ຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານຄັງເງິນແຫ່ງຊາດ…

ຄັງເງິນແຫ່ງຊາດ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ – ລັດຖະກອນວິຊາການຄັງເງິນແຫ່ງຊາດ ໄລຍະສັ້ນ ປະຈຳປີ 2020 ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຄັງເງິນແຫ່ງຊາດຢູ່ຂັ້ນແຂວງ ແລະ ເມືອງໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຄັງເງິນໃນຂອບເຂດທົ່ວປະເທດ.


ສໍາລັບຫົວຂໍ້ໃນການຝຶກອົບຮົມໃນຄັ້ງນີ້ ປະກອບມີ: ວຽກງານກວດກາເອກະສານລາຍຈ່າຍງົບປະມານຜ່ານລະບົບຄັງເງິນແຫ່ງຊາດ; ວຽກງານບໍລິການຄັງເງິນທີ່ຕິດພັນກັບບັນດາພະແນກການ ແລະ ບັນດາສາຂາທະນາຄານ; ວຽກງານການບັນຊີ ເປັນຕົ້ນ: ການບັນທຶກບັນຊີ, ການສ້າງ ແລະ ສັງລວມໃບດຸນດ່ຽງ, ວຽກງານສະສາງບັນຊີທ້າຍ ປີ, ວຽກງານຂໍ້ມູນ – ຂ່າວສານ ແລະ ການຫັນວຽກງານຄັງເງິນເປັນທັນສະໄໝ. ພ້ອມດຽວກັນນີ້, ໄດ້ມີການເຜີຍແຜ່ນິຕິກໍາທີ່ຕິດພັນກັບວຽກງານວິຊາສະເພາະຄັງເງິນຢູ່ແຂວງ ແລະ ເມືອງນຳອີກ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 14 ກັນຍາ 2020 ທີ່ວິທະຍາໄລການເງິນພາກເໜືອ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ແລະ ດໍາເນີນເປັນເວລາທັງໝົດ 10 ວັນ ໂດຍມີສໍາມະນາກອນ, ພະນັກງານວິຊາການຂອງຄັງເງິນແຫ່ງຊາດມາຈາກແຂວງ ວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ ຈໍານວນ 36 ທ່ານ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments