ລັດຖະມົນຕີຕ່າງປະເທດລາວ -ມາເລເຊຍ ຮ່ວມສົນທະນາທາງໂທລະສັບ….

ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun Hussein), ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ລາວ ແລະ ມາເລເຊຍ.ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດສົນ ທະນາຜ່ານທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ ໃນຄັ້ງນີ້.

ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກ ໃຫ້ພົນລະເມືອງຂອງສອງປະເທດສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫລືອດ້ານການແພດໃນການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືດ້ານເສດຖະກິດ ເປັນຕົ້ນແມ່ນ ການຮ່ວມມືເພື່ອສົ່ງສິນຄ້າດ້ານອຸດສາຫະກຳ ໄປຂາຍຢູ່ບັນດາປະ ເທດຕາເວັນອອກກາງ ເພື່ອແນ່ໃສ່ການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ນອກຈາກນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫລອດມາ ແລະ ໃນປີ 2021 ນີ້ຈະເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ມາເລເຊຍ (01/07/ 1966-01/07/2021), ສອງຝ່າຍຈະໄດ້ຈັດກິດຈະກຳຮ່ວມກັນ ແລະ ຈະມີການແລກປ່ຽນການຢ້ຽມຢາມຂອງການນຳຂອງສອງປະເທດ ເພື່ອເປັນການສະເຫລີມສະຫລອງປີສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍຄວາມສຳຄັນ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມກອງປະຊຸມ JC ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະມາເລເຊຍ, ພ້ອມທັງໄດ້ຕີລາຄາສູງຕໍ່ບົດບາດຄວາມສຳຄັນ ຂອງກົນໄກການຮ່ວມມືດັ່ງກ່າວ ຜ່ານຂະແໜງການຕ່າງໆ ໂດຍສະເພາະ ດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ການແລກປ່ຽນດ້ານວັດທະນະທໍາ ແລະ ອື່ນໆ. ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ເຊື້ອເຊີນທ່ານລັດຖະມົນຕີ ກະຊວງການຕ່າງປະເທດມາເລເຊຍ ຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມມື ລາວ ແລະ ມາເລເຊຍ ຄັ້ງທີ 4 ໃນເວລາທີ່ເໝາະສົມ.

ແຫຼ່ງຂໍ້ມູນ: ຂປລ

Comments