນເດືອນພືດສະພາ - Laos Update
ພາບປະກອບເທົ່ານັ້ນ

5. ໃຫ້ອົງການປົກຄອງບ້ານເກັບກໍາສະຖິຕິຫົວໜ່ວຍທຸລະກິດພັກແຮມ, ຮ້ານອາຫານ, ກິນດື່ມ, ບັນເທິງ, ອົບນວດ, ການບໍລິການຂາຍປີ້ລົດ, ປີ້ທົ່ວແບບຊະຊາຍ, ບໍລິສັດທ່ອງທ່ຽວ, ໜ່ວຍບໍລິການທ່ອງທ່ຽວ ແລະ ກິດຈະກໍາທາງດ້ານການທ່ອງທ່ຽວປະເພດຕ່າງໆ ແລະ ຮ້ານເກມອອນລາຍ ຫລື ອິນເຕີເນັດຄາເຝ່ ແລະ ອື່ນໆ ທີ່ບໍ່ທັນໄດ້ມີອະນຸຍາດ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ເພື່ອກະກຽມລາຍງານຕໍ່ຄະນະສະເພາະກິດດັ່ງກ່າວ ພ້ອມທັງຊອກຫາວິທີປັບປຸງ ແລະ ແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂໍ້ມູນ: lao yout radio

Comments