ຂ່າວ ພາຍໃນປະເທດ

ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທົບທວນຄືນ ໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມາ

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ຊຶ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫລງການຊັນຢາ, ຖະແຫລງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບຫນ້າຢ່າງເປັນຮູບປະທຳຫລາຍດ້ານ ເຮັດໃຫ້ຂອບການຮ່ວມມືດັ່ງກ່າວ ໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກ້ວາງ ແລະ ລວງເລິກຢ່າງໄວວາ. ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ (Enhancing Partnership for Shared Prosperity) ໂດຍການເປັນປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກ ລັດຖະມົນຕີ ແຫ່ງ ສປ ຈີນ ແລະ ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນພົບປະກັບການນຳຂັ້ນສູງຂອງ ລັດຖະບານ ສປປ ລາວ

ໃນວັນທີ 23 ສິງຫາ, ພະນະທ່ານ ໂມເຕງິ ໂທຊິມິຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ພົບປະກັບການນຳຂັ້ນສູງຂອງ ລັດຖະບານ ສປປ ລາວ. ເຊິ່ງລາຍລະອຽດການພົບປະແມ່ນດັ່ງລຸ່ມນີ້: 1. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ-ລາວ 23 ສິງຫາ  2020,  ເວລາ 14:00 (ຕາມເວລາໃນທ້ອງຖິ່ນ), ທ່ານລັດຖະມົນຕີ ໂມເຕງິ ໄດ້ຈັດ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນເວລາປະມານ 1 ຊົ່ວໂມງ 15 ນາທີ. 1) ລັດຖະມົນຕີ ໂມເຕງິ ໄດ້ເນັ້ນໜັກວ່າປີນີ້ ແມ່ນຊ່ວງເວລາອັນສຳຄັນຢ່າງຍິ່ງ ເນື່ອງຈາກເປັນປີແຫ່ງການສະເຫຼີມສະຫຼອງວາລະຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ, ພ້ອມທັງຍັງເປັນວາລະຄົບຮອບ 5 ປີແຫ່ງ ສາຍພົວພັນ “ຄູ່ຮ່ວມຍຸດທະສາດ” ນຳອີກ. ທ່ານ ລັດຖະມົນຕີຍັງໄດ້ກ່າວໃຫ້ຊາບເຖິງຄວາມຕັ້ງໃຈໃນການພັດທະນາສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃນຫຼາກຫຼາຍຂົງເຂດເພື່ອໃຫ້ມີຄວາມແໜ້ນແຝ້ນຍິ່ງຂຶ້ນຕື່ມ.ອີກດ້ານໜຶ່ງ, ທ່ານລັດຖະມົນຕີ ສະເຫຼີມໄຊ ໄດ້ກ່າວວ່າເປັນທີ່ຍິນດີຫຼາຍ ທີ່ໄດ້ຕ້ອນຮັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ  ໃນຊ່ວງໄລຍະການແຜ່ລະບາດຂອງເຊື້ອພະຍາດ ...

Read More »

ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ໂອກາດ ວັນຢຶດອຳນາດ 23 ສິງຫາ

ຕອນເຊົ້າວັນທີ 24 ສິງຫາ 2020 ນີ້ ຄະນະພັກ, ອົງການປົກຄອງແຂວງຈໍາປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ຮູບປັ້ນຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເນື່ອງໃນໂອກາດ ວັນຢຶດອຳນາດ ຄົບຮອບ 45 ປີ (23 ສິງຫາ 1975-23 ສິງຫາ 2020). ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຮູ້ບຸນຄຸນ ຕໍ່ຜູ້ນຳ, ສະຫາຍສະມາຊິກພັກ, ພະນັກງານນັກຮົບ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ສະຕິປັນຍາ ໃຫ້ແກ່ພາລະກິດປະຕິວັດ ແລະປະເທດຊາດ ອັນນຳຄວາມສົມບູນພູນສຸກ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ເປັນແບບຢ່າງໃນການດຳລົງຊີວິດ ປອດໃສ ແລະ ຂ່າວສະອາດ, ເປັນບົດຮຽນອັນປະເສີດໃຫ້ຄົນລຸ້ນຫລັງ ໄດ້ຮຽນຮູ້ ແລະ ປະຕິບັດຕາມ ແຫຼ່ງຂ່າວ: ...

Read More »

ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ມູນຄ່າ 36 ລ້ານກວ່າໂດລາ…

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020. ໃນວັນທີ 23 ສິງຫາ 2020 ທີ່ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນຄັ້ງນີ້, ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ

ວັນທີ 23 ສິງຫາ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 22-24 ສິງຫາ 2020. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ...

Read More »

ໄຂກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ຮສສ ນະຄອນຫລວງວຽງຈັນ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ນະຄອນຫລວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 21 ສິງຫາ 2020 ເພື່ອສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ວາງທິດທາງໃນຕໍ່ໜ້າ ແລະ ຜ່ານມະຕິຕົກລົງບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່. ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສີຫຸນ ສິດທີລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ພ້ອມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ທັງໄດ້ເປັນເອກະສັນກັນຮັບ ຮອງເອົາທິດທາງແຜນການ 5 ...

Read More »

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນສິງຫາ 2020

ກອງປະຊຸມລັດຖະບານສະໄໝສາມັນປະຈຳ ເດືອນສິງຫາ 2020 ໄດ້ເປີດໃນຕອນເຊົ້າວັນທີ 20 ແລະ ປິດລົງໃນວັນທີ 21 ສິງຫາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້: ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ, ຕ່າງປະເທດ ແລະ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ຈັດຕັ້ງປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ ກ້າວໄປສູ່ການກຸ້ມຕົນເອງ. ກ່ຽວກັບສະພາບການຂອງສາກົນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດຜົນກະທົບທີ່ອາດເກີດມີຕໍ່ໍປະເທດເຮົາ, ພ້ອມກັນນີ້ ໃຫ້ກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສາກົນທາງໄກ ເປັນຕົ້ນ ກອງປະຊຸມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການແຜ່ລະບາດຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງ ກ່າວແຜ່ລາມ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ ແລະ ຊີວິດຂອງພົນລະເມືອງລາວ, ແກ້ໄຂພະຍາດໄຂ້ເລືອດອອກໃຫ້ທັນການ; ຮ່າງນະໂຍບາຍ, ...

Read More »

​ຝົນຕົກໜັກ ເຮັດໃຫ້ 7 ບ້ານຂອງເມືອງພຽງ ຖືກນໍ້າຖ້ວມ

ວັນທີ 20 ສິງຫາ ຝົນຕົກໜັກຕະຫຼອດຄືນຈົນເຖິງຕອນເຊົ້າ ວັນທີ 21 ສິງຫາ ໄດ້ສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ແມ່ນ້ຳຫຼາຍສາຍມີລະດັບນ້ຳສູງຂື້ນໂດຍສະເພາະແມ່ນ ນ້ຳຕອມ, ນ້ຳຕານ ແລະ ນ້ຳລວກ ໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ໄຮ່ນາຮົ້ວສວນເສັ້ນທາງການສັນຈອນ ແລະ ຂົ້ວຂ້າມທາງເຂົ້າບ້ານຂອງປະຊາຊົນ 7 ບ້ານຄື: ບ້ານນາແຄມ, ນາຊີງ, ນາກອກ ບ້ານກາງ, ຫຼວຍຊາກ, ປາກຊອງ, ນາມໍ້,​ ເມືອງພຽງ,​ແຂວງໄຊຍະບູລີ ໂດຍສະເພາະ ແມ່ນເຂດບ່ອນຮາບພຽງ, ຈຸດຮັບນ້ຳຂອບເຂດທີ່ຕໍ່າສົ່ງຜົນເຮັດໃຫ້ສັດລ້ຽງ, ເຄຶ່ອງໃຊ້ສອຍ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍຈຳນວນໜຶ່ງ. ຕໍ່ກັບສະພາບການດັ່ງກ່າວທາງຄະນະພັກອຳນາດການປົກຄອງເມືອງເຊິ່ງນຳໂດຍ ທ່ານ ເສິດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມທັງທີມງານຂອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ຄະນະສະເພາະກິດຕ້ານໄພພິບັດຂັ້ນເມືອງ ເຈົ້າໜ້າທີ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມເຝົ້າລະວັງ ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບດ້ວຍການຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກໄປໄວ້ເຂດທີ່ປອດໄພພ້ອມທັງເກັບກຳຂໍ້ມູນຄວາມເສຍຫາຍ ເພຶ່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ.​ ແຫຼ່ງຂໍ້ມູນ:​ FM 90 ແລະ Cr: ຂ່າວເມືອງພຽງ

Read More »

ຫາລືກຽມຂໍ້ມູນໃຫ້ກອງປະຊຸມກະກຽມເຈລະຈາ ຄັ້ງທີ 4 ການຄ້າໄມ້ແບສະໝັກໃຈ ລະຫວ່າງລັດຖະບານລາວກັບສະຫະພາບເອີຣົບ..

ທີ່ທ່າລາດນະຄອນຫຼວງວຽງຈັນ, ອົງການຈັດຕັ້ງທາງສັງຄົມລາວ (CSOs) ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຫຼື Lao CSO FLEGT ໄດ້ຈັດກອງປະຊຸມດ້ານວິຊາການເພື່ອທົບທວນຜົນໄດ້ຮັບຂອງການມີສ່ວນຮ່ວມຂອງເຄືອຂ່າຍ ຂອງອົງການຈັດຕັ້ງທາງສັງຄົມລາວ ( Lao CSO FLEGT Network ) ໃນຂະບວນການຈັດຕັ້ງປະຕິບັດກົດໝາຍປ່າໄມ້,​ ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ( FLEGT VPA ) ໂດຍການເປັນປະທານຂອງທ່ານ ບຸນເກື້ອ ວົງສາລາດ ຄະນະກຳມະການເຄືອຂ່າຍ ( Lao CSO FLEGT Network ). ກອງປະຊຸມມີຂຶ້ນພື່ອສະໜັບສະໜູນກອງປະຊຸມເຈລະຈາ ຄັ້ງທີ 4 ຂອງແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ລະຫວ່າງລັດຖະບານລາວ ແລະ ສະຫະພາບເອີຣົບ ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາ 2020 ນີ້, ພາຍໃຕ້ການດຳເນີນງານຂອງໂຄງການ V4MF ໂດຍຮ່ວມມືກັບ FREN ແລະ ສະໜັບສະໜູນທຶນ ໂດຍສະຫະພາບເອີຣົບ. ຕາງໜ້າອົງການຈັດຕັ້ງທາງສັງຄົມ ຈຳນວນ 23 ...

Read More »

ຜູ້ຕິດເຊື້ອ ໂຄວິດ ຄົນທີ 20 ກວດບໍ່ພົບເຊື້ອ ແລະ ອອກໂຮງໝໍແລ້ວ!!!

ປະຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ນ້ຳເບີ 20 (ຄົນສັນຊາດ ເກົາຫຼີ) ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນ ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສຳລັບ ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 21 ແລະ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »