ຂ່າວ ພາຍໃນປະເທດ

ສປ ຈີນ ຊ່ວຍທຶນປະດັບປະດາ ກະກຽມສະຫຼອງວັນຊາດ ສປປ ລາວ…

ອຳນາດການປົກຄອງ ນະຄອນຫຼວງວຽງຈັນໄດ້ເລີ່ມຈັດຕັ້ງປະຕິບັດການປະດັບປະດາຕົວເມືອງໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມສວຍງາມ ແລະ ໃຫ້ສຳເລັດພາຍໃນເດືອນພະຈິກ ນີ້ ເພື່ອກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 1975-2020) ການປະດັບປະດາໃນຄັ້ງນີ້ ແມ່ນໄດ້ຮັບທຶນການຊ່ວຍເຫຼືອ ຈາກ ລັດຖະບານຈີນຈຳນວນໜຶ່ງ ພາຍໃຕ້ໂຄງການ ພັດທະນາໄຟເຍືອງທາງ ຊຶ່ງມີມູນຄ່າ 300 ລ້ານຢວນ. ທຶນການຊ່ວຍເຫຼືອຈາກ ສປ ຈີນໃນຄັ້ງນີ້ ຈະຖືກນຳໃຊ້ເພື່ອປົັບປຸງລະບົບທໍ່ນ້ຳພຸ, ປັບປຸງແສງສະຫວ່າງຢູ່ອະນຸສາວະລີ, ປະຕູໄຊ, ຕິດຕັ້ງໄຟເຍືອງທາງບາງຈຸດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ: ຖະໜົນໄກສອນພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໂຮງໝໍມະໂຫສົດ, ເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ-ປາກປ່າສັກ), ຖະໜົນເສດຖະທິລາດ ແລະເສັ້ນທາງອື່ນໆທີ່ສຳຄັນ ແຫຼ່ງຂໍ້ມູນ: ວຽງຈັນທາຍ.

Read More »

ວິສາຫະກິດລົດ ໃນທົ່ວໂລກມີຄວາມໝັ້ນໃຈຕໍ່ຕະຫລາດຈີນ…

ງານວາງສະແດງລົດສາກົນ ປັກກິ່ງ 2020 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2020 ງານວາງສະແດງລົດຄັ້ງນີ້ແມ່ນງານວາງສະແດງລົດສາກົນ ຄັ້ງທຳອິດທີ່ຈັດຂຶ້ນໃນໄລຍະຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ໄດ້ດຶງດູດບໍລິສັດລົດຍີ່ຫໍ້ຕ່າງໆທີ່ມີຊື່ສຽງໃນທົ່ວໂລກ ເຂົ້າຮ່ວມ ແລະ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຕ່າງປະເທດ. ພາບປະກອບ ສື່ມວນຊົນຕ່າງປະເທດ ເຫັນໂດຍທົ່ວໄປວ່າ ໃນໄລຍະທີ່ຕົວເມືອງຕ່າງໆຂອງເອີຣົບ ກຳລັງປະຕິບັດມາດຕະການປິດເມືອງຄືນໃໝ່ ແລະ ຜູ້ຕິດເຊື້ອພະຍາດຢູ່ອາເມຣິກາ ບັນລຸຫລາຍກວ່າ 7 ລ້ານກໍລະນີ, ການຈັດງານວາງສະແດງລົດສາກົນ ໃນຄັ້ງນີ້ສະແດງໃຫ້ເຫັນວ່າ ຈີນ ໄດ້ປະສົບຜົນສຳເລັດໃນການຕ້ານກັບພະຍາດໂຄວິດ-19. ຄຽງຄູ່ກັບເສດຖະກິດຈີນ ມີການຟື້ນຟູ ສູ່ສະພາບປົກກະຕິ, ຕະຫລາດລົດຂອງຈີນ ກໍໄດ້ດີກວ່າຕະຫລາດຂອງເອີຣົບ ແລະ ອາເມຣິກາ ຢ່າງຫລວງຫລາຍ. ທ່ານ ໂຈເຊັນ ໂກເລີ ປະທານກຳມະການບໍລິຫານຂອງກຸ່ມບໍລິສັດ BMW ປະຈຳຈີນ ກ່າວວ່າ ງານວາງສະແດງລົດສາກົນ ປັກກິ່ງ 2020 ເປັນສັນຍາລັກແຫ່ງຄວາມຫວັງ. ຕາມຂໍ້ມູນຫລ້າສຸດຈາກສະພາອຸດສາຫະກຳລົດຂອງຈີນໃຫ້ຮູ້ວ່າ ໃນເດືອນສິງຫາ ປີນີ້, ປະລິມານຜະລິດລົດ ຢູ່ຈີນ ແມ່ນ 2 ລ້ານ 1 ແສນ 1 ໝື່ນ 9 ...

Read More »

ຫວຽດນາມ ໃຊ້ງົບປະມານສູງ ເພື່ອພັດທະນາເຄືອຂ່າຍສາຍສົ່ງໄຟຟ້າ…

ອ້າງຕາມຂ່າວ ຣອຍເຕີ, ລັດຖະບານ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ຕ້ອງໃຊ້ງົບປະມານ ໃນການລົງທຶນ ສູງເຖິງ 133.300 ລ້ານໂດລາສະຫະລັດ ສຳລັບການ ພັດທະນາ ໂຄງການເຄື່ອຂ່າຍ ສາຍສົ່ງໃໝ່ ໃນໄລຍະ 10 ປີຕໍ່ໜ້າ, ເພື່ອຕອບສະໜອງ ຄວາມຕ້ອງການ ພະລັງງານໄຟຟ້າ ທີ່ເພີ່ມສູງຂື້ນເລື້ອຍໆ ຂອງປະເທດ. ຈາກງົບປະມານ ທີ່ຕັ້ງໄວ້ທັງໝົດດັ່ງກ່າວ, ຊຶ່ງສ່ວນໜຶ່ງ ປະມານ 96.000 ລ້ານໂດລາສະຫະລັດ ຈະໃຊ້ສຳລັບ ສ້າງໂຮງໄຟຟ້າ ແຫ່ງໃໝ່ ແລະ ອີກປະມານ 37.300 ລ້ານໂດລາສະຫລັດ ຈະໃຊ້ສຳລັບ ການຂະຫຍາຍ ເຄື່ອຂ່າຍໄຟຟ້າ ຂອງປະເທດ ຕາມຄຳຖະແຫຼງ ຂອງລັດຖະບານ. ຄວາມຕ້ອງການ ພະລັງງານໄຟຟ້າ ໃນຫວຽດນາມ ຄາດວ່າ ຈະເພີ່ມຂື້ນ 8,6% ໃນລະຫວ່າງປີ 2021-2025 ແລະ ເພີ່ມຂື້ນ 7,2% ໃນລະຫວ່າງປີ 2026-2030, ໂດຍລັດຖະບານ ຫວຽດນາມ ລະບຸວ່າ ການລົງທຶນ ຈະຊ່ວຍເພີ່ມ ...

Read More »

ທຸກອຸມົງ ໂຄງການລົດໄຟ ລາວ-ຈີນ ໄດ້ເຈາະທະລຸ ສໍາເລັດຢ່າງສົມບູນ…

ອີງຕາມຂໍ້ມູນຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ ວັນທີ 29 ກັນຍາ 2020, ສຽງລະເບີດຂອງການເຈາະອຸມົງ ດັງກ້ອງສະໜັ່ນໄປທົ່ວບໍລິເວນ ໂຄງການຈຸດສຸມຂອງໂຄງການລົດໄຟ ລາວ-ຈີນ ໄດ້ສໍາເລັດການເຈາະທະລຸ ອຸມົງ ຊຽງເງິນ ເລກ 3 ທີ່ແຂວງຫລວງພະບາງ. ຮອດປັດຈຸບັນ ອຸມົງ 75 ແຫ່ງຕະຫລອດແລວທາງລົດໄຟລາວ-ຈີນ ໄດ້ສຳເລັດການຊີເຈາະທະລຸຢ່າງປອດໄພ ເຊິ່ງການຊີເຈາະອຸມົງ ຕາມແລວທາງນີ້ເປັນປັດໄຈສຳຄັນຫລາຍຕໍ່ໂຄງການລົດໄຟ ລາວ-ຈີນ ໃນທີ່ສຸດມາຮອດປັດຈຸບັນ ແມ່ນໄດ້ສຳເລັດການຊີເຈາະທະລຸທົ່ວທຸກອຸມົງ ຢ່າງສົມບູນ ເຊິ່ງເປັນຂີດໝາຍທີ່ບົ່ງບອກໃຫ້ຮູ້ວ່າ ໂຄງການລົດໄຟລາວ-ຈີນ ໄດ້ສຳເລັດວຽກງານວິສະວະກຳໂຍທາ ອັນຍິ່ງໃຫຍ່ ແລະ ຈະກ້າວເຂົ້າສູ່ການສຸມໃສ່ວຽກງານຕິດຕັ້ງລາງລົດໄຟ ຢ່າງຕັ້ງໜ້າ ແລະຈະຫັນຈາກວຽກງານກໍ່ສ້າງມາເປັນວຽກງານຄຸ້ມຄອງການດຳເນີນການ. ໂຄງການລົດໄຟ ລາວ-ຈີນ ເລີ່ມແຕ່ບໍ່ເຕນ ແຂວງຫລວງນໍ້າທາ ເຊິ່ງເປັນຊາຍແດນ ລາວ-ຈີນ ໃນພາກເໜືອຂອງ ສປປ ລາວ, ມຸ່ງໜ້າລົງມາທາງໃຕ້ ກໍ່ຄື ນະຄອນຫລວງວຽງຈັນ, ຄວາມຍາວຂອງເສັ້ນທັງໝົດແມ່ນ 422.4 ກີໂລແມັດ, ສ່ວນໃຫຍ່ເສັ້ນທາງຈະຕັ້ງຢູ່ເຂດຮອຍຕໍ່ຂອງພື້ນໃຕ້ດິນ, ພູເຂົາສູງຊັນ, ສາຍນໍ້າໄຫລແຮງ, ສະພາບທໍລະນີສາດສັບຊ້ອນ, ມີການເຄື່ອນໄຫວຢູ່ໃຕ້ດິນຢ່າງຮຸນແຮງ, ຊັ້ນຫີນສັບຊ້ອນ, ມີນໍ້າອອກບໍ່, ໂພງດິນ, ...

Read More »

ເຂັ້ມງວດ…! ທ່າວັດຈັນ ນຳໃຊ້ເຈົ້າໜ້າທີ່ຫຼາຍກວ່າ 800 ຄົນ…

ອ້າງຈາກໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຽມພ້ອມປ້ອງກັນຄວາມສະຫງົບ ທັງໝົດ 800 ກວ່າຄົນ, ໃນນີ້, ກຳລັງຊາວໜຸ່ມ 300 ກວ່າຄົນ, ພ້ອມທັງກຳລັງເຈົ້າໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫົງບ ເມືອງຈັນທະບູລີ, ປ້ອງກັນຄວາມສະຫງົບບ້ານ 30 ບ້ານ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມໃນການຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 1 – 3 ຕຸລາ 2020 ທີ່ຈະມາເຖິງໃນມໍ່ໆນີ້. ສຳລັບກຳລັງຮັກສາຄວາມສະຫງົບປອດໄພ ໃນງານນີ້ ແມ່ນຈະໄດ້ມີການຈັດຕັ້ງປະຕິບັດປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານອົງການຈັດຕັ້ງຕ່າງໆ ທົ່ວເມືອງ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ 100%, ພ້ອມນັ້ນ ຍັງໄດ້ກຳນົດຈຸດປ້ອງກັນເຖິງ 38 ຈຸດດ້ວຍກັນ, ປ້ອມແຈ້ງເຫດ (1191) ມີ 2 ຈຸດ, ມີກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອະນຸວົງ ແລະ ຈຸດປ້ອງກັນອື່ນໆ ໃນຂອບເຂດງານບຸນດັ່ງກ່າວ ...

Read More »

ມອບເຄື່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ແບບໄວ 120.000 ຊຸດ…

ມູນນິທິເມຣິເອີ ມອບເຄື່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ແບບໄວ 120.000 ໃນວັນທີ 28 ກັນຍາ 2020, ທ່ານ ດຣ. ເບີນົວ ເຊີວານລີເອ ຜູ້ຕາງຫນ້າມູນນິທິເມຣິເອີ ປະເທດຝຣັ່ງ ໄດ້ມອບເຄື່ອງມືການບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດ ໃຫ້ແກ່ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທີ່ເຮືອນພັກ ຂອງທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ, ນະຄອນຫລວງວຽງຈັນ. ມີທ່ານ ເອຣິກ ເດຮາໂຣ ຜູ້ຕາງໜ້າສະຖາບັນຄົ້ນຄ້ວາ ເພື່ອການພັດທະນາຂອງປະເທດຝຣັ່ງ(IRD) ປະຈໍາລາວ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຟລໍຣ້ອງ ຊ້ອງບລ້ອງ ຣິສແລກ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດຝຣັ່ງ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການແຜ່ລະ ບາດຂອງພະຍາດໂຄວິດ-19 ໄດ້ສ້າງບັນຫາທີ່ໜ້າເປັນຫວ່າງຫລາຍໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ບໍ່ຄວນປິດບັງການຕິດເຊື້ອອື່ນໆ ທີ່ມີຜົນກະທົບຕໍ່ບັນດາປະເທດທີ່ດ້ອຍພັດທະນາ. ນີ້ແມ່ນ ກໍລະນີທີ່ເປັນພະຍາດໄວຣັດຕັບອັກເສບ ...

Read More »

ສ.ເກົາຫຼີ ເຫັນດີຊ່ວຍເຫຼືອ 2 ໂຄງການ ມູນຄ່າ 90 ລ້ານໂດລາ…

ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ຕໍ່ ສ.ເກົາຫຼີໃນທ້າຍປີ 2019 ຜ່ານມາ ໃຫ້ ສ. ເກົາຫຼີຊ່ວຍເຫຼືອລາວ ໃນຈຳນວນ 14 ໂຄງການ ຊຶ່ງມາຮອດປັດຈຸບັນ ສ.ເກົາຫຼີ ເຫັນດີອະນຸມັດຊ່ວຍເຫຼືອ 2 ໂຄງການສຳລັບປີ 2020 ຊຶ່ງ 2 ໂຄງການດັ່ງກ່າວປະກອບມີ ໂຄງການຕ້ານຕະຝັ່ງເຈື່ອນ, ຕ້ານນ້ຳຖ້ວມ ຢູ່ແຂວງຈຳປາສັກ ໄລຍະ 2 ມີມູນຄ່າການກໍ່ສ້າງທັງໝົດ 70 ລ້ານໂດລາ ແລະ ໂຄງການເກັບພາສີອາກອນທັນສະໄໝ Tax RIS ໄລຍະ 2 ໃນມູນຄ່າ 20 ລ້ານໂດລາ ສ່ວນອີກ 12 ໂຄການ ທີ່ກະຊວງແຜນການ ແລະການລົງທຶນໄດ້ສະເໜີໄປແລ້ວນັ້ນ ຍັງຢູ່ໃນຂະບວນການຄົ້ນຄວ້າຂອງ ສ.ເກົາຫຼີ ສ.ເກົາຫຼີ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລາວ ໃນ 2 ໂຄງການນີ້ ເນື້່ອງໃນໂອກາດທີ່ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ທ່ານ ສອນໄຊ ສີພັນດອນ ໄດ້ຕ້ອນຮັບໃນການເຂົ້າຍ້ຽມຍາມພົບປະ ເມື່ອບໍ່ດົນມານີ້ ທີ່ກະຊວງແຜນການ ແລະ ...

Read More »

14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ໃນບຸນອອກພັນສາ 2020…

ອຳນາດການປົກຄອງເມືອງຈັນທະບູລີ,ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ນີ້ ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານ ໃນງານດັ່ງກ່າວ. ​ສຳລັບ 14 ຂໍ້ຫ້າມ ປະກອບມີ: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ; ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ; ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ; ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈຳໜ່າຍພາຍໃນງານເດັດຂາດ; ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກຳມະການຈັດງານກໍານົດໃຫ້; ຫ້າມຂາຍ ...

Read More »

ກະຊວງສາທາ ກຽມສຳຫຼວດກຸ່ມສ່ຽງ ຕິດພະຍາດ HIV…

ໃນວັນທີ 29 ກັນຍາ 2020 ທີ່ແຂວງວຽງຈັນ, ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ກະຊວງສາທາລະນະສຸກ ໂດຍການສະ ໜັບສະໜູນຈາກກອງທຶນໂລກ ຕ້ານເອດ ໄດ້ຈັດກອງປະຊຸມກຽມຄວາມພ້ອມ ໃນການສຳຫລວດອັດຕາການຕິດເຊື້ອ ເຮສໄອວີ ໃນກຸ່ມສ່ຽງ (ສາວບໍລິ ການ) ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ສີສະຫວາດ ສຸດທະນີລາໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ມີຄະນະວິຊາການຈາກແຂວງບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ເຂົ້າຮ່ວມ. ຈຸດປະສົງ ເພື່ອເປັນການກຽມຄວາມພ້ອມທາງດ້ານວິຊາການ, ແຜນງານການສຳຫລວດ, ວິທີການ ແລະ ອຸປະກອນ ທີ່ຈະຕ້ອງນຳໃຊ້ເຂົ້າໃນການສຳຫລວດ, ເພື່ອເປັນການ ກະກຽມທາງດ້ານບຸກຄະລາກອນການແພດ, ນັກສຳພາດ, ນັກວິເຄາະ ຂອງບັນດາແຂວງ ທີ່ຈະເຮັດການສຳຫລວດ ແລະ ເປັນການກະກຽມການຈັດກອງປະຊຸມ ຂໍການສະໜັບສະໜູນ ຈາກເຈົ້າຂອງຫ້າງຮ້ານກິນດື່ມ, ຮ້ານອາຫານ, ບັນເທີງ ໃຫ້ອຳນວຍຄວາມສະດວກໃນການລົງສຳຫລວດ ໃຫ້ດຳເນີນໄປຕາມແຜນການ. ...

Read More »

ຝຶກອົບຮົມວຽກງານກວດກາຂັ້ນພື້ນຖານໃຫ້ພະນັກງານ…

ຄະນະພົວພັນຕ່າງປະເທດສູນກາງພັກ ສົມທົບກັບ ຄະນະກວດກາສູນກາງພັກ ໄດ້ຈັດຝຶກອົບຮົມວຽກງານກວດກາຂັ້ນພື້ນຖານໃຫ້ ພະນັກງານທີ່ເຮັດວຽກງານກວດກາ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຢູ່ທີ່ສຳນັກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ຫລື ຄຕພ ທີ່ຫຼັກ 6 ນະຄອນຫລວງວຽງຈັນ ຕອນເຊົ້າວັນທີ 29 ກັນຍາ 2020 ນີ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ບຸນຄຸ້ມ ປະທານກວດກາ ຄະນະພັກ ຄຕພ, ມີວິທະຍາກອນຈາກ ຄະນະກວດກາສູນກາງພັກ ແລະ ຜູ້ເຮັດວຽກງານກວດກາ ຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ຜູ້ເຮັດວຽກກວດກາຂອງໜ່ວຍພັກຕ່າງໆອ້ອມຂ້າງອົງຄະນະພັກ ຄຕພ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານກວດກາຂອງ ຄຕພ ກຳໄດ້ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ ແລະ ສາມາດນຳໄປໃຊ້ໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີ ພ້ອມທັງ ນຳເອົາເນື້ອໃນໄປຈັດຕັ້ງປະຕິບັດໃຫ້ໄດ້ຄຸນນະພາບ ແລະມີຄວາມສອດຄ່ອງກັບວຽກງານຕົວຈິງ, ເຫັນໄດ້ເຖິງຄວາມສຳຄັນແຕ່ລະໜ້າວຽກ ແລະ ການເຮັດວຽກໃຫ້ເລິກເຊິ່ງເຖິງຖອງ ແລະ ແລະພ້ອມກັນຈັດຕັ້ງປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ; ເອກກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ, ວຽກງານຕິດຕາມພັກ, ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ-ພະນັກງານ-ລັດຖະກອນ ເມື່ອມີການລະເມີດ ລະບຽບ ວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ, ...

Read More »