ຂ່າວ ພາຍໃນປະເທດ

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021. ພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດທີ່ເຄົາລົບ;ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູອາຈານໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ;ບັນດາລູກຫຼານນັກຮຽນ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 1 ກັນຍາ ແລະ ວັນເປີດໂທລະພາບການສຶກສາ ຢ່າງເປັນທາງການ, ຂ້າພະເຈົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ​ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານກາສຶກສາທຸກຂັ້ນ, ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້. ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນຳກັນແລ້ວວ່າ ແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກຳລັງແຮງ, ເປັນປັດໃຈສຳຄັນຍິ່ງ ທີ່ມີລັກສະນະຕັດສິນກວ່າໝູ່ ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ. ຍ້ອນເຫັນຄວາມສຳຄັນຍິ່ງ ຂອງວຽກງານການສຶກສາ ພວກເຮົາຍາມໃດກໍໃຫ້ທິດທາງ,​ ນະໂຍບາຍທີ່ໜັກແໜ້ນຕະຫຼອດມາວ່າ: ການສຶກສາຕ້ອງໄປກ່ອນກ້າວໜຶ່ງ. ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກທຸກສະໄໝ ໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາ ຂອງຊາດເຮົາຕໍ່ໄປ ແລະ ໄດ້ມີການພັດທະນາ ເປັນຮູບປະທຳຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ...

Read More »

ແຈ້ງການ ມອດໄຟຟ້າ

ຝ່າຍປະຕິບັດການ ໄຟຟ້ານະຄອນຫລວງ ສາຂາໄຟຟ້າເມືອງນາຊາຍທອງ ແຈ້ງການມອດໄຟຟ້າ ໃນວັນອັງຄານ 1 ກັນຍາ 2020 ຢູ່ບ້ານອິໄລເໜືອ ນົກແກ້ວລີສອດ ນັບແຕ່ເວລາ 9:00 ໂມງ ຫາ 14:00 ໂມງ

Read More »

ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9 ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ). ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ...

Read More »

ພັດທະນາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ…

ຕະຫລາດເຊົ້າ ແມ່ນຕະຫລາດທີ່ເປັນໃຈກາງ, ເປັນທີ່ຮູ້ຈັກຂອງປວງຊົນລາວເຮົາໃນທົ່ວປະເທດ, ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ໃຫ້ມີການພັດທະນາໃຫ້ເປັນສະຖານທີ່ອຳນວຍຄວາມສະດວກ ໃນການຄ້າຂາຍ ແລກປ່ຽນສິນຄ້າ. ມາໃນວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນພັດທານາຕະຫລາດເຊົ້າໃຫ້ເປັນສູນການຄ້າທີ່ທັນສະໄໝ, ທັງນີ້ ກໍເພື່ອເປັນການສ້າງຄວາມເຂົ້າໃຈຕໍ່ທິດທາງການພັດທະນາຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ. ທ່ານ ພູຂົງ ບັນນະວົງ ໄດ້ກ່າວກັບຊາວຄ້າຂາຍ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ...

Read More »

ເນັ້ນໃຫ້ແຂວງບໍ່ແກ້ວແກ້ໄຂ ປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຫານ-ຕຳຫຼວດ…

ແຂວງບໍ່ແກ້ວຍັງມີຫາງສຽງອັນບໍ່ດີໃນຖັນແຖວພະນັກງານຖະຫານ-ຕຳຫຼວດ ຈາກສັງຄົມ ໂດຍສະເພາະປະກົດການຫຍໍ້ທໍ້ຕ່າງໆ ທີ່ສົ່ງຜົນກະທົບທາງລົບທີ່ວ່າມີພະນັກງານ ທະຫານ-ຕຳຫຼວດ ຈຳນວນໜຶ່ງ ພົວພັນກັບຢາເສບຕິດ. ເນື່ອງໃນໂອກາດ ທ່ານເລາຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດເປັນປະທານໃນພິທີປະກາດມະຕິຕົກລົງແຕ່ງຕັ້ງ ຮອງປະທານຜູ້ປະຈຳການ ແລະ ກຳມະການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ, ທ່ານໄດ້ກ່າວເນັ້ນໃຫ້ຄະນະກຳມະການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານຂອງຕົນ ເພາະຍັງມີຫາງສຽງຈາກສັງຄົມວ່າ ຢາເສບຕິດຢູ່ແຂວງບໍ່ແກ້ວຍັງມີຫຼາຍ ແລະ ຍັງແກ້ໄຂບໍ່ຕົກ ຍ້ອນເກີດຈາກພະນັກງານ ທະຫານ-ຕຳຫຼວດ ຈຳນວນໜຶ່ງເຂົ້າຮ່ວມຂະບວນການ. ນອກຈາກນັ້ນ, ເມື່ອກວດພົບຢາເສບຕິດແລ້ວເອົາແຕ່ເງິນມາປັນກັນ ແລະ ປ່ອຍເຂົາໜີໄປ ແທນທີ່ຈະຈັບກຸມມາດຳເນີນຄະດີ. ສະຫາຍ ພົນໂທ ສິໄລ ໄດ້ກ່າວຕື່ມວ່າ: ຖ້າພົບເຫັນກໍລະນີພະນັກງານທະຫານ-ຕຳຫຼວດທີ່ພົວພັນກັບຢາເສບຕິດ ຈະລະດັບໃດກໍຕາມ ຫຼືຜູ້ທີ່ມີຜົນງານສໍ່າໃດກໍຕາມ ​ບໍ່ໃຫ້ເກີນ24 ຊົ່ວໂມງ ຕ້ອງເອົາມາປະຕິບັດວິໄນ ໂດຍອີງໃສ່ກົດໝາຍຂອງກະຊວງປ້ອງກັນຄວາມສະຫງົບ ດຳເນີນຄະດີໂລດ ຫຼືໄລ່ອອກໂລດ ທັງນີ້ ກໍເພື່ອລົບລ້າງຫາງສຽງອັນບໍ່ດີ ຈາກສັງຄົມຕໍ່ຖັນແຖງພະນັກງານ ທະຫານ-ຕຳຫຼວດ ຢູ່ແຂວງບໍ່ແກ້ວ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ລໍຖ້າລັດຖະບານ ອະນຸມັດແຂ່ງ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ກຽມພ້ອມແລ້ວ 100%

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ກຽມພ້ອມແລ້ວ 100% ໂດຍສະເພາະ ສະໜາມກິລາທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະຖານທີ່ພັກເຊົາຂອງຄະນະນຳ, ຄູເຝິກ ແລະ ນັກກິລາ ກໍໄດ້ມີການປັບປຸງແກ້ໄຂຄືນໃໝ່ ສຳເລັດໄປແລ້ວ 100%, ປັດຈຸບັນ ຍັງລໍຖ້າທາງລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ອະນຸມັດເປີດການແຂ່ງຂັນຢ່າງເປັນທາງການ ໃນມື້ໃດເທົ່ານັ້ນ. ໃນໂອກາດດັ່ງກ່າວ,​ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຍງຂວາງ ທ່ານ ບົວລີ ພັນນນາວົງ ໄດ້ລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນປີ 2019-2020 ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນວ່າ:​ ສຳລັບພິທີ ເປີດ-ປິດ ແລະ ປະດັບປະດາສະໜາມກິລາປະເພດຕ່າງໆ,​ ຕິດຕັ້ງລະບົບອິນເຕີເນັດ, ຈັດພິມໃບຍ້ອງຍໍ ແລະ ວິທີການມອບຫຼຽນແຕ່ລະປະເພດ ແມ່ນສຳເລັດໄປແລ້ວຈຳນວນ 2,534 ບັດ ພ້ອມທັງ ກຽມຫຼຽນລາງວັນ, ສັດນຳໂຊກຕະກຸນນົກແອ່ນ ແລະ ອື່ນໆ. ພ້ອມກັນນັ້ນ,​ ດ້ານກຳມະການເຕັກນິກ-ຈັດການແຂ່ງຂັນ ແມ່ນໄດ້ສຳເລັດການຈັດຊື້ເຄື່ອງນຸ່ງກິລາແຕ່ລະປະເພດ ...

Read More »

ເຜີຍແຜ່ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ

ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຈັດກອງປະຊຸມເຜີຍແຜ່ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍືນຍົງ (ປພຍ) ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວໃນວັນທີ 28 ສິງຫາ 2020 ທີ່ສູນການຝຶກອົບຮົມ ແລະ ການຮ່ວມມືສາກົນ ນະຄອນຫລວງວຽງຈັນ ເພື່ອເປັນການໂຄສະນາ, ປູກຈິດສຳນຶກ ແລະ ການສ້າງຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວາລະ 2030 ພ້ອມທັງສົ່ງເສີມການມີສ່ວນຮ່ວມ ຂອງພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ເພື່ອຍົກລະດັບຄວາມເຂົ້າໃຈກ່ຽວກັບວຽກງານ ປພຍ ໃຫ້ແກ່ຂະແໜງການກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ຫລາຍຂຶ້ນ. ພ້ອມນີ້, ຍັງເປັນເວທີການປຶກສາຫາລື ແລະ ແລກປ່ຽນ ລະຫວ່າງບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດໜ້າທີ່ຮ່ວມກັບພາກເອກະຊົນ ແລະ ຫົວໜ່ວຍທຸລະກິດຢູ່ ສປປ ລາວ, ເພື່ອສ້າງເຄືອຂ່າຍການປະສານງານ ແລະ ຮ່ວມມືວຽກງານ ປພຍ ແນໃສ່ການແລກປ່ຽນປະສົບການ, ຂໍ້ມູນ-ຂ່າວສານ, ການສຶກສາ-ບົດຄົ້ນຄວ້າຄວາມຄິດສ້າງສັນ ແລະ ນະວັດຕະກຳໃໝ່ໆ ໃນການຈັດຕັ້ງປະຕິບັດ ປພຍ ຢູ່ຂັ້ນທ້ອງຖິ່ນ ແລະ ເປັນການແນະນຳ, ...

Read More »

ມອບ-ຮັບໜ້າທີ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ

ສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ຜູ້ເກົ່າ ແລະ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຜູ້ໃໝ່ ໃນວັນທີ 28 ສິງຫາ 2020 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໂອກາດດັ່ງກ່າວ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະຫລຸບຕີລາຄາ ໂດຍຫຍໍ້ການປະຕິບັດ ໜ້າທີ່ວຽກງານຂອງສະມາຄົມມິດຕະພາບ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ໃຫ້ນັບໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຄຳໃບ ດຳລັດ ຍັງໄດ້ສະແດງຄວາມຍິນດີ ທີ່ໄດ້ຮັບຕຳແໜ່ງປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຜູ້ໃໝ່ ແລະ ...

Read More »

ຄວາມຄືບໜ້າຂອງ ເສັ້ນທາງລົດໄຟລາວ-ຈີນ

ໂຄງການລົດໄຟ ລາວ-ຈີນ ໄດ້ເລີ່ມກໍ່ສ້າງເມື່ອເດືອນ ທັນວາ 2016 ໂດຍປັດຈຸບັນ ອຸໂມງ, ຂົວ ແລະ ຄັນທາງ ສຳເລັດແລ້ວຫຼາຍກວ່າ 90% ແລະ ມີກຳນົດເປີດໃຊ້ໃນເດືອນທັນວາ 2021 ນີ້. ສຳນັກຂ່າວຊີນຫົວໄດ້ປະມວນພາບການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໂຄງການດັ່ງກ່າວຄືບຫນ້າໄດ້ຫລາຍກວ່າ 90% ແລ້ວ ສຳລັບໂຄງສ້າງພື້ນຖານ. ໂຄງການລົດໄຟ ລາວ-ຈີນ ແມ່ນໂຄງການລິເລີ່ມ “ໜື່ງແລວ ໜື່ງເສັ້ນທາງ” ຂອງ ສປ ຈີນ ແລະ ແຜນຍຸດທະສາດຂອງ ສປປ ລາວ ທັງນີ້, ເພື່ອເປັນໃບໜ້າໃໝ່ ຂອງປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນສູນກາງການເຊື່ອມຕໍ່ທາງບົກ ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Read More »

ນະຄອນຫຼວງພະບາງ ຂາດງົບປະມານໃນການບູລະນະອາຄານ, ວັດ, ເຮືອນ ທີ່ຂຶ້ນບັນຊີເປັນມໍລະດົກໂລກ

ຫ້ອງການມໍລະດົກໂລກນະຄອນຫລວງພະບາງ ແຈ້ງໃຫ້ຮູ້ວ່າ: ການຄຸ້ມຄອງມໍລະດົກໂລກຫລວງພະບາງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ອາຄານ, ວັດທີ່ໂດດເດັ່ນ ແລະ ເຮືອນເກົ່າແກ່ຈຳນວນໜຶ່ງ ທີ່ໄດ້ຂຶ້ນບັນຊີເປັນມໍລະດົກໂລກໄດ້ເປ່ເພ ແລະ ຊຸດໂຊມ ຍ້ອນເຈົ້າຂອງເຮືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານໃນການບູລະນະສ້ອມແປງ. ນອກຈາກນີ້,​ ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນໍ້າທີ່ຂຶ້ນບັນຊີມໍລະດົກໂລກ ຈໍານວນໜຶ່ງຂາດການບົວລະບັດຮັກສາເຮັດໃຫ້ໜອງຈໍານວນໜຶ່ງຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍ. ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກ ນະຄອນຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ ເພື່ອບູລະນະ ບັນດາອາຄານ, ວັດ ແລະ ເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກ. ນອກນັ້ນຈະສືບຕໍ່ສຶກສາອົບຮົມ ແລະ ໂຄສະນາ ກ່ຽວກັບວຽກງານມໍລະດົກໂລກໃຫ້ແກ່ປະຊາຊົນ, ພະສົງ ແລະ ພະແນກການອ້ອມຂ້າງແຂວງ, ຈະສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງ ໃຫ້ສອດຄ່ອງຕາມລະບຽບການ, ພ້ອມທັງສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສໍາຫຼວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່, ປັບປຸງເຂດສົດຊື່ນ, ທາງຍ່າງ, ທາງຮ່ອມ ແລະ ສວນສາທາລະນະ ຕາມແຜນພັດທະນາ ຂອງຫ້ອງການມໍລະດົກໂລກ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »