ຂ່າວ ພາຍໃນປະເທດ

ພາຍຸເຮີຣິເຄນ Laura ຮ້າຍແຮງທີ່ສຸດໃນປີນີ້

ສູນພາຍຸເຮີຣິເຄນແຫ່ງຊາດກ່າວວ່າ "ພາຍຸເຮີຣິເຄນ Laura ອັນຕະລາຍຮ້າຍແຮງທີ່ສຸດໄດ້ເກີດຂື້ນໃນຕອນເຊົ້າວັນທີ 27 ສິງຫານີ້ ໃກ້ກັບເມືອງ Cameron, ລັດ Louisiana, ເຊິ່ງເຮັດໃຫ້ເກີດພາຍຸຮຸນແຮງ, ລົມພັດແຮງແລະ ນໍ້າຖ້ວມກະທັນຫັນ". ພາຍຸໜ່ວຍນີ້ ໄດ້ພັດເຂົ້າມາເປັນພາຍຸເຮີຣິເຄນປະເພດ 4 ໃນຂະນະທີ່ມັນພັດເຂົ້າໄປຫາແຄມຝັ່ງລັດ Louisiana ແລະ Texas ແລະ ກຳ ລັງຈະກາຍມາເປັນປະເພດ 5 ໂດຍເປັນປະເພດທີ່ມີພະລັງທີ່ສຸດຂອງສູນພະຍຸເຮີລິເຄນ ເມື່ອມັນພັດເຂົ້າສູ່ພື້ນດິນ. ແຕ່ຄາດວ່າມັນຈະຜ່ອນລົງເມື່ອມັນເຄື່ອນເຂົ້າໄປໃນເຂດນໍ້າ. ກຳລັງລົມມີຄວາມແຮງເຖິງ 150 mph (ໄມຕໍ່ຊົ່ວໂມງ) ເຊິ່ງມັນອາດຈະກາຍເປັນປະເພດ 5 ຢູ່ທີ່ຄວາມແຮງ 157 mph. ແຕ່ວ່າໃນເວລາ 3 ໂມງເຊົ້າຜ່ານມາ ໄດ້ມີລົມແຮງສູງສຸດ 140 mph ທາງທິດຕາເວັນຕົກສຽງໃຕ້ຂອງ Lake Charles, Louisiana ແລະ ທິດຕາເວັນອອກຂອງ Port Arthur, Texas ເຊິ່ງປັດຈຸບັນ ມັນກຳລັງເຄື່ອນໄປທາງທິດເໜືອ. ຄາດວ່າຈະເປັນພະຍຸເຮີລິເຄນທີ່ແຮງທີ່ສຸດທີ່ຈະພັດເຂົ້າສະຫະລັດອາເມລິກາໃນປີນີ້ ສົ່ງຜົນໃຫ້ປະຊາຊົນ ຫຼາຍກວ່າເຄິ່ງລ້ານຄົນໄດ້ຖືກສັ່ງໃຫ້ອົບພະຍົບ. ແຫຼ່ງຂໍ້ມູນ:​ https://www.cbsnews.com

Read More »

ກອງປະຊຸມພົບປະ ອົງການກາແດງລາວ ຮ່ວມກັບບັນດາສື່ມວນຊົນທຸກພາກສ່ວນ

ໃນວັນທີ 26 ສິງຫາ 2020 ທີ່ໂຮງແຮມເສດຖາປຣັດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ກ່ຽວກັບວຽກງານກາແດງ ແລະ ກົດໝາຍວ່າດ້ວຍກາແດງ ໃຫ້ແກ່ບັນດາສື່ມວນຊົນລາວອ້ອມຂ້າງສູນກາງ, ໂດຍການເປັນປະທານຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າອົງ ການສື່ມວນຊົນ ຈາກໜັງສືພິມ, ວິທະຍຸ, ໂທລະພາບ ແລະ ຂະແໜງການຈໍານວນໜຶ່ງເຂົ້າຮ່ວມ. ທ່ານ ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ຂອງພັກ ກໍຄືວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 70 ປີ(13/08/ 1950-13/08/2020) ດ້ວຍບັນຍາກາດຟົດຟື້ນ ແລະ ຖືໂອກາດສໍາຄັນນີ້ ສະແດງຄວາມຂອບໃຈຕໍ່ບັນດາສື່ມວນຊົນທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານວຽກງານກາແດງ ແລະ ການເຄື່ອນໄຫວຂອງອົງການກາແດງ ...

Read More »

ບໍ່ມີການປ່ຽນແປງ ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້…

ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ໄດ້ກຽມພ້ອມເລີ່ມໄຂສົກຮຽນໃໝ່ (2020-2021) ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ແລະ ພ້ອມກັນສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ດ້ານກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ສະຖານການສຶກສາທຸກແຫ່ງ ຈົ່ງກຽມຄວາມພ້ອມຂອງບຸກຄະລາກອນ, ຈັດການສຸຂະສຶກສາໃຫ້ຄວາມຮູ້ແກ່ຜູ້ບໍລິຫານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ເປັນຕົ້ນ ການປະຕິບັດມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ອັດດັງ, ສົ່ງເສີມການລ້າງມືໃສ່ສະບູເປັນປົກກະຕິ ໃຫ້ກາຍເປັນວັດທະນາທຳ. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກ ກະຕິຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ. ປີນີ້ພວກເຮົາໄດ້ຮັບຜົນກະທົບ ...

Read More »

ປີ 2020 ປະເທດລາວເສຍຊິວິດຍ້ອນຕິດເຊື້ອວໍ້ ເຖິງ 8 ຄົນ…

ພະຍາດວໍ້ເປັນພະຍາດຕິດຕໍ່່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ:​ ໝາ, ແມວ,​ງົວ, ຄວາຍ, ​ໝູ, ກະຕ່າຍ,​ ເຈຍ, ​ລີງ,​ ຮອກ, ​ກະແຕ,​ ເສືອ​, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້. ພາບປະກອບເທົ່ານັ້ນ ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ,​ ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້. ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ. ພາບປະກອບເທົ່ານັ້ນ ສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້:​ ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ...

Read More »

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 25 ສິງຫາ 2020 ຜ່ານມາ. ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະບໍລິຫານງານຊາວໝຸ່ມກະຊວງ, ອົງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວບາງຕອນວ່າ:ສະ ຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ສະຫະພັນຊາວໜຸ່ມລາວປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມທີ່ກ້ວາງຂວາງຂອງຊາວໜຸ່ມລາວບັນດາເຜົ່າ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນແກນນຳ, ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ...

Read More »

ຂ່າວດີ‼️ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

ໃນວັນທີ 25 ສິງຫາ 2020 ນີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ, ໃນນມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ທັງນີ້, ວັນທີ 24 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.​ຂ່າວດີຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ ...

Read More »

4 ປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຮ່ວມປຶກສາຫາລືດ້ານເສດຖະກິດ

ກອງປະຊຸມ ລັດຖະມົນຕີ ເສດຖະກິດ ບັນດາປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນ ທາງອອນລາຍ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຊິ່ງ​ເປັນເຫດການ ສຳຄັນ ນອນໃນຂອບເຂດ ລາຍການ ຂອງກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52). ສຳລັບ​ກອງ​ປະຊຸມ​ຄັ້ງນີ້ ໄດ້ສຸມໃສ່ ແລກປ່ຽນ ບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາ ສະພາບການ ຜັນຂະຫຍາຍ ແຜນການກະທຳ ຮ່ວມມື ເສດຖະກິດ CLMV ໄລຍະ 2019 – 2020, ຮັບຮອງເອົາ ແຜນການກະທຳ ຮ່ວມມືເສດ ຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫລັງ ໂລກລະບາດ Covid – 19 ຈາກ​ນັ້ນ ທ່ານ ເຈິ່ນ ຕວັນແອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ – ການຄ້າ ຫວຽດນາມ ໄດ້ສະເໜີ ໃຫ້ບັນດາປະເທດ CLMV ເພີ່ມທະວີ ການສົມທົບກັນ ...

Read More »

ກອງທັບປະຊາຊົນລາວໄດ້ອັນດັບ 3 ໃນການແຂ່ງຂັນຮອບທຳອິດ ທີ່ລັດເຊຍ…

ຂໍສະແດງຄວາມຊົມເຊີຍກັບກອງທັບປະຊາຊົນລາວໄດ້ອັນດັບ 3 ໃນການແຂ່ງຂັນຮອບທຳອິດ ທີ່ລັດເຊຍ ທີມທີ່ເຂົ້າຮ່ວມການແຂ່ງຂັນມີດັ່ງນີ້: ກຸ່ມທີ່1 ປະກອບມີ: ປະເທດຣັດເຊຍ, ເບລາຣຸດສ, ກາຊັກສະຖານ, ກີຣກີສະຖານ, ສປ.ຈີນ, ເຊີເບຍ, ອຸດສະເບກີສະຖານ, ອາເຊີໄບຈານ. ກຸ່ມທີ່2 ປະກອບມີ: ສສ ຫວຽດນາມ, ສປປ ລາວ, ມຽນມາ, ທາຈີກີສະຖານ, ອັບຄາເຊຍ, ອາຊີເຕຍໃຕ້, ກົງໂກ, ກາຕ່າ ຕາຕະລາງແຂ່ງຂັນແມ່ນວັນທີ 24, 28, 30 ສິງຫາ 2020. ສຳລັບກອງທັບປະຊາຊົນລາວ ໄດ້ສົ່ງນັກກິລາເຂົ້າຮ່ວມ ລາຍການຄື: ແຂ່ງຂັນລົດຖັງ ແລະ ເຕັກນິກທາງດ້ານອາວຸດ-ຍຸດໂທປະກອນ. ຖືໄດ້ວ່າທີມກອງທັບທັບປະຊາຊົນລາວຜ່ານການແຂ່ງຂັນຮອບທຳອິດຂອງທີມຊາດ ແຫຼ່ງຂໍ້ມູນ:​ FM 90

Read More »

ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ…

ລັດຖະບານລາວ, ຈະອອກນິຕິກໍາຕື່ມອີກຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ມີໂອກາດກັບຄືນມາສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງຕົນຫລາຍຂຶ້ນ. ພາຍໃຕ້ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ໄດ້ເຮັດໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດເປັນຈໍານວນບໍ່ໜ້ອຍ, ລ້ວນແຕ່ຢາກກັບມາລົງທຶນ, ຢ້ຽມຢາມ, ທ່ອງທ່ຽວ ແລະ ກັບມາດໍາລົງຊີວິດແບບຖາວອນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ. ທ່ານ ຫຽມ ພົມມະຈັນ ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ໄດ້ລາຍງານຕໍ່ກອງປະຊຸມສາມັນຄົບຄະນະ ກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ທີ່ສໍາເລັດລົງເມື່ອບໍ່ດົນມານີ້ ມີຄໍາເຫັນບາງຕອນສຳຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວ່າພີ່ນ້ອງຊາວລາວ ທີ່ອາໃສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນ, ຊຶ່ງບໍ່ຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວໄດ້, ເປັນແຫລ່ງກໍາລັງແຮງອັນໜຶ່ງ ໃນການສ້າງສາພັດທະນາປະເທດຊາດ, ເປັນປັດໄຈສໍາຄັນ ໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ເຂົາເຈົ້າອາໃສຢູ່ ແລະ ອົງການຈັດຕັ້ງສາກົນ. ພາບປະກອບເທົ່ານັ້ນ ທ່ານ ຫຽມ ພົມມະຈັນ ກ່າວຕື່ມວ່າ: ຜ່ານການຢ້ຽມຢາມ ແລະ ພົບປະກັບພີ່ນ້ອງເຊື້ອຊາດລາວ ຢູ່ຫລາຍປະເທດ, ຄະນະທີ່ປຶກສາໄດ້ຮັບຮູ້ຄວາມມຸ້ງມາດປາຖະໜາ ຂອງພີ່ນ້ອງເຊື້ອຊາດລາວລຸ້ນຕ່າງໆ ແລະ ໄດ້ສະເໜີຕໍ່ລັດຖະບານ ...

Read More »

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ…

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ , ໂດຍສະເພາະໃນລະຫວ່າງປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດຳເນີນການກວດກາການຊື້-ຂາຍ ສັດປ່າທີ່ຜິດກົດໝາຍ, ເຊິ່ງສາມາດຍຶດສັດປ່າທີ່ຫວງຫ້າມຈຳນວນ 1,218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ 1 ໂຕນ ແລະ ຜະລິດຕະພັນເຄື່ອງປ່າຂອງດົງ ຈຳນວນ 287 ໂຕນ.​ ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ການພັດທະນາພື້ນຖານໂຄງລ່າງ ແລະ ການຂຸດຄົ້ນນຳໃຊ້ຊັບພະຍາກອນທຳມະຊາດ ຍັງຕິດພັນກັບການຄ້າຂາຍສັດປ່າແບບຊະຊາຍ ໂດຍບໍ່ໄດ້ເອົາໃຈໃສ່ຄຸ້ມຄອງໃດໆ ໃນຜ່ານມາ.​ ໃນນັ້ນ,​ຂະບວນການສຳປະທາານຂຸດຄົ້ນໄມ້ ຍັງມີກຳມະກອນຕັດໄມ້ຫຼາຍຄົນ ຍັງມີລາຍຮັບເສີມຈາກການລ່າສັດ ແລະ ການຄ້າຂາຍສິ້ນສ່ວນສັດປ່ານຳອີກ. ສິ່ງເຫຼົ່ານີ້ເກີດຂຶ້ນຍ້ອນວ່າ, ຍັງມີເຄືອຂ່າຍລັກລອບຊື້-ຂາຍສັດປ່າ ທີ່ຜິດກົດໝາຍຈົນກາຍເປັນຄວາມຊຳນານທີ່ຖືເປັນອາຊີບຫຼັກ ແລະ ຮູ້ວິທີໃນການເຂົ້າເຖິງຖິ່ນຢູ່ອາໄສຂອງສັດປ່າທີ່ຢູ່ຫ່າງໄກ, ເຊິ່ງເປັນສາເຫດຫຼັກໆກໍ່ໃຫ້ເກີດການສູນພັນຂອງສັດປ່າຫຼາຍຊະນິດ. ແຫຼ່ງຂໍ້ມູນ:​ ວຽງຈັນທາຍ

Read More »