ເສດຖະກິດລາວ ຈະຕິດລົບເປັນເທື່ອທຳອິດ ໃນຮອບ 30 ປີ…..

ອີງຕາມບົດລາຍງານໃໝ່ ຂອງທະນາຄານພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 3 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕຈາກການສູນເສຍທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.

ລາວ ສຳຫຼວດພົບ ແຮ່ທາດ ຫຼາຍກວ່າ 570 ແຫລ່ງ ໃນເນື້ອທີ່ເກີນກວ່າ 68 ເປີເຊັນ

ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານ ໃນການຈັດເກັບລາຍຮັບ ຊຶ່ງສະຖານະການນີ້ ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ. ແຕ່ບາດກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບງົບປະມານໃຫ້ໄດ້ຫລາຍຂຶ້ນ ເພື່ອຮອງຮັບກັບສະຖານນະການທີ່ເກີດຂຶ້ນຢ່າງກະທັນຫັນ.” ສຳລັບຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເນື່ອງຈາກປະລິມານນໍ້າຝົນໜ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິການເຂົ້າມາທັງໝົດ ແລະ ມີການຫົດຕົວຂອງຂະແໜງການຄ້າ ທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ໃຫ້ບໍລິການຕ່າງໆ.

ເອດີ ບີ ຄາດວ່າເສດຖະກິດຂອງລາວຈະເຕີບໂຕຢູ່ລະດັບປານກາງ ໃນປີ 2018 ແລະ 2019

ກະແສຂອງການລົງທຶນໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນທັງໝົດໃນປະເທດຫລຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ, ອັດຕາແລກປ່ຽນເງິນກີບຫລຸດລົງ 1,6% ເມື່ອທຽບໃສ່ກັບຄ່າເງິນໂດລາສະຫະລັດ ໃນອັດຕາທະນາຄານ ແລະ ເທົ່າກັບ 5,7% ເມື່ອທຽບກັບອັດຕາຂອງຕະຫລາດທົ່ວໄປ. ຊ່ອງວ່າງ ລະຫວ່າງສອງຕະຫລາດ ສະທ້ອນໃຫ້ເຫັນເຖິງ ການຂາດແຄນເງິນຕາຕ່າງປະເທດ. ສ່ວນອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ໃນລະດັບ 4,5%, ຍ້ອນວ່າລາຄາອາຫານ ຄາດວ່າຈະຫລຸດລົງຍ້ອນຜົນເກັບກ່ຽວໄດ້ດີຂຶ້ນ.

ທະນາຄານໂລກ ຄາດການ! ເສດຖະກິດລາວ ຈະຂະຫຍາຍຕົວພຽງ 1% – ສື່ລາວ.ຄອມ

ການຂາດດຸນບັນຊີເດີນສະພັດ ຄາດວ່າຈະຫລຸດລົງໃນປີນີ້ ຊຶ່ງຫລຸດລົງຫລາຍກ່ວາທີ່ໄດ້ຄາດຄະເນໄວ້ກ່ອນໜ້ານີ້ ຍ້ອນວ່າລາຄານໍ້າມັນຕໍ່າລົງ ແລະ ປະລິມານຄວາມຕ້ອງການຂອງການນຳເຂົ້າຫລຸດລົງ ປະກອບກັບການສົ່ງອອກກະແສໄຟຟ້າມີສູງຂຶ້ນ, ແຕ່ການຂາດດຸນບັນຊີເດີນສະພັດຈະເພີ່ມຂຶ້ນອີກໃນປີ 2021. ຄວາມສ່ຽງຕໍ່ການຄາດຄະເນ ສ່ວນໃຫຍ່ແມ່ນດ້ານອ່ອນຂອງສະພາບພາຍນອກ ເນື່ອງຈາກປະລິມານຄັງສໍາຮອງທີ່ເປັນເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ, ຜົນເສຍຫາຍທີ່ຕິດພັນກັບພະຍາດລະບາດຢ່າງຕໍ່ເນື່ອງ ແລະ ການປະເຊີນກັບອັນຕະລາຍຈາກໄພທຳມະຊາດ. ADB ມຸ່ງໝັ້ນເພື່ອບັນລຸເປົ້າໝາຍເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຮຸ່ງເຮືອງສີວິໄລ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ສາມາດຍືນຍົງ ໄປພ້ອມກັບ ການຮັກສາຄວາມພະຍາຍາມຂອງຕົນເພື່ອລົບລ້າງຄວາມທຸກຍາກ.

ແຫຼ່ງຂໍ້ມູນ: LAO YOUT RADIO

Comments