ຂ່າວ ພາຍໃນປະເທດ

ລັດຖະມົນຕີຕ່າງປະເທດ ໂອ້ລົມທາງໂທລະສັບກັບ ລັດຖະມົນຕີອົດສະຕຣາລີ

ວັນທີ 2 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ ທີ່ ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 68 ປີ ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ...

Read More »

ຄົນລາວ ແລະ ຕ່າງປະເທດ ຍັງມີຫັວງ ດ້ວຍຖ້ຽວບິນມະນຸດສຳພັນ…

ຕາມການໃຫ້ສຳພາດຂອງທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຕໍ່ສື່ມວນຊົນ ໃນວັນທີ 31 ສິງຫາ 2020 ທີ່ຜ່ານມາວ່າ: ພະຍາດໂຄວິດ – 19 ຍັງມີການລະບາດຢູ່ຫຼາຍປະເທດໃນທົ່ວໂລກ, ເຊິ່ງເຮັດໃຫ້ຫຼາຍໆປະເທດຕ້ອງສືບຕໍ່ປິດປະເທດຂອງຕົນຢູ່ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ມີການລະບາດອີກຮອບໃໝ່ ເຊິ່ງລາວເຮົາກໍ່ແມ່ປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວບໍ່ຮ້າຍແຮງເທົ່າກັບປະເທດອື່ນໆ ແຕ່ກໍ່ຕ້ອງມີມາດຕະການປ້ອງກັນຜ່ອນຜັນໃນການປິດ ຫຼື ສັ່ງໂຈະບາງກໍລະນີທີ່ສອດຄ່ອງກັນສະພາບການ. ເຊິ່ງການປິດປະເທດຂອງພວກເຮົາບໍ່ໄດ້ໝາຍຄວາມວ່າຈະປິດແບບເຂົ້າ-ອອກບໍ່ໄດ້ເລີຍ ແລະ ຫຼາຍໆປະເທດກໍ່ໄດ້ຊອກຫາຊ່ອງທາງໃຫ້ມີການຜ່ອນຜັນໃນການດຳເນີນທຸລະກິດ ແລະ ການໄປມາຫາສູ່ກັນໃຫ້ເປັນປົກກະຕິດີຂຶ້ນ. ສະນັ້ນ, ຈິ່ງມີຄຳແນະນຳຂອງຄະນະສະເພາະກິດວ່າ: ໃນກໍລະນີທີ່ມີຄວາມຈຳເປັນ ແລະຮີບດ່ວນນີ້ ຈຶ່ງຕ້ອງຮັກສາຖ້ຽວບິນມະນຸດສຳພັນໄວ້ ເນື່ອງຈາກວ່າຍັງມີນັກສຶກສາລາວ, ພະນັກງານຄົນລາວທີ່ໄປຝຶກອົບຮົມ, ໄປສຶກສາຢູ່ຕ່າງປະເທດ ເວລາເຂົາຈົບຫຼັກສູກແລ້ວອັດຕາເບ້ຍລ້ຽງຕ່າງໆກໍ່ຖືກຕັດ, ບ່ອນພັກເຊົາກໍ່ບໍ່ມີແລ້ວ, ເຂົາເຈົ້າຈະຢູ່ຈະກິນແນວໃດ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ກັບຄືນປະເທດ ລວມເຖິງຜູ້ທີ່ໝົດໄລຍະປະຈຳການຢູ່ ສປປ ລາວ ຂອງພວກເຮົາ ໂດຍສະເພາະແມ່ນບັນດານັກການທູດ, ພະນັກງານຜູ້ຊ່ຽວຊານຕ່າງໆໝົດໄລຍະປະຈຳການ ເຂົາເຈົ້າກໍ່ຈະກັບຄືນປະເທດ ຫຼື ໄປປະຈຳການບ່ອນໃໝ່. ສຳລັບຖ້ຽວບິນມະນຸດລຳພັນນີ້ ແມ່ນຂອງອົງການສະຫະປະຊາຊາດ ໄດ້ມີແຈ້ງການ ແລະ ຄຳສະເໜີຈາກສະຫະປະຊາຊາດເຖິງລັດຖະບານລາວ ເຊິ່ງຖ້ຽວບິນດັ່ງກ່າວແມ່ນຍັງສືບຕໍ່ປະຕິບັດໂດຍທີ່ມີມາດຕະການຄວບຄຸມຢ່າງເຂັ້ມງວດທີ່ສຸດໃນການປ້ອງກັນການຕິດເຊື້ອໂຄວິດ-19, ໂດຍໄດ້ເປີດຊ່ອງທາງໃຫ້ບັນດານັກການທູດ, ຄົນລາວ ຫຼື ຄົນຕ່າງປະເທດທີ່ຍັງຕົກຄ້າງຢູ່ຕ່າງປະເທດຢາກເຂົ້າມາ ...

Read More »

ສຳເລັດກອງປະຊຸມ ເຈົ້າຫນ້າທີ ອາວຸໂສ ພະລັງງານ ອາຊຽນຄັ້ງທີ 38

ກອງປະຊຸມທາງໄກ ເຈົ້າຫນ້າທີ ອາວຸໂສ ພະລັງງານ ຄັ້ງທີ 38 (ASEAN senior officials meeting) ໂດຍ ສສ ຫວຽດນາມ ເປັນເຈົ້າພາບໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ເຊິ່ງນໍາພາໂດຍ ປອ. ອາຄົມເດດ ວົງໄຊ ຫົວຫນ້າກົມ ແຜນການ ແລະ ການຮວ່ມມື Senior Official on Energy (SOE Leaders) ສປປ ລາວ ພ້ອມດ້ວຍ Alternate SOE ແລະ ບັນດາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການລາຍງານໝາກຜົນບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງສໍາເລັດໃນແຜນວຽກການຮ່ວມມືພະລັງງານອາຊຽນ APAEC ໄລຍະ 1: 2016-2020 ລວມທັງເປັນການທົບທວນຕໍ່ຮ່າງແຜນວຽກ ແລະ ບັນດາແຜນງານຕ່າງໆ (Programme area) ທີ່ນອນໃນຮ່າງ APAEC ໄລຍະ 2: 2021-2025 ກ່ອນຈະເປັນສະບັບສຸດທ້າຍ ເພື່ອເອົາເຂົ້າຮັບຮອງໃນກອງປະຊຸມ AMEM ຄັ້ງທີ 38. ...

Read More »

ຊຸມນຸມ ສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ

ຕອນເຊົ້າວັນທີ 02 ກັນຍາ 2020, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ (2.9.1945 – 2.9.2020) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳປາໄສ ເຊີ່ງສະຫາຍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອົງການປົກຄອງນະຄອນ ຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມໃນຄັ້ງນີ້ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ...

Read More »

ການນໍາຂັ້ນສູງແຫ່ງ ສປປ ລາວຮ່ວມ ອວຍພອນການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ໂອກາດລະນຶກການປະຕິວັດເດືອນສິງຫາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ75ປີ

ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ75ປີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ , ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫງວຽນ ຝູ້ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ສະຫາຍ ນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ...

Read More »

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 1 ກັນຍາ 2020 ທີ່ຜ່ານມາ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ບໍາຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020). ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ...

Read More »

ສປ. ຈີນ ຫ້າມ ແລະ ຈຳກັດການສົ່ງອອກສິນຄ້າ

ຕາມການລາຍງານຂອງສຳນັກຂ່າວຊິນຮວາ ໃຫ້ຮູ້ວ່າ: ກະຊວງການຄ້າຂອງ ສປ ຈີນ ໄດ້ອອກຖະແຫຼງການເຜີຍແຜ່ລົງເວັບໄຊຂອງກະຊວງການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ ຈີນໄດ້ຂຶ້ນບັນຊີສິນຄ້າເຕັກໂນໂລຊີຫ້າມສົ່ງອອກ 4 ລາຍການໄດ້ແກ່: ເຕັກໂນໂລຊີປຸ໋ຍຈຸລິນຊີ, ເຕັກໂນໂລຊີການຜະລິດກະເຟອິນ, ເຕັກໂນໂລຊີການຜະລິດໄຮໂບຟຣາວິນ, ເຕັກໂນໂລຊີການໝັກໃນຜະລິດຕະພັນວິຕາມິນ ນອກຈາກນີ້, ຍັງມີເຕັກໂນໂລຊີຈຳກັດການສົ່ງອອກ 5 ລາຍການໄດ້ແກ່: ເຕັກໂນໂລຊີວັກແຊັງປ້ອງກັນພະຍາດນີວຄາສເຊິລ, ເຕັກໂນໂລຊີການຜະລິດຢາຈາກທຳມະຊາດ, ເຕັກໂນໂລຊີການກຽມ ແລະ ແປຮູບຂອງວັດສະດຸພໍລີເມີ, ເຕັກໂນໂລຊີການຜະລິດຢາເຄິ່ງສັງເຄາະ ແລະ ສັງເຄາະທາງເຄມີ ແລະ ເຕັກໂນໂລຊີໄຟວອລ ປ້ອງກັນຄວາມປອດໄພຂອງຂໍ້ມູນ. ເຊິ່ງບັນຊີດັ່ງກ່າວຍັງໄດ້ເພີ່ມຕື່ມລາຍຊື່ເຕັກໂນໂລຊີທີ່ຈຳກັດການສົ່ງອອກລວມ 23 ລາຍການ, ໃນຄະນະທີ່ເຕັກໂນໂລຊີອີກ 21 ລາຍການ ຕ້ອງແກ້ໄຂເລື່ອງພາຣາມີເຕີທາງເຕັກນິກຕື່ມອີກ. ຖະແຫຼງການຍັງລະບຸວ່າ: ການຖ່າຍໂອນເຕັກໂນໂລຊີທັງໝົດໄປຍັງຕ່າງປະເທດດ້ວຍວິທີການທາງການຄ້າ – ການລົງທຶນ ຫຼື ວິທີການອື່ນໆ ຈະຕ້ອງປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີຂອງປະເທດນັ້ນຢ່າງເຂັ້ມງວດ.

Read More »

ທູດລາວປະຈຳ ສສ ຫວຽດນາມ ເຂົ້າອວຍພອນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງຕ່າງປະເທດ

ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນສະຫາຍ ຫງວຽນ ຮຸຍຕັ້ງ ຮອງຫົວໜ້າ, ຜູ້ປະ ຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ກວັກ ຊຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດ ນາມ ຄົບຮອບ 75 ປີ (2/9/1945-2/9/2020) ແລະ ວັນສ້າງສາຍພົວພັນການທູດລະຫວ່າງສອງປະ ເທດ ຄົບຮອບ 58 ປີ (5/9/1962-5/9/2020). ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມດີໃຈ ແລະ ຄວາມຊົມເຊີຍຕໍ່ບັນດາໝາກຜົນ ທີ່ປະຊາຊົນຫວຽດນາມພາຍໃຕ້ການຊີ້ນນຳ-ນຳພາ ຂອງພັກກອມມູນິດຫວຽດນາມ ໄດ້ຮັບຜົນສຳເລັດ ແລະ ...

Read More »

ສະຫລຸບ ຖອດຖອນບົດຮຽນ ຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ທົ່ວປະເທດ ປະຈຳສົກປີ 2019 – 2020

ກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ວຽກງານຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງວຽງຈັນ ປະຈຳສົກປີ 2019 – 2020 ໄດ້ຈັດຂຶ້ນ ວັນທີ 31 ສິງຫານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ 18 ແຂວງ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ກອງປະຊຸມນີ້ຈັດຂຶ້ນ ເພື່ອຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີ ຜ່ານມາ, ພ້ອມທັງກຳນົດທິດທາງແຜນການ ເຄື່ອນໄຫວໃນສົກປີຕໍ່ໜ້າ, ເພື່ອປັບປຸງ, ແກ້ໄຂ ແລະ ຍົກລະດັບ ດ້ານຄຸນນະພາບ ...

Read More »

ເດືອນກໍລະກົດ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າບັນລຸ 790 ລ້ານກວ່າໂດລາ

ໃນເດືອນ ກໍລະກົດ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸໄດ້ເຖິງ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ. ຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກຂອງ ສປປ ລາວ ລວມມູນຄ່າປະມານ 372 ລ້ານໂດລາສະຫະລັດ, ໃນນັ້ນມີ ແຮ່ທອງ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາສະຫະລັດ, ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຍື່ອໄມ້, ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາສະຫະລັດ, ເຄື່ອງດື່ມ ...

Read More »