ກະຊວງການເງິນ ແຈ້ງປະມູນລົດ 15 ຄັນ ເປີດຊອງປະມູນ 1 ຕຸລານີ້ !!! ຫ້ອງການກະຊວງການເງິນ ແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລົດຊາຍ

ປັດຈຸບັນກະຊວງການເງິນ ມີຈຸດປະສົງຈະສະສາງພາຫະນະເກົ່າ ງວດ 5 ແລະ ງວດ 6 ຈຳນວນ 15 ຄັນ ທີ່ເຈົ້າໜ້າທີ່ໄດ້ຢືດ (ສານຍັງບໍ່ທັນຕັດສິນ) ດ້ວຍຮູບການປະມູນຂາຍແບບເປີດກວ້າງ ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ພະແນກ ຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ, ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ.

ເບິ່ງລົດຕົວຈິງໄດ້ທີ່ເດີ່ນຈອດລົດ ກະຊວງການເງິນ ຕາມວັນ ແລະ ເວລາທີ່ກຳນົດຄື+ ວັນຈັນ-ວັນສຸກ ພາກເຊົ້າ: 8:30 ໂມງ – 11:30 ໂມງ.+ ວັນຈັນ- ວັນສຸກ ພາກບ່າຍ: 13:30 ໂມງ- 16:00 ໂມງ.

ການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 14/09/2020 ຫາ 30/09/2020 ຕາມວັນ ແລະ ເວລາລັດຖະການ.ພ້ອມດຽວກັນ ຈະໄດ້ຈັດພິທີເປີດຊອງປະມູນໂດຍຊ່ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນ ໃນວັນທີ1/10/2020 ເວລາ 9:00 ໂມງ, ທີ່ຫ້ອງປະຊຸມ ຊັ້ນ 4 ກະຊວງການເງິນ.
ແຫຼ່ງຂໍ້ມູນ: lao yout radio